10 ແຂວງຈັດເກັບລາຍຮັບສ່ວຍສາອາກອນ ລື່ນຄາດໝາຍ.

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວໃນກອງປະຊຸມວຽກງານສ່ວຍສາອາກອນ ທົ່ວປະເທດ ປະຈຳປີ 2018 ທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 14 -15 ມັງກອນ 2019 ນີ້ວ່າ:

ວຽກງານສ່ວຍສາອາກອນ ແມ່ນມີບົດບາດສຳຄັນທີ່ສຸດໃນລະບົບການເງິນແຫ່ງລັດ ເພາະເຮັດໜ້າທີ່ຂຸດຄົ້ນບັນດາແຫຼ່ງລາຍຮັບເຂົ້າງົບປະມານ ເພື່ອຕອບສະໜອງໃຫ້ແກ່ການເບີກຈ່າຍງົບປະມານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ສປປ ລາວ, ລາຍຮັບສ່ວຍສາອາກອນ ໄດ້ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງລາຍຮັບງົບປະມານທັງໝົດ, ເຊິ່ງໃນແຕ່ລະປີກໍມີລັກສະນະເພີ່ມຂຶ້ນ , ການຈັດເກັບລາຍຮັບສ່ວຍສາອາກອນທົ່ວປະເທດ ສຳລັບປີ 2018 ໄດ້ບັນລຸ 93,14 % ຂອງແຜນການປີ, ຊຶ່ງເທົ່າກັບ 10,8 ຕື້ກີບ, ໃນຂະນະຕົວເລກແຜນການປີທີ່ຕັ້ງໄວ້ແມ່ນ 11,6 ຕື້ກີບ.

ໃນປີ 2018 ກໍມີຫຼາຍແຂວງ ທີ່ປະຕິບັດການເກັບລາຍຮັບໄດ້ດີເດັ່ນລື່ນຕົວເລກແຜນການທີ່ວາງໄວ້ ເປັນຕົ້ນແມ່ນ ແຂວງຜົ້ງສາລີ, ບໍ່ແກ້ວ, ຫົວພັນ ແລະ ວຽງຈັນ ສາມາດປະຕິບັດໄດ້ລື່ນແຜນການ 20-24%.

ໃນຂະນະດຽວກັນ ແຂວງຫຼວງພະບາງ, ຫຼວງນ້ຳທາ, ອຸດົມໄຊ, ຊຽງຂວາງ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ກໍປະຕິບັດໄດ້ລື່ນແຜນການ 1-9%.

ຂໍ້ມູນຈາກ: ຂປລ.

Comments