ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກຸມພາ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານສະໄໝສາມັນໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ ຄື:
1. ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030;
2. ບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ;
3. ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ);
4. ດໍາລັດວ່າດ້ວຍກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ);
5. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດໍາເນີນທຸລະກິດຢູ່ ສປປ ລາວ;
6. ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານເປັນທັນສະໄໝ;
7. ບົດລາຍງານກ່ຽວກັບແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ;

ກອງປະຊຸມໄດ້ເຫັນດີດ້ານຫຼັກການ ແລະ ພິລາລະນາຮັບເອົາບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ ແລະ ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ). ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ, ເປັນຕົ້ນ ສໍາລັບໂຄງການໃດທີ່ເຊົ່າ-ສໍາປະທານທີ່ດິນຈາກລັດຖະບານ ເຫັນດີປະຕິບັດ 5 ຂໍ້ ສະເໜີວິທີແກ້ໄຂ ຄື: ❶ ພິຈາລະນາຍົກເລີກສັນຍາ ຫຼື ປັບໃໝ ຕໍ່ຜູ້ເຊົ່າ-ສໍາປະທານ ຫຼື ເຊົ່າດິນ ທີ່ບໍ່ເຄື່ອນໄຫວເລີຍ ຈໍານວນ 201 ໂຄງການ ຊຶ່ງກວມເນື້ອທີ່ຈໍານວນ 81,879 ເຮັກຕາ; ❷ ໃຫ້ບັນດາກະຊວງອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອກະພາບກັບກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ລົງສໍາຫຼວດວັດແທກຕົວຈິງ ເພື່ອອອກແຜນທີ່ດິນລັດ ກ່ອນເຊັນສັນຍາສໍາປະທານ ເພື່ອເປັນເອກະສານໃຫ້ກະຊວງການເງິນ, ສາມາດເກັບຄ່າເຊົ່າ-ສໍາປະທານດິນໄດ້; ❸ ຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນລັດ, ມີການປ່ຽນແປງເລື້ອຍໆ ແລະ ມີຄວາມສະຫຼັບສັບຊ້ອນ ຍ້ອນມີຫຼາຍຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນ, ມີພາລະບົດບາດໃນການອະນຸມັດ ແລະ ຄຸ້ມຄອງ, ສະນັ້ນ, ຈຶ່ງຕ້ອງມີການປັບປຸງຖານຂໍ້ມູນຢ່າງເປັນລະບົບຕໍ່ເນື່ອງ ແລະ ຕ້ອງມີກົນໄກແລກປ່ຽນຂໍ້ມູນຂອງແຕ່ລະຂະແໜງການ; ❹ ການເຊົ່າ-ສໍາປະທານທີ່ດິນ, ເຫັນວ່າມີ 240 ໂຄງການທີ່ໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ກວມເອົາສາມປະເພດປ່າໄມ້ ຈຶ່ງເຫັນວ່າການວາງແຜນໃນການພັດທະນາໂດຍລວມ ກໍ່ຄື ຂົງເຂດການລົງທຶນຂອງເອກະຊົນ ໃນຂົງເຂດຊັບພະຍາກອນທໍາມະຊາດ ຈະຕ້ອງເຮັດແບບປະສົມປະສານ ລະຫວ່າງຂະແໜງ ການຢ່າງໃກ້ຊິດ ເພື່ອຫຼີກລ້ຽງບັນຫາການຂຸດຄົ້ນບໍ່ແຮ່ທີ່ຈະສົ່ງຜົນກະທົບຕໍ່ປ່າໄມ້ ແລະ ❺ ກ່ຽວກັບການອະນຸມັດໂຄງການລົງທຶນ ທີ່ພົວພັນເຖິງບັນດາຂະແໜງການ, ຄວນກຳນົດໄວ້ໃນພັດທະນາເສດຖະກິດ-ສັງຄົມ ແລະ ຕ້ອງອີງຕາມແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນແມ່ບົດຈັດສັນທີ່ດິນຂັ້ນແຂວງ, ພ້ອມທັງ ມີການປະສານສົມທົບຢ່າງໃກ້ຊິດ ລະຫວ່າງ ຂະແໜງການທີ່ຮັບຜິດຊອບໂຄງການ, ຂະແໜງການເງິນ,​ ຂະແໜງແຜນການ ແລະ ການລົງທຶນ, ຂະແໜງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ. ແຕ່ຕ້ອງໄດ້ປະຕິບັດເປັນແຕ່ລະກໍລະນີ, ໂດຍມີຂໍ້ມູນທີ່ລະອຽດ ແລະ ຈະແຈ້ງ.

ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດໍາເນີນທຸລະກິດຢູ່ ສ ປປ ລາວ ເປັນຕົ້ນ ❶ ການເລີ່ມຕົ້ນທຸລະກິດ; ❷ ການຂໍອະນຸຍາດກໍ່ສ້າງ; ❸ ການຕິດຕັ້ງໄຟຟ້າ; ❹ ການຂຶ້ນທະບຽນຊັບສິນ; ❺ ການເຂົ້າເຖິງສິນເຊື່ອ; ❻ ການປົກປ້ອງຜູ້ລົງທຶນ; ❼ ການຊໍາລະອາກອນ; ❽ ການຄ້າລະຫວ່າງປະເທດ; ❾ ການບັງຄັບໃຊ້ສັນຍາ ແລະ ❿ ການແກ້ໄຂບັນຫາລົ້ມລະລາຍ, ເຊິ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ, ມີຫຼາຍຕົວຊີ້ວັດຍັງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ. ຜ່ານການປະກອບຄໍາຄິດຄໍາເຫັນຂອງກອງປະຊຸມ, ໄດ້ຮັບຮອງເອົາໃນດ້ານຫຼັກການ ແລະ ໄດ້ຊີ້ນໍາໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ ໂດຍມອບໃຫ້ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ ເອົາໃຈໃສ່ຊີ້ນໍາ, ກວດກາການຈັດຕັ້ງປະຕິບັດ ແລະ ໃຫ້ລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັັດຖະມົນຕີ ໃນທ້າຍເດືອນມີນາ 2019 ນີ້.

ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານເປັນທັນສະໄໝ, ນັບແຕ່ປີ 2005 ເປັນຕົ້ນມາ, ກະຊວງການເງິນ ໄດ້ເລີ່ມພັດທະນາການຄຸ້ມຄອງວຽກງານການເງິນ ຜ່ານລະບົບຄຸ້ມຄອງການເງິນແຫ່ງລັດ ເຊິ່ງເປັນລະບົບຄຸ້ມຄອງການຈັດຕັ້ງລະບົບງົບປະມານແຫ່ງລັດປະຈໍາປີ ແລະ ລະບົບການຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດເປັນທັນສະໄໝ, ເປັນລະບົບໃຈກາງການຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ. ສຳລັບສະພາບການຫັນເປັນທັນສະໄໝຂອງການຄຸ້ມຄອງລາຍຮັບງົບປະມານ ໃນໄລຍະຜ່ານມາ, ເປັນລາຍຮັບຈາກພາສີແມ່ນໄດ້ມາຈາກ (1) ການນໍາໃຊ້ລະບົບການແຈ້ງພາສີເປັນລາຍລະອຽດແບບອັດຕະໂນມັດ; (2) ລະບົບສະມາດແທັກ; (3) ລະບົບສະມາດວັດ; (4) ລະບົບສະແກນເນີ; (5) ລະບົບຄຸ້ມຄອງຫັກລົບແຜນການນໍາເຂົ້າຫຼຸດຜ່ອນ ແລະ ຍົກເວັ້ນຂອງໂຄງການລົງທຶນຕ່າງໆ; (6) ລະບົບອີເມັດເຕີ; (7) ລະບົບຄຸ້ມຄອງພາຫະນະເຂົ້າ-ອອກ, ຢ້ຽມຢາມຊົ່ວຄາວ (ບ 53); ສໍາລັບລາຍຮັບຈາກການເກັບສ່ວຍສາອາກອນ ແມ່ນນໍາໃຊ້ລະບົບ: (1) ລະບົບຄຸ້ມຄອງການແຈ້ງ-ມອບອາກອນ ທີ່ນໍາໃຊ້ໃນປະຈຸບັນ ແມ່ນລະບົບ ທີເອັມໄອເອສ ແລະ ອີຊີແທັກ; (2) ລະບົບຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ ແທັກລິດ; (3) ລະບົບສະໜັບສະໜູນອື່ນ ທີ່ພວມກໍາລັງຈັດຕັ້ງປະຕິບັດ ແລະ ກໍາລັງກະກຽມນໍາໃຊ້. ນອກຈາກລະບົບຫຼັກທີ່ກ່າວມານັ້ນ, ກະຊວງການເງິນ ຍັງໄດ້ມີການພັດທະນາ ແລະ ນໍາໃຊ້ລະບົບ ສະໜັບສະໜູນອື່ນຕື່ມອີກ ໂດຍສະເພາະ ລະບົບເຊື່ອມຕໍ່ຂໍ້ມູນການຂາຍສິນຄ້າ ແລະ ບໍລິການ; ລະບົບຊໍາລະຄ່າທໍານຽມທາງ ຜ່ານທະນາຄານ; ລະບົບຄຸ້ມຄອງຖານຂໍ້ມູນເກັບລາຍຮັບຈາກທີ່ດິນ ແລະ ລະບົບຕິດຕາມສະຖິຕິຫົວໜ່ວຍທຸລະກິດ ດ້ວຍລະບົບ ຈີພີເອັສ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະທີ່ຜ່ານມາ ເຫັນວ່າ ການຈັດເກັບລາຍຮັບເຂົ້າງົບປະມານ ມີການຫັນປ່ຽນທີ່ດີຂຶ້ນ. ສະນັ້ນ, ກອງປະຊຸມຈຶ່ງເຫັນດີ ໃຫ້ສືບຕໍ່ປັບປຸງ, ນໍາໃຊ້ລະບົບທັນສະໄໝໃນການເກັບລາຍຮັບ, ​ຄຸ້ມຄອງລາຍຈ່າຍງົບປະມານ, ສູ້ຊົນແກ້ໄຂສິ່ງທ້າທາຍຕ່າງໆ ໃຫ້ໄດ້.
ຂ່າວ: ຈັນທະສອນ ສີຫານາດ

Comments