ອົງການກວດສອບ ວາງແຜນກວດລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ ປີ 2019

ອົງການກວດສອບແຫ່ງລັດ ວາງແຜນກວດສອບ ລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ, ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການນຳໃຊ້ທຶນໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃນປີ 2019 ນີ້

ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍປີ 2018 ຜ່ານມາວ່າ: ໃນປີ 2019 ອົງການກວດສອບແຫ່ງລັດ ໄດ້ຂຶ້ນແຜນດຳເນີນການກວດສອບ ຈຳນວນ 99 ເປົ້າໝາຍ. ໃນນັ້ນ, ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 46 ເປົ້າໝາຍ, ກວດສອບໂຄງການພັດທະນາແບບຍືນຍົງ ( SDGs ) 2 ເປົ້າໝາຍ, ໂຄງການລົງທຶນຂອງລັດຢູ່ຂັ້ນທ້ອງຖິ່ນ 6 ເປົ້າໝາຍ, ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 21 ເປົ້າໝາຍ, ກວດສອບທະນາຄານລັດ 6 ເປົ້າໝາຍ ແລະ ກວດສອບວິສາຫະກິດລັດ ຈຳນວນ 18 ເປົ້າໝາຍ.

ສຳລັບຂົງເຂດກວດສອບ ຄື: ກວດສອບລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ, ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ໂຄງການພັດທະນາແບບຍືນຍົງ ( SDGs ), ການນຳໃຊ້ທຶນໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ, ການປ່ອຍສິນເຊື່ອ ແລະ ຜົນຂອງການດຳເນີນທຸລະກິດຂອງວິສາຫະກິດລັດ.

ທ່ານປະທານອົງການກວດສອບແຫ່ງລັດ ກ່າວຕື່ມວ່າ: ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ສຳເລັດຜົນຕາມລະດັບຄາດໝາຍ, ມີປະສິດທິພາບ – ປະສິດທິຜົນ ແລະ ປະຢັດ ທາງອົງການກວດສອບແຫ່ງລັດ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດບາງມາດຕະການ ຄື:

1). ຄະນະພັກ – ຄະນະນຳອົງການກວດສອບແຫ່ງລັດ, ອົງການກວດສອບປະຈຳພາກ, ຄະນະແຕ່ລະຂັ້ນ ໃຫ້ຫັນເອົາທິດທາງວຽກງານຈຸດສຸມເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າວຽກງານໃຫ້ສຳເລັດຜົນ;

2). ອົງການກວດສອບປະຈຳພາກ, ຫ້ອງການ, ບັນດາກົມ ແລະ ສະຖາບັນຝຶກອົບຮົມ ຈັດຕັ້ງການເຊື່ອມຊຶມບັນດາກົດໝາຍ, ນິຕິກຳທີ່ກ່ຽວຂ້ອງໃຫ້ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ ແລະ ເພີ່ມທະວີການຕິດຕາມກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ປັບປຸງແກ້ໄຂວິທີເຮັດວຽກໃຫ້ມີຄວາມຄ່ອງຕົວ

3). ອົງການກວດສອບແຫ່ງລັດ ເອົາໃຈໃສ່ປະສານສົມທົບກັບອົງການກວດກາລັດຖະບານ, ກຳມາທິການ, ແຜນການ, ການເງິນ ແລະ ການກວດສອບ, ສະພາແຫ່ງຊາດ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ບັນດາກະຊວງ, ບັນດາແຂວງ – ນະຄອນຫຼວງ ໃນການຈັດຕັ້ງປະຕິບັດແຜນການກວດສອບ ປະຈຳປີ 2019;

4). ອົງການກວດສອບປະຈຳພາກ ເອົາໃຈໃສ່ປະສານສົມທົບອົງການປົກຄອງທ້ອງຖິ່ນ, ອົງການກວດກາລັດຂັ້ນແຂວງ – ນະຄອນຫຼວງ ເພື່ອປະຕິບັດກົນໄກການປະສານງານ, ແຜນດຳເນີນກວດສອບ ແລະ ແກ້ໄຂມາດຕະການແນະນຳຜົນກວດສອບໃຫ້ເປັນຮູບປະທຳ

Comments