ຄະນະຜູ້ແທນພັກກອມມູນິດ ເນປານ ຢ້ຽມຢາມລາວ ເພື່ອ…..

ຕອບສະໜອງຕາມການເຊື້ອເຊີນຂອງ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ນໍາໂດຍ ສະຫາຍ ມາດດັບ ກຸມມານ ເນປານ, ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກໍາມະການຄະນະປະຈໍາສູນກາງພັກກອມມູນິດ ເນປານ, ອະດີດນາຍົກລັດຖະມົນຕີ ເນປານ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 31 ມັງກອນ – 04 ກຸມພາ 2019.

ໃນໄລຍະຢູ່ຢ້ຽມຢາມ ສປປ ລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໄດ້ພົບປະເຮັດວຽກກັບ ສະຫາຍ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນການພົບປະດັ່ງກ່າວ, ບັນດາສະຫາຍການນໍາລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເນປານ; ພ້ອມນັ້ນ ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ  ໃນໄລຍະມໍ່ໆມານີ້ ໃຫ້ຄະນະຊາບ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII; ໄດ້ແລກປ່ຽນບົດຮຽນໃນການຊີ້ນໍານໍາພາຂອງພັກ ສປປ ລາວ ໃນໄລຍະທີ່ຜ່ານມາ, ແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈນຳກັນພ້ອມທັງ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ ການເຄື່ອນໄຫວຂອງ ພັກຄອມມູນິດ ເນປານ ໃນໄລຍະທີ່ຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງບົດບາດໃນການນໍາພາຂອງພັກກອມມູນິດເນປານ ມີບາດກ້າວຂະຫຍາຍຕົວໃໝ່ໃນເວທີການເມືອງຂອງເນປານ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍານໍາພາຂອງພັກກອມມູນິດເນປານ, ປະຊາຊົນເນປານຈະສາມາດຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນການສ້າງສາພັດທະນາປະເທດ.

ສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ- ສສປ ເນປານ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.

ທີ່ມາ: ຂ່າວສານປະເທດລາວ.
ຂ່າວ :ຄນພ ພາບ :ເກດສະໜາ

Comments