Facebook ຈະລວມ Messenger-WhatsApp-Instagram ເຂົ້າໄວ້ນຳກັນຍ້ອນ…..

ເມື່ອບໍ່ດົນມານີ້ ມີຂ່າວຄາວທີ່ສຳຄັນກ່ຽວກັບວົງການ ໂຊຊຽວມີເດຍ ນັ້ນກໍຄື: Facebook ກຽມຈະລວບລວມບໍລິການສົ່ງຂໍ້ຄວາມ ຂອງທັງ 3 ແອັບພິເຄຊັນທີ່ Facebook ເປັນເຈົ້າຂອງມາເຂົ້າໄວ້ຢູ່ນຳກັນ.

Facebook ເປັນບໍລິສັດຜູ້ໃຫ້ບໍລິການໃນສ່ອງທາງໂຊຊຽວມີເດຍທີ່ໃຫຍ່ທີ່ສຸດໃນໂລກ, ໂດຍລາຍໄດ້ທັງໝົດຂອງ Facebook ນັ້ນ ມາຈາກການໂຄສະນາເຖິງ 98% ສ່ອງທາງ ທີ່ບໍລິສັດ Facebook ເປັນເຈົ້າຂອງມີຄື:  Facebook ມີຜູ້ໃຊ້ງານຫຼາຍກວ່າ 2.200 ລ້ານບັນຊີ,  Messenger ມີຜູ້ໃຊ້ງານ 1,300 ລ້ານບັນຊີ,  Instagram ທີ່ເນັ້ນການແຊຣ໌ຮູບພາບ ແຕ່ກໍມີການແຊັດພາຍໃນຕົວດ້ວຍຄືກັນ ເຊິ່ງ Facebook ຊື້ກິດຈະການໃນປີ 2012 ປັດຈຸບັນມີຜູ້ໃຊ້ງານ 1.000 ລ້ານບັນຊີ, ສ່ອງທາງ WhatsApp ເປັນແອັບພິເຄຊັນແຊັດ ທີ່ Facebook ຊື້ກິດຈະການໃນປີ 2014 ປັດຈຸບັນມີຜູ້ໃຊ້ງານ 1.500 ລ້ານບັນຊີ.

ເມື່ອສັງເກດແລ້ວວ່າ ໃນການຕິດຕໍ່ສື່ສານຂອງມະນຸດໂລກຈະຕ້ອງມີ Facebook ເຂົ້າມາກ່ຽວຂ້ອງໃນຊີວິດສະເໝີ ເພາະແຕ່ລະບໍລິການຂອງບໍລິສັດນັ້ນມີຖານລູກຄ້າສູງເກີນ 1.000 ລ້ານຄົນ.

ເຖິງຢ່າງໃດກໍ່ຕາມ ລ່າສຸດມີລາຍງານວ່າ Facebook ກຳລັງວາງແຜນທີ່ລວມບໍລິການແຊັດຂໍ້ຄວາມຂອງທັງ Messenger, WhatsApp ແລະ Instagram ເຂົ້າໄວ້ນຳກັນ ໂດຍຄາດວ່າຈະເລີ່ມນຳໃຊ້ໃນປີ 2020.
ແຕ່ການບໍລິການຂອງທັງ 3 ແອັບ ຈະຍັງເປັນອິດສະຫຼະຕໍ່ກັນຄືເກົ່າ ພຽງແຕ່ຈະມີການເຊື່ອມໂຍງການຮັບສົ່ງຂໍ້ຄວາມ ລະຫວ່າງກັນໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນເຊັ່ນ: ຜູ້ໃຊ້ Messenger ສາມາດແຊັດໄປຫາບັນຊີຜູ້ໃຊ້ WhatsApp ຫຼື  Instagram ໄດ້ໂດຍກົງ.

ເປັນຫຍັງ? Facebook ຈຶ່ງຕ້ອງລວມການແຊັດຂໍ້ຄວາມທັງໝົດໄວ້ນຳກັນ?

ຖ້າວິເຄາະເຖິງສາເຫດ ທີ່ Facebook ວາງຍຸດທະສາດແບບນີ້ ສາເຫດກໍຍ້ອນວ່າ ໃນຕອນນີ້ເຖິງວ່າ Facebook ຈະຄອງຕະຫຼາດການຕິດຕໍ່ສື່ສານໄດ້ທັງໝົດ ແຕ່ມັນກໍຍັງມີຊ່ອງວ່າງຢູ່ຄື ໃນໂລກນີ້ ທຸກຄົນໃຊ້ແອັບພິເຄຊັນ ແຊັດສົ່ງຂໍ້ຄວາມທີ່ບໍ່ຄືກັນເຊັ່ນ: ສະຫະລັດອາເມລິກາໃຊ້ Messenger, ເອີຣົບໃຊ້ WhatsApp, ຍີ່ປຸ່ນໃຊ້ LINE ແລະ ຫຼາຍຄົນກໍມັກໃຊ້ Instagram ເປັນຕົ້ນ…

ເມື່ອເກີດມີຊ່ອງວ່າງເກີດຂຶ້ນ ອຸປະສັກກໍເກີດຂຶ້ນ ການເຊື່ອມຕໍ່ທຸກຢ່າງໄວ້ນຳກັນ ຈະເພີ່ມຄວາມສະດວກ ແລະ ຊ່ວຍຮັກສາຖານຜູ້ໃຊ້ງານຂອງແຕ່ລະສ່ອງທາງໄດ້ຄືເກົ່າ ເອີ້ນໄດ້ວ່າ ການສ້າງຕ້ອງໂສ້ ຫຼື ລະບົບນິເວ (Ecosystem) ທີ່ຈະຜູ້ໃຊ້ງານອອກຈາກສ່ອງທາງຕ່າງໆຍາກຂຶ້ນ ຫຼື ບໍ່ຈຳເປັນຕ້ອງອອກຈາກແອັບພິເຄຊັນນັ້ນເລີຍກໍສາມາດເຂົ້າໄປຕອບຂໍ້ຄວາມກັບໝູ່ເພື່ອນ ຫຼື ພົວພັນວຽກງານໄດ້ຢ່າງສະບາຍ.

ນອກຈາກນີ້, ອັດຕາການຂະຫຍາຍຕົວຂອງຜູ້ໃຊ້ບໍລິການແຕ່ລະແອັບ ໃຫ້ເຖິງຈຸດອີ່ມຕົວ ເພາະມີຖານສະມາຊິດທີ່ຫຼາຍຢູ່ແລ້ວ, ດັ່ງນັ້ນ, ວິທີທີ່ຈະເຮັດໃຫ້ການບໍລິການມີການຂະຫຍາຍຕົວຕໍ່ຄື: ການເຊື່ອມການຕິດຕໍ່ລະຫວ່າງແອັບຕ່າງໆເຂົ້າໄວ້ນຳກັນ, ເຊິ່ງຈະສົ່ງຜົນໃຫ້ຜູ້ໃຊ້ງານມີກິດຈະກຳທີ່ເຮັດໃນແອັບຫຼາຍຂຶ້ນ,​ຜ່ານມາ  Facebook ໄດ້ຍົກເລີກຄ່າບໍລິການລາຍປີຂອງ WhatsApp ເພື່ອຮັກສາຖານລູກຄ້າ ສູ້ກັບແອັບອື່ນໆ ທີ່ໃຫ້ໃຊ້ຟຣີ ແລະ ຫາທາງໃຊ້ຖານຂໍ້ມູນລູກຄ້າ ສ້າງລາຍໄດ້ກັບພາກທຸລະກິດແທນ ລວມທັງ Instagram ກໍມີ Page ຮ້ານຄ້າທີ່ເນັ້ນການຂາຍສິນຄ້າ ໄດ້ນຳອີກ.

ການລວມແຊັດຂອງທັງ 3 ແອັບ ອາດຈະເຮັດໃຫ້ພາກທຸລະກິດ ສາມາດມີຂໍ້ມູນ ຫຼື ຕິດຕໍ່ທຸລະກຳກັບລູກຄ້າ ໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ບໍ່ວ່າເຮົາຈະນິຍົມໃຊ້ແອັບໃດ ຫຼື ຢູ່ບ່ອນໃດໃນສື່ໂຊຊຽວໃນໂລກນີ້.
ເຊິ່ງແຜນການນີ້ ອາດຈະເຮັດໃຫ້ Facebook ສະເໜີບໍລິການໃຫ້ລູກຄ້າໄດ້ຄົບວົງຈອນໃນແບບຂອງຕົນເອງ ບໍ່ໃຫ້ຜູ້ໃຊ້ໜີໄປນຳໃຊ້ສ່ອງທາງອື່ນໆ ທີ່ພະຍາຍາມເຂົ້າມາຍາດສ່ວນແບ່ງເຊັ່ນ: WeChat, LINE ຫຼື iMessage ของ Apple
ເມືອລວມຕົວເຂົ້າກັນແລ້ວ ຜູ້ໃຊ້ງານຂອງສ່ອງທາງແຊັດນີ້ອາດຈະເຖິງຫຼັກ 2.000 ລ້ານບັນຊີ ທຽບເທົ່າສ່ອງທາງຂອງ Facebook ທີ່ເປັນສ່ອງທາງຫຼັກຂອງບໍລິສັດກໍເປັນໄປໄດ້.

ບໍລິສັດຂະໜາດໃຫຍ່ ທີ່ຜ່ານໄລຍະເວລາແຫ່ງການເຕີບໂຕ ແລະ ໃກ້ເຖິງຈຸດອີ່ມຕົວ ແຕ່ໃນໂລກຂອງທຸລະກິດ ມັນກໍຈະມີຊ່ອງທາງໃໝ່ໆ ເປີດໂອກາດໃຫ້ຂະຫຍາຍຕົວໄດ້ອີກສະເໝີ ເຊິ່ງໃນກໍລະນີຂອງ Facebook ກໍເປັນຂ່າວທີ່ນ່າສົນໃຈ ແລະ ຕິດຕາມວ່າ ບໍລິສັດຈະດຳເນີນກົນລະຍຸດໄດ້ະສົບຄວາມສຳເລັດຫຼືບໍ່? ທ່າມກາງຄວາມທ້າທາຍຂອງຄູ່ແຂ່ງຂັນ ແລະ ຄຳຖາມເຖິງຄຸນນະພາບ ແລະ ຄວາມປອດໄພຂອງບໍລິການ
References
https://www.nytimes.com/…/facebook-instagram-whatsapp-messe…
https://www.statista.com/…/global-social-networks-ranked-b…/
https://www.similarweb.com/…/popular-messaging-apps-by-coun…
https://finance.yahoo.com/quote/FB/financials?p=FB

Comments