ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດສະຫຼຸບວຽກງານ ປີ 2018 ແລະ ວາງທິດທາງແຜນການໃນປີ 2019

ໃນວັນທີ 11 ມັງກອນ 2019 ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄ ອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳ ປີ 2018 ແລະ ວາງທິດທາງປະຈໍາປີ 2019 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ, ມີຜູ້ຕາງໜ້າຈາກບັນດາກະຊວງ ອ້ອມຂ້າງສູນກາງ ແລະ ຄະນະກໍາມະການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໄລຍະໜຶ່ງປີຜ່ານມາ, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດ ໃນສປປ ລາວ ຢ່າງເອົາຈິງເອົາຈັງ, ເຊິ່ງເປັນປີທີ່ມີຫຼາຍເຫດການເກີດຂຶ້ນ, ໂດຍສະເພາະແມ່ນຂ່າວຕ່າງໆ ກ່ຽວກັບເຫດການໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ແລະ ບັນດາຂ່າວທີ່ບໍ່ເປັນຄວາມຈິງອື່ນໆ ທີ່ຖືກກຸ່ມຄົນບໍ່ດີປ່ອຍອອກມາ ເພື່ອຫວັງສ້າງຄວາມແຕກຕື່ນໃຫ້ປະຊາຊົນໃນສັງຄົມທົ່ວປະເທດ.

ສິ່ງເຫຼົ່ານັ້ນ, ໄດ້ເຮັດໃຫ້ເຫັນເຖິງຄວາມສໍາຄັນໃນການຄຸ້ມຄອງອິນເຕີເນັດ, ເວົ້າສະເພາະກໍແມ່ນສື່ສັງຄົມ  ”ອອນໄລ໌”. ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຊີ້ນໍາຂະແໜງ ການກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາດ້ວຍຮູບການຕ່າງໆ ຢ່າງມີປະສິດທິພາບ, ເປັນຕົ້ນແມ່ນ ການສ້າງ ແລະ ນໍາໃຊ້ບັນດານິຕິກຳ ທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດ,

ໂດຍສະເພາະ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ, ແລະ ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນຕີເນັດ, ທີ່ຖືເປັນປາຍມີອັນແຫຼມຄົມ ແລະ ຖືກນຳໃຊ້ເປັນບ່ອນອີງໃນການຈັດ ຕັ້ງປະຕິບັດວຽກງານຄວບຄຸມ ແລະ ຈຳກັດ ການນຳໃຊ້ສື່ສັງຄົມ “ອອນໄລ໌” ໄປໃນທາງທີ່ຜິດ.

ຂໍ້ມູນຈາກ: ຂປລ.

Comments