ອັງກິດ ໃຫ້ທຶນຊ່ວຍເຫຼືອ ການເກັບກູ້ລະເບີດຢູ່ສອງແຂວງ

ໃນວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ເຊັນບົດບັນທືກຄວາມເຂົ້າໃຈໂຄງການລະຫວ່າງ ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ ( ຄຊກລ ) ກັບ ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ. ຮ່ວມລົງນາມບົດບັນທືກຄວາມເຂົ້າໃຈໂດຍ ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄຊກລ ແລະ ນາງ ບລອດຊຳ ກີວມໍໄຊ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ,

ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ Hung Evans ເອກອັກຄະລັດຖະທູດ ຣາຊະອານາຈັກອັງກິດ ປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າກະຊວງການຕ່າງປະເທດ, ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແຂວງຊຽງຂວາງ ແລະ ແຂວງ ຄຳມວ່ນ ເຂົ້າຮ່ວມ.

ໂຄງການດັ່ງກ່າວ, ໄດ້ຮັບທຶຶນຈາກລັດຖະບານ ປະເທດ ອັງກິດ ຈຳນວນ 4.500 ໂດລາສະຫະລັດ, ໄລຍະໂຄງການແມ່ນ 13 ເດືອນ, ຈຳນວນເງິນດັ່ງກ່າວແມ່ນມອບໃຫ້ອົງການແມັກ ປະຈຳ ສປປ ລາວ ນຳໃຊ້ເຂົ້າໃນການກວດກູ້ລະເບີດ ຢູ່ 3 ເມືອງເປົ້າໝາຍ ຄື: ເມືອງໜອງແຮດ, ເມືອງຄູນ ແລະ ເມືອງຜາໄຊ ແຂວງຊຽງຂວາງ ແລະ ກວດກູ້ລະເບີດ, ສຳຫລຼວດທີ່ບໍ່ແມ່ນດ້ານວິຊາການ ແລະ ສຶກສາຄວາມສ່ຽງໄພຕໍ່ ລບຕ ຢູ່ 2 ເມືອງເປົ້າໝາຍຄື: ເມືອງຍົມມະລາດ ແລະ ເມືອງບົວລະພາ ແຂວງຄຳມວ່ນ.

ຂໍ້ມູນຈາກ: ຂ່າວສານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

Comments