ກອງປະຊຸມສະໄໝສາມັນເທື່ອທີ 6 ຊຸດທີ I ສະພາປະຊາຊົນແຂວງບໍລິຄໍາໄຊ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ (ສພຂ)ບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມມີທ່ານນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ-ເຈົ້າແຂວງບໍລິຄຳໄຊ, ບັນດາການນຳຂອງແຂວງ, ພະນັກງານອາວຸໂສບຳນານ, ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນໄປເຖິງວັນທີ 1 ກຸມພາ 2019 ເພື່ອສຸມໃສ່ຄົ້ນຄວ້າ ພິຈາລະນາ, ຮັບຮອງເອົາບັນຫາສຳຄັນຕ່າງໆ ຄື: ຮັບຟັງການລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດຂອງແຂວງ ໃນການ ພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈຳປີ 2018 ແລະ ແຜນງານຈຸດສຸມ ປະຈຳປີ 2019;

ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2018 ແລະ ທິດທາງແຜນການປີ 2019 ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ, ບັນດາໂຄງການລົງທຶນຂອງລັດ, ການຈັດຕັ້ງປະຕິບັດແຜນງົບປະມານ, ການຈັດຕັ້ງປະຕິບັດຜົນການກວດກາ, ການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ,

ພ້ອມນີ້ ຍັງໄດ້ພິຈາລະນາ ຮັບຮອງເອົາບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ແລະ ການຈັດຕັ້ງປະຕິບັດຄຳແນະນຳຜົນການກວດສອບປີຜ່ານມາ;

ຮັບຟັງການລາຍງານ ກ່ຽວກັບການກວດກາການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍຂອງແຂວງ, ການແກ້ໄຂຜົນການກວດສອບ ໃນໄລຍະຜ່ານມາ; ຮັບຟັງການລາຍງານ ກ່ຽວກັບການສົ່ງເສີມການຜະລິດເປັນສິນຄ້າ ແລະ ການສ້າງຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນແຂວງ; ລາຍງານກ່ຽວກັບການແກ້ໄຂບັນຫາຕະຫຼາດສິນຄ້າ ຕິດພັນກັບການເຂົ້າເຖິງແຫຼ່ງທຶນຂອງບັນດາຫົວໜ່ວຍທຸລະກິດ; ການແກ້ໄຂຜົນກະທົບຈາກໄພທຳມະຊາດ ໃນປີຜ່ານມາ ແລະ ພິຈາລະນາ, ຮັບຮອງ ເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງສະພາປະຊາຊົນແຂວງ.
ພ້ອມນີ້ກອງປະຊຸມຍັງຈະໄດ້ ຮັບຟັງການປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດແຂວງ ເຊິ່ງຕາງໜ້າອົງການຈັດຕັ້ງມະຫາຊົນ ຕີລາຄາຕໍ່ການເຄື່ອນໄຫວວຽກງານ ປະຈຳປີຜ່ານມາ ຂອງສະພາປະຊາຊົນແຂວງ ແລະ ພິຈາລະນາ, ຮັບຮອງເອົານິຕິກຳຂອງແຂວງ ຕາມການສະເໜີຂອງທ່ານເຈົ້າແຂວງ ຈຳນວນ 2 ສະບັບຄື: ນິຕິກຳວ່າດ້ວຍນະໂຍບາຍ ແລະ ລາຄາຫົວໜ່ວຍຊົດເຊີຍເນື້ອທີ່ດິນບໍລິເວນສົ້ນຂົວນໍ້າຂອງ ແຫ່ງທີ 5 ປາກຊັນ-ບຶງການ ຈຳນວນ 52,42 ເຮັກຕາ ແລະ ນິຕິກໍາວ່າດ້ວຍການຄຸ້ມຄອງ ການພັດທະນາຕົວເມືອງປາກຊັນ.

ໃນກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ, ຊີ້ແຈງຂອງບັນດາພະແນກການຈຳນວນໜຶ່ງ ຕາມຄໍາສະເໜີຂອງປະຊາຊົນ ແລະ ຄຳຊັກຖາມຂອງສະມາຊິກສະພາ ປະຊາຊົນແຂວງ.

ຂໍ້ມູນຈາກ: ຂປລ.
ຂ່າວ: ບຸນນຳ ແພງສີແກ້ວ

Comments