ຜູ້ນຳເຮົາ ຕ້ອນຮັບບັນດາທູຕານຸທູດ ອວຍພອນວັນຊາດ

ວັນທີ 26 ພະຈິກ 2018 ນີ້ ທີ່ທຳນຽບປະທານປະເທດ ບັນດາຜູ້ນຳເຮົານຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ

ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍຄູ່ສົມລົດ ເຂົ້າອວຍພອນ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.

ໃນໂອກາດດັ່ງກ່າວ ທ່ານ ມິຄາອິນ ບາຣານົບ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ, ພ້ອມທັງເປັນທູດອາວຸໂສ ໄດ້ຕາງໜ້າໃຫ້ແກ່ບັນດາທູ ຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນຫຼາຍດ້ານ ທີ່ ສປປ ລາວ ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 43 ປີຜ່ານມາ.

ຂໍ້ມູນຈາກ: ຂປລ

ຂອບໃຈຮູບພາບວຽງຈັນທາມ

 

Comments