ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີອິນເດຍ

ໃນວັນທີ 10 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ ຣາສະຕຼາປະຕີ ບາວັນ (Rashtrapati Bhavan), ນິວເດນລີ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ຣາມ ນາດ ໂກວິນ (Ram Nath Kovind), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິນເດຍ.

 

ຂໍ້ມູນຈາກ: ຂປລ.

Comments