ທ່ານ ໂດໂນ ທຣຳ ແລະ ທ່ານ ກິມ ຈົງອຶນ ໄດ້ເດີນທາງຮອດ ຫວຽດນາມ ແລ້ວ…

ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ກິມ ຈົງອຶນ ໄດ້ເດີນທາງໂດຍລົດໄຟສາຍພິເສດເຖິງສະຖານີ ຢົງຢັງ ຂອງແຂວງລັງເຊິນ  ທີ່ມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ ໃນຕອນເຊົ້າວັນທີ 26 ກຸມພາ  ໂດຍການໃຊ້ເວລາ 2 ມື້ເຄິ່ງ ໃນໄລຍະທາງ ໄກເຖິງ 4.000 ກິໂລແມັດ ເພື່ອເຖິງຫວຽດນາມແລະ ພ້ອມນັ້ນ ທ່ານ ໂດໂນ ທຣຳ ປະທານາທິບໍດີສະຫະລັດເດີນທາງເຖິງນະຄອນຫຼວງຮ່າໂນ່ຍ ສສ.ຫວຽດນາມ ໃນຄ່ຳຄືນຂອງມື້ດຽວກັນ ດ້ວຍຍົນໂດຍສານປະຈຳຕໍາແໜ່ງ. ທັງສອງຜູ້ນຳ ແມ່ນເຂົ້າຮ່ວມກອງປະຊຸມສຸດຍອດ ສປປ ເກົາຫຼີ-ສະຫະລັດ  ຄັ້ງທີ 2  ທີ່ຈະມີຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ. 

ສຳນັກຂ່າວສູນກາງສປປ ເກົາຫຼີ (KCNA) ລາຍງານວ່າ ຂະບວນລົດໄຟຂອງ ກິມ ຈົງ ອຶນ ໄດ້ເດີນທາງອອກຈາກນະຄອນຫຼວງພຽງຢາງໃນຕອນບ່າຍຂອງວັນທີ 23 ກຸມພາ ເຊິ່ງໃນຂະບວນລົດໄຟດັ່ງກ່າວມີເຈົ້າໜ້າທີ່ຂັ້ນສູງຂອງສປປ ເກົາຫຼີ ຫຼາຍທ່ານໃນນັ້ນລວມມີ ກິມ ໂຢຈອງ ເຊິ່ງເປັນ ນ້ອງສາວ ຂອງທ່ານ ກິມ ຈົງອຶນ.

ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ປະທານປະເທດຫວຽດນາມ ທ່ານ ຫງວຽນ ຟູຈ້ອງ ຕ້ອນຮັບ ທ່ານ ໂດໂນ ທຣຳ ປະທານາທິບໍດີສະຫະລັດ

ໃນການໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມຂອງທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມກ່າວວ່າ ນະຄອນຫຼວງຮ່າໂນ່ຍຖືກເລືອກເປັນສະຖານທີ່ຈັດກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງສປປ.ເກົາຫຼີ ແລະ ສ.ອາເມລິກາແມ່ນເປັນຫຼັກຖານທີ່ຈະແຈ້ງສະແດງໃຫ້ເຫັນເຖິງຖານະ ແລະ ບົດບາດຂອງຫວຽດນາມກຳລັງສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ມີນັກຂ່າວຕ່າງປະເທດເກືອບ 3.000 ຄົນລົງທະບຽນເຂົ້າລາຍງານຂ່າວກ່ຽວກັບກອງປະຊຸມສຸດຍອດ ສປປ ເກົາຫຼີ-ສ ອາເມລິກາຄັ້ງທີ II ໃນນັ້ນມີຫຼາຍຄົນເດີນທາງເຂົ້າຫວຽດນາມເປັນເທື່ອທຳອິດ ແລະ ກໍມີຫຼາຍຄົນບອກວ່າ ນະຄອນຫຼວງຮ່າໂນ່ຍແມ່ນເໝາະສຳລັບຈັດງານລະດັບສາກົນ.
Cr. TTXVN

Comments