ເຝິກຊ້ອມໃຫຍ່ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ

ໃນຕອນເຊົ້າຂອງວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ວິທະຍາຄານກົມມະດຳ, ນໍ້າຊວງ, ເມືອງໂພນໂຮງ, ແຂວງວຽງຈັນ, ໄດ້ຈັດໃຫ້ມີການເຝິກຊ້ອມໃຫຍ່ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20/01/1949-20/01/2019)

ເຊິ່ງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງ ຂອງກອງທັບປະຊາຊົນລາວ, ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະເວລາ 70 ປີຜ່ານມາ.

ເປັນກຽດເຂົ້າຮ່ວມຊົມການຊ້ອມໃຫຍ່ໃນຄັ້ງນີ້ມີ ທ່ານ ພັນຄຳ ວິພາວັນ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ , ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດານາຍ ແລະ ພົນທະຫານ ແລະ ແຂກຮັບເຊີນຈາກພາກສ່ວນຕ່າງໆ.

ຂອບໃຈແຫຼ່ງທີ່ມາ.

Comments