ເປີດຕົວ!!! ສາຍການບິນໃໝ່ລາຄາປະຢັດ ສະກູ໊ດ ບິນກົງຈາກລາວ-ສິງກະໂປ

ສະກູ໊ດ(Scoot) ແມ່ນສາຍການບິນລາຄາປະຢັດຂອງສາຍການບິນສິງກະໂປ (Singapore Airlines) ໄດ້ເປີດຖ້ຽວບິນປະຖົມມະເລີກເສັ້ນທາງຈາກລາວຫາສິງກະໂປແລ້ວໃນມື້ວານນີ້ ວັນທີ 1 ເມສາ 2019 ແລະ ໄດ້ຈັດພິທີການຖະແຫຼງຂ່າວເປີດຖ້ຽວບິນປະຖົມມະເລິກຢູ່ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂດມິນິກໂກ, ເອກອັກຄະລັດຖະທູດປະເທດສິງກະໂປປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ,  ທ່ານ ວິນັອດຄານັນ, ປະທານເຈົ້າໜ້າທີ່ບໍລິຫານຝ່າຍການຄ້າຂອງສະກູ໊ດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.

ສາຍການບິນ ສະກູ໊ດ(Scoot) ແມ່ນມີການບໍລິການສາມຖ້ຽວບິນຕໍ່ອາທິດເສັ້ນທາງຈາກນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຫາສິງກະໂປ. ການບໍລິການນີ້ຖືກໂອນມາຈາກສາຍການບິນພັນທະມິດກໍ່ຄືສາຍການບິນຊິວຄ໌ແອຣ໌ (SilkAir) ເຊິ່ງໃນປັດຈຸບັນ, ສະກູ໊ດແມ່ນສາຍການບິນດຽວເທົ່ານັ້ນທີ່ໃຫ້ບໍລິການບິນກົງເສັ້ນທາງລາວ-ສິງກະໂປ.

ສະກູ໊ດໄດ້ເລີ່ມໃຫ້ບໍລິການຄັ້ງທຳອິດໃນເດືອນມິຖຸນາ 2012 ເປັນເວລາ 7 ປີມາແລ້ວ ແລະໄດ້ຮັບລາງວັນຊະນະເລີດຫຼາຍລາງວັນເຊັ່ນ: ລາງວັນສາຍການບິນລາຄາປະຢັດທີ່ດີທີ່ສຸດ (ພາກພື້ນອາຊີ-ປາຊີຟິກ) ໂດຍ AirlineRatings.com ຕັ້ງແຕ່ປີ 2015 ຫາ 2018 ແລະຕິດ 10 ອັນດັບທຳອິດຂອງສາຍການບິນລາຄາປະຢັດທີ່ດີທີ່ສຸດໃນໂລກໃນປີ 2015 ແລະ 2018 ໂດຍສະກາຍແທຼກ (Skytrax).

ໃນມື້ວານນີ້ ເຮືອບິນລຸ້ນ A320 ທີ່ມີຊື່ວ່າເຢວໂລເທວ (Yellow Tail) ມາຮອດສະໜາມບິນຫຼວງພະບາງ ແລະ ສະໜາມບິນສາກົນວັດໄຕທີ່ນະຄອນຫຼວງວຽງຈັນກໍໄດ້ມີການສີດນໍ້າຕ້ອນຮັບຕາມປະເພນີຢູ່ທີ່ສະໜາມບິນທັງສອງແຫ່ງເຊິ່ງເຮືອບິນຖ້ຽວດັ່ງກ່າວແມ່ນບິນວົນຕາມເສັ້ນທາງແບບຜ່ານຫຼາຍປາຍທາງຄືເດີນທາງອອກຈາກສິງກະໂປສູ່ຫຼວງພະບາງ ແລະ ມາຕໍ່ທີ່ນະຄອນຫຼວງວຽງຈັນກ່ອນຈະບິນກັບສິງກະໂປ.

ເພື່ອເປັນການສະເຫຼີມສະຫຼອງຖ້ຽວບິນປະຖົມມະເລີກມາສູ່ລາວ, ສະກູ໊ດໄດ້ຈັດຖ້ຽວບິນທີ່ເປັນເອກະລັກສະເພາະຂອງສະກູ໊ດໂດຍການເປີດດົນຕຣີພື້ນເມືອງລາວຜ່ານລະບົບສຽງພ້ອມທັງເຮັດກິດຈະກຳທົດສອບຄວາມຮູ້ຂອງຜູ້ໂດຍສານເທິງເຮືອບິນກ່ຽວກັບລາວແລະສະກູ໊ດເຊິ່ງມີຜູ້ໂດຍສານທີ່ໂຊກດີຈຳນວນ 5 ທ່ານທີ່ໄດ້ຮັບລາງວັນກັບເຮືອນເຊັ່ນ:ບັດສົມມະນາຄຸນສະກູ໊ດມູນຄ່າ 100 ໂດລາສິງກະໂປ, ກະເປົາສຳລັບໃສ່ອຸປະກອນເພື່ອການເດີນທາງ, ໜັງສືນຳທ່ຽວລາວ ແລະ ບັດເຂົ້ານຳໃຊ້ບໍລິການຫ້ອງພັກຜູ້ໂດຍສານຂາອອກຂອງສະກູ໊ດທີ່ເອີ້ນວ່າບໍລິການ Scoot-in-Style.

ເມື່ອນັບລວມເອົາເສັ້ນທາງນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ, ສະກູ໊ດມີເຄືອຂ່າຍຈຸດໝາຍປາຍທາງເຖິງ 67 ປາຍທາງໃນ 19 ປະເທດ. ນີ້ໝາຍຄວາມວ່ານອກຈາກສິງກະໂປແລ້ວ, ນັກທ່ອງທ່ຽວຈາກລາວຍັງສາມາດເດີນທາງໄປສູ່ຈຸດໝາຍປາຍທາງອື່ນໆຂອງສະກູ໊ດໄດ້ອີກ 64 ປາຍທາງຜ່ານສິງກະໂປເຊັ່ນ: ອົດສະຕຣາລີ, ເກຼັກ, ເຢຍລະມັນ, ອິນໂດເນເຊຍ ແລະ ມາເລເຊຍ.

ຕາຕາລາງຖ້ຽວບິນຂອງສະກູ໊ດເສັ້ນທາງຈາກນະຄອນຫຼວງວຽງຈັນແລະນະຄອນຫຼວງພະບາງແມ່ນມີລາຍລະອຽດດັ່ງລຸ່ມນີ້:

ນະຄອນຫຼວງພະບາງ – ສິງກະໂປ
ເສັ້ນທາງ ຖ້ຽວບິນເລກທີ ເວລາອອກ ເວລາຮອດ ມື້ເດີນທາງ
ນະຄອນຫຼວງພຣະບາງ – ສິງກະໂປ

(ຜ່ານນະຄອນຫຼວງວຽງຈັນ)

TR350 12:00 18:00 ຈັນ, ພະຫັດ, ເສົາ
ສິງກະໂປ – ນະຄອນຫຼວງພຣະບາງ TR350 09:00 11:10 ຈັນ, ພະຫັດ, ເສົາ
ນະຄອນຫຼວງວຽງຈັນ – ສິງກະໂປ
ເສັ້ນທາງ ຖ້ຽວບິນເລກທີ ເວລາອອກ ເວລາຮອດ ມື້ເດີນທາງ
ນະຄອນຫຼວງວຽງຈັນ-ສິງກະໂປ TR350 13:50 18:00 ຈັນ, ພະຫັດ, ເສົາ
ສິງກະໂປ-ນະຄອນຫຼວງວຽງຈັນ

(ຜ່ານນະຄອນຫຼວງພຣະບາງ)

TR350 09:00 13:00 ຈັນ, ພະຫັດ, ເສົາ

ສຳລັບລາຄາຖ້ຽວບິນທີ່ລວມອາກອນຂອງຊັ້ນປະຢັດ (Economy FLY) ຈາກນະຄອນຫຼວງພະບາງຫາສິງກະໂປແມ່ນເລີ່ມແຕ່ 65 ໂດລາສະຫະລັດຕໍ່ຖ້ຽວ, ສ່ວນເສັ້ນທາງນະຄອນຫຼວງວຽງຈັນຫາສິງກະໂປແມ່ນມີລາຄາເລີ່ມແຕ່ 75 ໂດລາສະຫະລັດ.

ທ່ານສາມາດຈອງປີ້ໄດ້ແລ້ວທີ່ FlyScoot.com ຫຼື ຕິດຕໍ່ ສູນບໍລິການຂໍ້ມູນ ຂອງພວກເຮົາ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່ FlyScoot.com, Facebook.com/FlyScoot, Instagram.com/FlyScoot, ແລະ Twitter.com/flyscoot.

 

Comments