ພຽງມີຄວາມຮູ້ທາງດ້ານການຕະຫຼາດ, ຮັກໃນການເຮັດທຸລະກິດ ແລະ ມີເງິນທຶນກໍສາມາດເປັນຜູ້ປະກອບການໄດ້ ແຕ່ຈະຖ້າຈະເປັນຜູ້ປະກອບການທີ່ມີສິດຕິພາບນັ້ນ ຕ້ອງມີ Life Style ເຫຼົ່ານີ້!!!

Life Style ທີ່ຈະເພີ່ມປະສິດຕິພາບໃນການເປັນຜູ້ປະກອບການ!!!

 

ຫຼາຍຄົນເຂົ້າໃຈວ່າ ການເຮັດທຸລະກິດນັ້ນພຽງແຕ່ ມີຄວາມຮູ້ທາງດ້ານການຕະຫຼາດ, ມີໃຈຮັກມັກໃນການເຮັດທຸລະກິດ ແລະ ມີເງິນທຶນທີ່ພຽງພໍກໍເຮັດໄດ້ແລ້ວ. ແນ່ນອນວ່າທ່ານຄິດບໍ່ຜິດ ການເປັນຜູ້ປະກອບການນັ້ນໃຜໆກໍເປັນໄດ້ ຂໍແຕ່ມີຄຸນສົມບັດທີ່ກ່າວມາຂ້າງເທິງນັ້ນ! ແຕ່ທ່ານຮູ້ບໍ່ວ່າ ການເປັນຜູ້ປະກອບການທີ່ດີ ແລະ ມີປະສິດຕິພາບນັ້ນຕ້ອງມີຫຍັງຕຶ່ມເຂົ້າມາແດ່? ເພາະບາງສິ່ງທີ່ເຮັດໃນຊີວິດປະຈໍາເປັນ ທີ່ບາງຄົນອາດຈະບໍ່ໄດ້ເກັບເອົາມາໃສ່ຫົວເລີຍນັ້ນ ກໍມີສ່ວນຊ່ວຍໃຫ້ທຸລະກິດກ້າວໄປຢ່າງມີປະສິດຕິພາບໄດ້!!! ລອງມາເບິ່ງ 3 ນິໄສ ທີ່ຈະເພີ່ມປະສິດຕິພາບໃນການເປັນຜູ້ປະກອບການມີຫຍັງແດ່?

  1. ຮັກໃນການອອກກໍາລັງກາຍ: ເພາະຊ່ວຍເພີ່ມ Neuroplasticity ໃນສະໝອງ ເຮັດໃຫ້ສະຫຼາດ ແລະ ມີສະຕິ ທີ່ສໍາຄັນຍັງຊ່ວຍຫຼຸດອາການຕຶງຄຽດໄດ້. ຂໍແນະນໍາໃຫ້ເຮັດ Work-Life Balance ໃຫ້ໄດ້ ເພື່ອໃຫ້ຊີວິດມີຄວາມສົມດຸນ ແລະ ຢ່າຄອຍຖ້າທີ່ຈະປິ່ນປົວຕົນເອງເມື່ອເຈັບປ່ວຍ ເພາະຖ້າຫາກຝືນເຮັດວຽກທັງທີ່ຮ່າງກາຍບໍ່ພ້ອມ ນອກຈາກວຽກຈະອອກມາບໍ່ໄດ້ປະສິດຕິພາບແລ້ວ ຍັງເຮັດໃຫ້ອາການປ່ວຍໜັກເຂົ້າໄປອີກ.
  2. ກຽມພ້ອມສະເໝີ: ການກຽມພ້ອມ ແລະ ຈັດລະບຽບຊີວິດໃນການເຮັດວຽກແຕ່ລະມື້ ຊ່ວຍໃຫ້ມີຄວາມໝັ້ນໃຈ ແລະ ເຮັດວຽກອອກມາມີປະສິດຕິພາບ, ວິທີກຽມຕົວງ່າຍໆຄື ຈົດລາຍລະອຽດວຽກທີ່ຕ້ອງເຮັດ, ຊຸດທີ່ຈະນຸ່ງ ແລະ ກິດຈະກໍາທີ່ຕ້ອງເຮັດນອກຈາກວຽກໃນມື້ນັ້ນໆ.
  3. ບໍ່ອາຍຂໍຄວາມຊ່ວຍເຫຼືອ: ຖ້າທຸລະກິດມີບັນຫາໃຫ້ຂໍຄວາມຊ່ວຍເຫຼືອຈາກບຸກຄົນອື່ນ ເພາະບາງບັນຫາຈະຮູ້ທາງແກ້ກໍຕໍ່ເມື່ອ ຂໍຄວາມຊ່ວຍເຫຼືອຈາກບຸກຄົນທີ່ເຄີຍພົບບັນຫານັ້ນມາກ່ອນ ແລະ ສາມາດຜ່ານມັນມາໄດ້. ບໍ່ພຽງເທົ່ານີ້ຕ້ອງຮູ້ຈັກເຂົ້າສັງຄົມກັບຄົນອື່ນອີກດ້ວຍ ເພາະນອກຈາກຈະໄດ້ໂອ້ລົມແລກປ່ຽນຄວາມຄິດແລ້ວ ຍັງມີໂອກາດໄດ້ຜູ້ຮ່ວມທາງທຸລະກິດອີກດ້ວຍ.

ເມື່ອອ່ານບົດຄວາມນີ້ຈົບແລ້ວ! ລອງຖາມຕົນເອງເບິ່ງວ່າ ທ່ານເປັນຜູ້ປະກອບການຄົນໜຶ່ງທີ່ມີ Life Style ແບບນີ້ແລ້ວບໍ່! ຖ້າມີແລ້ວທ່ານກໍຖືວ່າເປັນຜູ້ປະກອບທີ່ດີໄດ້ຄົນໜຶ່ງ! ແຕ່ຖ້າຫາກຍັງບໍ່ມີກໍລອງເອົາໄປພິຈາລະນາເບິ່ງວ່າເໝາະສົມແກ່ການນໍາເອົາໄປໃຊ້ ໃນການປະກອບທຸລະກິດຂອງທ່ານ ຫຼືບໍ່?

ຂອບໃຈທີ່ມາ: www.smethailandclub.com

 

Comments