ມື້ທີຫ້າ ກອງປະຊຸມສະໄໝສາມັນເທື່ອທີ 6

ວັນທີ 26 ພະຈິກ 2018 ເປັນມື້ທີຫ້າຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IIIV ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫາງຊາດ ຊຸດທີ IIIV ໃນພາກເຊົ້າທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບວຽກງານການສົ່ງເສີມທຸລະກິດຂະໜາດນ້ອຍ ຂະໜາດກາງ , ສິນຄ້າ ໂອດອບ,ສິນຄ້າກະສິກໍາ, ຫຼັງຈາກນັ້ນ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບການອະນຸຍາດຊໍ້າຊ້ອນ ໃນບາງໂຄງການ ການກວດກາເຕັກນິກມາດຕະຖານໂຄງການກໍ່ສ້າງເຂື່ອນໃນປະເທດ ລວມທັງຄ່າກະແສໄຟຟ້າ ໃນປັດຈຸບັນແມ່ນເໝາະສົມແລ້ວບໍ່, ຫຼັງຈາກນັ້ນທ່ານ ສົມມາດ  ພົນເສນາ ລັດຖະມົນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບການແກ້ໄຂຂໍ້ຂັດແຍ່ງບັນຫາທີ່ດິນ ໃນການເອົາໄປເປັນຫຼັກຊັບຄໍ້າປະກັນເພື່ອກູ້ເງິນກັບທະນາຄານ, ບັນຫາການອອກໃບຕາດິນຊໍ້າຊ້ອນ, ການຈັບຈອງທີ່ດິນແຕ່ບໍ່ມີການພັດທະນາ.

ສໍາລັບລາຍລະອຽດຈະແຈ້ງໃຫ້ຊາບຕື່ມ.

Comments