ສປປ ລາວ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ…

ສານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນໂອກາດວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປະຈໍາປີ 2018 ມີເນື້ອໃນສໍາຄັນບາງຕອນວ່າ: ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນງານ ເພື່ອການຫຼຸດຜ່ອນ ແລະ ລຶບລ້າງການນໍາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ໃນຊຸມປີຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມເຄື່ອນໄຫວ ທັງໃນເວທີພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ ສະແດງອອກໃນການເຂົ້າຮ່ວມເປັນພາຄີໃນສົນທິສັນຍາພື້ນຖານດ້ານສິດທິມະນຸດຂອງ ອົງການສະ​ຫະ​ປະ​ຊາ​ຊາດ ຈຳນວນຫຼາຍສະບັບ, ໃນນັ້ນລວມມີ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW), ສົນທິສັນຍາວ່າດ້ວຍສິດທິເດັກ (CRC) ແລະ ອະນຸສັນຍາເພີ່ມເຕີມ 2 ສະບັບ ຂອງສົນທິສັນຍາວ່າດ້ວຍສິດທິເດັກທີ່ພົວພັນກັບການຄ້າຂາຍເດັກ, ໂສເພນີເດັກ ແລະ ຮູບພາບລາມົກອານາຈານເດັກ ແລະ ການເອົາເດັກເຂົ້າຮ່ວມໃນການປະທະກັນດ້ານອາວຸດ ພ້ອມທັງ ຮັບຮອງເອົາຖະແຫຼງການ ອາຊຽນ ວ່າດ້ວຍ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.

 

ມາຮອດປັດຈຸບັນນີ້, ສາມາດຕີລາຄາໄດ້ວ່າ ສປປ ລາວ ໄດ້ປະສົບຜົນສໍາເລັດໂດຍພື້ນຖານ ໃນການປະຕິບັດພັນທະຂອງຕົນຮ່ວມກັບວົງຄະນະຍາດສາກົນ ແລະ ໄດ້ນໍາເອົາເນື້ອໃນຈິດໃຈຂອງສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ມາຈັດຕັ້ງຜັນຂະຫຍາຍເຂົ້າໃນລັດຖະທໍາມະນູນ, ກົດໝາຍ ແລະ ນະໂຍບາຍຂອງລັດຖະບານ ເພື່ອສ້າງແຜນຍຸດທະສາດ, ແຜນປະຕິບັດງານ ແລະ ໂຄງການທີ່ມີຈຸດປະສົງສົ່ງເສີມຄວາມກ້າວໜ້າແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງການນໍາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໂດຍໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ປູກຈິດສໍານຶກ ແລະ ຍົກລະດັບຄວາມຮູ້ຄວາມເຂົ້າໃຈໃນວຽກງານດັ່ງກ່າວ ໃຫ້ແກ່ພະນັກງານ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ.

ເຖິງແມ່ນວ່າໄລຍະຜ່ານມາພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ແຕ່ໃນເວລາດຽວກັນນັ້ນ ພວກເຮົາຍັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍອັນ ໃນວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ ຊຶ່ງຮຽກຮ້ອງໃຫ້ປວງຊົນທັງຊາດ ຕ້ອງໄດ້ເພີ່ມທະວີຄວາມເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງຫນ້າ.

ໃນ​ໂອກາດການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2018 ນີ້, ຕາງໜ້າ​ໃຫ້ຄະນະລັດຖະບານ, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ ອົງການຈັດຕັ້ງພັກ-ລັດ, ບັນດາອົງການຈັດຕັ້ງມະຫາຊົນ, ອໍານາດການປົກຄອງທ້ອງຖິ່ນ, ພາກເອກະຊົນຕະຫຼອດຮອດພີ່ນ້ອງປະຊາຊົນລາວບັນດາເຜົ່າ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ​ໃນຂອບເຂດທົ່ວປະເທດ​ ຈົ່ງ​ສືບຕໍ່ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ໃນການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ໃຫ້ໝົດໄປ ຕາມຄຳຂວັນຂອງວາລະ 2030 ເພື່ອການພັດທະນາແບບຍືນຍົງ ສປຊ ທີ່ວ່າ “ບໍ່ປະຖິ້ມໃຜໄວ້ທາງຫຼັງ ທັງນີ້ກໍເພື່ອ​ສ້າງກາລະໂອກາດໃຫ້ແມ່ຍິງ ແລະ ເດັກຍິງລາວທຸກຖ້ວນຫນ້າ ສາມາດພັດທະນາຕົນເອງໃຫ້ກາຍເປັນກໍາລັງແຮງ ທີ່ສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນອະນາຄົດຢ່າງເຕັມສ່ວນ.

ການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງສໍາລັບປີ 2018 ນີ້ ແມ່ນຈະເລີ່ມແຕ່ວັນທີ 25 ພະຈິກ ຈົນຮອດ ວັນທີ 10 ທັນວາ, ພາຍໃຕ້ຫົວຂໍ້ “Hear Me Too” ຊຶ່ງມີຄວາມໝາຍວ່າ “ຮັບຟັງຂ້ອຍແດ່.

ສຸ​ດທ້າຍ​ນີ້, ຂ້າ​ພະ​ເຈົ້າ ຂໍ​ອວຍພອນ​ໃຫ້ການ​ສະ​ເຫຼີ​ມສະຫຼອງວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີນີ້ ພາຍໃຕ້ຄໍາຂວັນທີ່ວ່າ “Hear Me Too  ຮັບຟັງຂ້ອຍແດ່ ຈົ່ງ​ປະສົບ​ຜົນສຳ​ເລັດຢ່າງ​ຈົບ​ງາມ.

Comments