ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

ໃນວັນທີ 24 ກຸມພາ 2019 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ຄະນະຜູ້ແທນຂັ້ນສູງສອງປະເທດ ລາວ ແລະ ຫວຽດນາມ ໄດ້ມີພິທີລົງນາມບັນດາເອກະສານຮ່ວມມື ຈຳນວນ 09 ສະບັບຄື:


1. ສັນຍາລະຫວ່າງກະຊວງການເງິນລາວ ແລະ ກະຊວງການເງິນຫວຽດນາມ ວ່າດ້ວຍການຮ່ວມມືດ້ານການເງິນ.
2. ສັນຍາວ່າດ້ວຍການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ.
3. ຂໍ້ຕົກລົງລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ວ່າດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນໃນການກໍ່ສ້າງທາງລົດໄຟ ວຽງຈັນ-ຫວຸງອາງ.
4. ບົດບັນທຶກການຮ່ວມມືລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃນຂົງເຂດຕ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ອະນຸຮັກຊີວະນາໆພັນ.
5. ບົດບັນທຶກ ມອບ-ຮັບ ຖານຂໍ້ມູນຂ່າວສານພູມສັນຖານ ຮັບໃຊ້ການວາງແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢູ່ລາວ ລະຫວ່າງກະຊວງພາຍໃນລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ.
6. ບົດບັນທຶກການຮ່ວມມື ວ່າດ້ວຍຈັດຕັ້ງຜັນຂະຫຍາຍປ່ຽນຖ່າຍອຸປະກອນໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ ລະຫວ່າງ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ແລະ ວິທະຍຸກະຈາຍສຽງ ແຫ່ງຊາດຫວຽດນາມ.
7. ບົດບັນທຶກ ມອບ-ຮັບ ໂຄງການສ້າງສູນບໍລິການເຕັກນິກກະສິກຳແຂວງ ຫົວພັນ ລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມ.
8. ຂໍ້ຕົກລົງລະຫວ່າງ ຄະນະຮັບຜິດຊອບພິພິທະພັນໄກສອນ ພົມວິຫານ ແລະ ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ຫວຽດນາມ ວ່າດ້ວຍການປະຕິບັດໂຄງການສ້ອມແປງ, ຍົກລະດັບອະນຸສອນສະຖານປະທານ ໂຮຈິມິນ ຢູ່ ບ້ານ ຊຽງຫວາງ, ເມືອງໜອງບົກ ແຂວງ ຄຳມ່ວນ
9. ບົດບັນທຶກການ ມອບ-ຮັບ ໂຄງການເພີ່ມທະວີຄວາມອາດສາມາດໃນການຄົ້ນຄ້ວາວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ແກ່ສະພາວິທະຍາສາດແຫ່ງຊາດລາວ ລະຫວ່າງສະພາວິທະຍາສາດແຫ່ງຊາດລາວ ແລະ ສະພາບັນດິດວິທະຍາສາດ-ເຕັກໂນໂລຊີຫວຽດນາມ.


ການລົງນາມເອກະສານຕ່າງໆນັ້ນ ແມ່ນໃນໂອກາດທີ່ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດ ຫວຽດນາມ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 24-25 ກຸມພາ 2019 ຕາມຄຳເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ

Comments