ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019

 ອົງການ ດີວີວີ ອິນເຕີເນເຊິນແນວ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ (DVV International) ໄດ້ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019 ລວມມູນຄ່າ 180 ລ້ານກີບ ໃຫ້ແກ່ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ເພື່ອຮັບໃຊ້ເຂົ້າໃນການສຶກສານອກໂຮງຮຽນ ເພື່ອການພັດທະນາແບບຍືນຍົງ ແລະ ການສຶກສາຕໍ່ເນື່ອງໃນ ສປປ ລາວ. ພິທີຈັດຂຶ້ນໃນຕອນບ່າຍຂອງ ວັນທີ 14 ມັງກອນ 2019 ທີ່ນະຄອນຫລວງວຽງຈັນ.

ຂໍ້ມູນຈາກ: ຂປລ.

Comments