ລັດຖະບານມົງໂກລີ ມອບແກະເປັນຂອງຂວັນ ລັດຖະບານລາວ

ລັດຖະບານແຫ່ງ ປະເທດມົງໂກລີ ມອບແກະເປັນຂອງຂວັນໃຫ້ແກ່ລັດຖະບານແຫ່ງ ສປປລາວ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມູນເຊື້ອລະຫວ່າງ ລາວ-ມົງໂກລີ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ພິທີມອບຮັບແກະ ຢ່າງເປັນທາງການຈຳນວນ 1.050 ໂຕ ຈັດຂຶ້ນໃນວັນທີ 23 ພະຈິກ 2018 ແລະ ຈໍານວນດັ່ງກ່າວນີ້ ມີແມ່ພັນ 850 ໂຕ, ພໍ່ພັນ 25 ໂຕ.

ແກະທັງໝົດນີ້ ແມ່ນມອບໃຫ້ກະຊວງປ້ອງກັນປະເທດ ນໍາໄປລ້ຽງ ແລະ ຂະຫຍາຍແນວພັນຢູ່ສະຖານທີ່ລ້ຽງຂອງກະຊວງປ້ອງກັນປະເທດ 02 ຈຸດຄື:  ທົ່ງພູເກັງ ແຂວງ ຊຽງຂວາງ ແລະ ທົ່ງຜາເຈຍ ແຂວງຫຼວງພະບາງ.

ພ້ອມກັນນີ້, ລັດຖະບານມົງໂກລີຍັງໄດ້ສົ່ງຊ່ຽວຊານ 03 ທ່ານມາຊ່ວຍແນະນໍາໃຫ້ວິຊາການລາວເປັນເວລາ 03 ເດືອນ.

ຂອບໃຈຂໍ້ມູນຈາກເພສບຸກທ່ານ ສຸລິອູດົງ ສູນດາຣາ.

 

Comments