ຮອງປະທານປະເທດ ໂອ້ລົມຕໍ່ກອງປະຊຸມວຽກງານຍຸຕິທຳ ທົ່ວປະເທດ

ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ມັງກອນ 2019 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ,ມີຜູ້ເຂົ້າຮ່ວມ ທັງໝົດຈຳນວນ 325 ທ່ານ, ຍິງ 90 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໂດຍທ່ານໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານຍຸຕິທໍາໃນໄລຍະທີ່ຜ່ານມາ,

ກະຊວງຍຸຕິທຳໃນຖານະເປັນເສນາທິການໃຫ້ແກ່ລັດຖະບານໃນວຽກງານກົດໝາຍ ແລະ ຍຸຕິທຳ ໄດ້ຕັ້ງໜ້າປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງການຍຸຕິທໍາໃນວຽກງານຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໄດ້ເປັນຢ່າງດີ, ອັນເປັນການປະກອບສ່ວນທີ່ສໍາຄັນຂອງຂະແໜງການຍຸຕິທໍາ ເຂົ້າໃນການຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII

ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນບາງຈຸດທີ່ສຳຄັນ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ໃນປີ 2019 ດັ່ງນີ້:
ບັນຫາທີໜຶ່ງ: ຕ້ອງກຳແໜ້ນຖານະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ອັນນີ້ແມ່ນມີຄວາມ ໝາຍຄວາມສຳຄັນຍິ່ງ ຕໍ່ການກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ສ້າງປະຖົມປັດໄຈ ກ້າວສູ່ສັງຄົມນິຍົມ;
ບັນຫາທີສອງ: ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍຕ້ອງຮັບປະກັນລັກສະນະຊົນຊັ້ນ ແລະ ໃຫ້ຄົບຖ້ວນສົມບູນເປັນກ້າວໆ, ຕ້ອງເພີ່ມທະວີວຽກງານຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດກົດໝາຍ ບົນພື້ນຖານແນວທາງ, ນະໂຍບາຍ ແລະ ທັດສະນະຂອງພັກ;
ບັນຫາທີສາມ: ການປະຕິບັດກົດໝາຍຕ້ອງໃຫ້ມີຄວາມສັກສິດ ເຂັ້ມງວດ ຮັບປະກັນຄວາມຍຸຕິທໍາ-ນີ້ເປັນສິ່ງທີ່ສັງຄົມ ແລະ ປະຊາຊົນເປັນຫ່ວງເປັນໄຍ ແລະ ເລັ່ງທວງໃຫ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດເຮົາ ຈັດຕັ້ງປະຕິບັດໃຫ້ດີກວ່າເກົ່າ;
ບັນຫາທີສີ່: ກ່ຽວກັບການຕິດຕາມກວດກາຂະບວນການຈັດຕັ້ງປະຕິບັດກົດໝາຍຢູ່ບ້ານເຮົາ ມີຄວາມຈຳເປັນຕ້ອງໄດ້ເພີ່ມທະວີໃຫ້ສູງຂຶ້ນກວ່າເກົ່າ;
ບັນຫາທີຫ້າ: ການຍົກສູງຄຸນນະພາບ ຂອງວຽກງານພັດທະນາບຸກຄະລາກອນກົດໝາຍ ເພື່ອຕອບສະໜອງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ;
ການຍົກສູງຄຸນນະພາບດັ່ງກ່າວ ຕ້ອງຕິດພັນຢ່າງສະໜິດແໜ້ນກັບການປັບປຸງ ແລະ ຍົກສູງຄຸນນະພາບ ຂອງໂຄງການຫຼັກສູດການຮຽນ-ການສອນ;
ບັນຫາທີຫົກ: ການຊີ້ນຳ-ນຳພາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານຍຸຕິທຳໃຫ້ຖືເປັນວຽກງານໜຶ່ງ ທີ່ຕ້ອງໄດ້ເພີ່ມທະວີການຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ ແລະ ເບິ່ງແຍງດູແລຂອງຄະນະພັກທຸກຂັ້ນ;
ບັນຫາທີເຈັດ: ໃນໄລຍະຂອງການກະກຽມກອງປະຊຸມໃຫຍ່ ສາມຂັ້ນຂອງພັກຄວນເບິ່ງຄືນບັນດາຄາດໝາຍ ພ້ອມກັນຄົ້ນຄວ້າ-ວິເຄາະວິໄຈບັນຫາຕ່າງໆໃຫ້ແທດຕົວຈິງ ແລະ ເຫັນບັນຫາທີ່ຈະຕ້ອງແກ້ໄຂ.

ຂໍ້ມູນຈາກ:ໜັງສືພິມກົດໝາຍ

Comments