ສະຫາຍ ນາງ ຕ່ອງ ທິຟ້ອງ ຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ

ໃນໂອກາດທີ່ ສະຫາຍ ນາງ ຕ່ອງ ທິຟ້ອງ, ກໍາມະການກົມການເມືອງ ສູນກາງພັກກອມມຸຍນິດຫວຽດນາມ, ຮອງປະທານ, ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລາວ ຮ່ວມກັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ຄະນະ.

ໃນວັນທີ 25 ກຸມພາ 2019 ສະຫາຍ ນາງ ຕ່ອງ ທິຟ້ອງ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ໂດຍມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອຳນວຍການ ແລະ ນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມໃຫ້ການຕ້ອນຮັບ.
ໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ເປັນຂອງຂັວນຂອງ ສະຫາຍ ນົງດຶງແມັງ ອະດີດເລຂາທິການໃຫຍ່ພັກກອມມຸຍນິດຫວຽດນາມມອບໃຫ້ຊາວນະຄອນຫຼວງວຽງຈັນ ມູນຄ່າ 48 ຕື້ດົງ. ໂຮງຮຽນແຫ່ງນີ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ກັນຍາ 2009, ກົງກັບວັນຊາດຫວຽດນາມ ຄົບຮອບ 64 ປີ. ມີເນື້ອທີ່ 12.850 ຕາແມັດ, ປະກອບມີ 4 ອາຄານ, ມີ 31 ຫ້ອງຮຽນ.

ປັດຈຸບັນ ມີຄູສອນ 70 ຄົນ, ມີນັກຮຽນທັງໝົດ 999 ຄົນ ໄລຍະຜ່ານມາ ມີນັກຮຽນຈາກໂຮງຮຽນແຫ່ງນີ້ ໄດ້ໄປສຶກສາຕໍ່ຢູ່ຫວຽດນາມດ້ວຍທຶນລັດຖະບານຫວຽດນາມ 99 ຄົນ, ແລະ ທຶນຈາກນະຄອນໂຮຈິມິນ 2 ຄົນ ແລະ ທຶນອື່ນໆ ຈຳນວນໜຶ່ງ.

ໃນໂອກາດໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມຄັ້ງນີ້ ສະຫາຍ ນາງ ຕ່ອງ ທິຟ້ອງ ໄດ້ຕາງໜ້າສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ມອບຄອມພີວເຕີຕັ້ງໂຕະ ເພື່ອເປັນຂອງຂັວນໃຫ້ໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ຈຳນວນ 30 ຊຸດ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ.

Comments