ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊື່ອມຊຶມມະຕິ 7ແລະ ເປີດຂະບວນການແຂ່ງຂັນ

ໃນວັນທີ 30-31 ມັງກອນ 2018 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມມະຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ເປີດຂະບວນການແຂ່ງຂັນ ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ບັນດາສະຫາຍຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດ ເຂົ້າຮ່ວມ.


ຈຸດປະສົງ ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ທົ່ວ ຫສນຍ ໄດ້ຮັບຮູ້, ເຊື່ອມຊຶມ ຕໍ່ເນື້ອໃນຈິດໃຈ ຂອງມະ ຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 56/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ; ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 57/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ຂອງການຄຸ້ມຄອງມະຫາພາກ ລວມທັງ ບາງບັນຫາ ທີ່ຜູ້ເຂົ້າຮ່ວມ ໄດ້ຍົກຂຶ້ນມານຳສະເໜີ ໃນກອງປະຊຸມຄັ້ງນີ້.

ສຳຄັນ ແມ່ນສາມາດນຳເອົາເນື້ອໃນຈິດໃຈ ຂອງບັນດາເອກະສານ ກໍຄືເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດວຽກງານຕົວຈິງ ໃຫ້ມີຄວາມເປັນເອກະພາບ, ເປັນລະບົບ,​ ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບຫຼັກການ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ເຮັດໃຫ້ຮາກຖານພັກ ແລະ ການຈັດຕັ້ງຂອງຕົນ ມີຄວາມປອດໄສ, ເຂັ້ມແຂງ, ໜັກແໜ້ນ, ສາມາດປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.


ນອກນັ້ນ ກໍຍັງເປັນການເປີດຂະບວນການແຂ່ງຂັນ ການກໍ່ສ້າງໜ່ວຍພັກ ພາຍໃນ ຫສນຍ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ເປັນໄປຕາມທິດທາງ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ຂໍ້ມູນຈາກ:ຂປລ.

Comments