ການນໍາແຂວງສາລະວັນ ເຂົ້າວາງກະຕ່າດອກໄມ້ ເພື່ອລະນຶກເຖິງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 63 ປີ

ໃນວັນທີ 31 ມັງກອນ 2019 ການນໍາແຂວງສາລະວັນ ນໍາໂດຍ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ພ້ອມຄະນະ ແລະ ກຸ່ມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຸ່ມຄະນະສະຫະພັນພັນກໍາມະບານແຂວງ, ກຸ່ມພັກ-ພະນັກງານ, ກຸ່ມວັດທະນະທໍາ-ສັງຄົມ, ກຸ່ມປົກປ້ອງກົດໝາຍ, ກຸ່ມເສດຖະກິດ, ກຸ່ມສະຫະພັນກໍາມະບານຂະແໜງ ແລະ ກຸ່ມສະຫະພັນກໍາມະບານເມືອງສາລະວັນ, ໄດ້ເຂົ້າວາງກະຕ່າງດອກໄມ້ຢູ່ 3 ຈຸດສຳຄັນຂອງແຂວງຄື: ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີອົງແກ້ວ.

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ ( 1 ກຸມພາ 1956- 1 ກຸມພາ 2019) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດແຫ່ງການຕໍ່ສູ້ ແລະ ການສ້າງສາ ພັດທະນາ ປະເທດຊາດ ກໍຄືຂອງຊາວຜູ້ອອກແຮງງານບັນດາເຜົ່າ ໃນການປະກອບສ່ວນໃນພາລະກິດປະຕິວັດ ຂອງອົງການຈັດຕັ້ງກຳມະບານລາວຕະຫຼອດໄລຍະຜ່ານມາ.

ຂໍ້ມູນຈາກ: ໜັງສືພິມສາລະວັນ

Comments