ກອງປະຊຸມສະຫຼຸບຖອດຖອນບົດຮຽນການແກ້ໄຂໄພພິບັດໃນທົ່ວປະເທດ ຈັດຂຶ້ນໃນວັນທີ 26 ພະຈິກ 2018 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ສະຫວັດດີການສັງຄົມ ໄດ້ລາຍງານວ່າ: ລັດຖະບານ ຕ້ອງການງົບປະມານຫຼາຍກວ່າ 4.400 ຕື້ກີບ ເພື່ອມາສ້ອມແປງ ແລະ ຟື້ນຟູສິ່ງທີ່ຖືກກະທົບ ແລະ ເສຍຫາຍ ຫຼັງໄພພິບັດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.
ຂໍ້ມູນດັ່ງກ່າວນີ້ ແມ່ນອີງຈາກການປະເມີນຄວາມຕ້ອງການຫຼັງໄພພິບັດ ທີ່ລັດຖະບານລາວ ກໍຄືບັນດາຂະແໜງການທີ່ກ່ຽວຂ້ອງທີ່ເຮັດຮ່ວມກັບຄູ່ຮ່ວມງານສາກົນ.
ຈາກສະພາບອາກາດປະຈຳລະດູການປີ 2018 ແລະ ລົມພະຍຸເຂດຮ້ອນພັດຜ່ານເຂົ້າມາ ສປປ ລາວ ເປັນຕົ້ນ: ລົມພາຍຸໄຕ້ຝຸ່ນເຊິນຕີນ ແລະ ເບປິນກາ ເຮັດໃຫ້ບັນດາແຂວງໃນທົ່ວປະເທດລວມທັງນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຢູ່ 124 ເມືອງ, 2.382 ບ້ານ, 126.619 ຄອບຄົວ, 616.477 ຄົນ, ເສຍຊີວິດ 60 ຄົນ, ສູນຫາຍທີ່ຍັງບໍ່ທັນພົບເຫັນ 30 ຄົນ, ສ້າງຄວາມເສຍຫາຍຕໍ່ທີ່ຢູ່ອາໃສຂອງພໍ່ແມ່ປະຊາຊົນ, ພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 3.000 ຕື້ກີບ.
ຂະແໜງການທີ່ເສຍຫາຍຫຼາຍກວ່າໝູ່ແມ່ນໂຍທາທິການ ແລະ ຂົນສົ່ງ ມີເຖິງ 1,6 ຕື້ກີບ, ຮອງລົງມາແມ່ນຂະແໜງກະສິກຳ ແລະ ປ່າໄມ້ 1,2 ຕື້ກີບ.
ຂໍ້ມູນຈາກ: ຂປລ.
ຂ່າວ: ສິງຄຳ