ສະຫະກອນຜູ້ຜະລິດກາເຟ ມອບອາຄານຮຽນຫຼັງໃໝ່ໃຫ້ບ້ານພູມອນ

ທ່ານ ບຸນທົງ ເທບໄກສອນ ປະທານສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໃນນາມເຈົ້າຂອງໂຄງການກໍ່ສ້າງອາຄານຮຽນຊັ້ນປະຖົມ ບ້ານພູມອນ ຫຼັງໃໝ່ ໃຫ້ຮູ້ວ່າ: ອາຄານຮຽນຫຼັງໃໝ່ທີ່ກໍ່ສ້າງສຳເລັດນີ້ ແມ່ນອາຄານກໍ່ຊັ້ນດຽວ, ໂຄງສ້າງເບຕົງເສີມເຫຼັກ, ມຸງກະເບື້ອງ, ເຊິ່ງປະກອບມີ 5 ຫ້ອງຮຽນ ພ້ອມອຸປະກອນໂຕະ, ຕັ່ງ ແລະ ກະດານຄົບຊຸດ, ໂດຍລວມມູນຄ່າການກໍ່ສ້າງທັງໝົດ ແມ່ນ 348 ລ້ານກີບ, ໃນນີ້ ແມ່ນທຶນຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ 291 ລ້ານກີບ ແລະ ທຶນສົມ ທົບຈາກປະຊາຊົນບ້ານພູມອນ ທີ່ເປັນແຮງງານກໍ່ສ້າງມູນຄ່າ 57 ລ້ານກີບ.


ອາຄານຮຽນຫຼັງໃໝ່ ທີ່ທາງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນກໍ່ສ້າງ ແລະ ມອບໃຫ້ນີ້ ແມ່ນໜຶ່ງໃນນະໂຍບາຍຂອງສະຫະກອນ ທີ່ຢາກພັດທະນາການສຶກສາພາຍໃນບ້ານພູມອນທີ່ເປັນສະມາຊິກຂອງສະຫະກອນເຂດພູພຽງບໍລະເວນ ໃຫ້ດີຂຶ້ນເທື່ອລະກ້າວໂດຍສະເພາະ ແມ່ນທາງດ້ານອາຄານຮຽນ ເພື່ອໃຫ້ສະດວກ ແລະ ພຽງພໍກັບຄວາມຮຽກ ຮ້ອງຕ້ອງການ.


ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ສຸລິຈັກ ພິລາແດງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ບຸນເນີນ ແກ້ວວົງສາ ຮອງເຈົ້າເມືອງໆ ປາກຊ່ອງ, ການນຳຂອງພະແນກການຕ່າງໆ, ບັນດາພະນັກງານທີ່ກ່ຽວຂ້ອງ, ຜູ້ຕາງໜ້າອຳນາດການປົກຄອງກຸ່ມ, ແລະ ບ້ານ, ບັນດາຄູອາຈານ ແລະ ນ້ອງນັກຮຽນ ກໍໄດ້ຮ່ວມເປັນສັກຂີພິຍານໃນການຕັດແຖບຜ້າປ່ອຍປ້າຍ ແລະ ຊົມການສະແດງສິລະປະວັນນະຄະດີ ຫຼາກຫຼາຍລາຍການ, ມີທັງຟ້ອນ ລຳ ແລະ ຮ້ອງເພງ, ເພື່ອເປັນການຊົມເຊີຍຜົນສຳເລັດການກໍ່ສ້າງອາຄານຮຽນຫຼັງໃໝ່ຢ່າງຄຶກຄື້ນມ່ວນຊື່ນ.

ພິທີຈັດຂຶ້ນໃນວັນທີ 29 ມັງກອນ 2019 ຜ່ານມາ ທີ່ໂຮງຮຽນປະຖົມ ບ້ານພູມອນ ເມືອງປາກຊ່ອງ, ແຂວງຈຳປາສັກ ພາຍຫຼັງທີ່ໄດ້ດຳເນີນການກໍ່ສ້າງມາເປັນເວລາ 4 ເດືອນ.

 

ຂໍ້ມູນຈາກ: ວິທະຍຸກະຈາຍສຽງ ແຫ່ງຊາດ.

Comments