ເປັນຫຍັງ? ຕ້ອງສົງນໍ້່າພຣະໃນບຸນປີໃໝ່ລາວ…(ອ່ານເລີຍ)

ສະບາຍດີບັນດາທ່ານທີ່ຮັກແພງ ມື້ນີ້ທາງເວັບໄຊທາເກັດຂອງພວກເຮົາ ຈະມານໍາສະເໜີບັນດາທ່ານກ່ຽວກັບ  “ການສົງນໍ້າພຣະ” ໜຶ່ງໃນພິທີຂອງປະເພນີບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຫຼື ບຸນເດືອນຫ້າ ສໍາລັບການສົງນໍ້າພຣະນັ້ນ ສະໄໝກ່ອນມີການຫ້າງຫາຊອກເກັບເອົາດອກຈິກ, ດອກຮັງ ແລະ ດອກໄມ້ທີ່ມີກິ່ນຫອມຕ່າງໆນໍາມາຕາກໃຫ້ແຫ້ງສຳລັບໄວ້ໂຮຍໃສ່ນ້ຳທີ່ຈະນໍາໄປສົງພຣະ. ນອກຈາກດອກໄມ້ແຫ້ງແລ້ວ ບາງຄົນກໍນິຍົມໃສ່ນໍ້າອົບນໍ້າຫອມ ຜົງໄມ້ຈວງ ໄມ້ຈັນ ທີ່ມີກິ່ນຫອມໂຮຍໃສ່ຕື່ມ,ໃນບາງທ້ອງຖິ່ນເຮົາຈະເຫັນເພິ່ນໃສ່ຂີ້ໝິ້ນນໍາ.

ການສົງນໍ້າພຣະນັ້ນ ຈະຈັດຂຶ້ນຕາມວັດຕ່າງໆໃນມື້ສັງຂານລ່ວງ (ມື້ແຮມສາມຄໍ່າເດືອນຫ້າ)  ໂດຍຈະເລີ່ມຈາກການສົງນໍ້າແກ່ພຣະພຸດທະຮູບກ່ອນ ເຊິ່ງຊາວບ້ານຈະຈັດຕັ້ງເປັນຂະບວນແຫ່ ພຣະພຸດທະຮູບ ອ້ອມອາຮາມ 3 ຮອບ ແລ້ວນໍາພຣະພຸດທະຮູບມາປະດິດສະຖານໃນຫິ້ງ ຫຼື ຫໍສົງນໍ້າ ທີ່ຊາວບ້ານກະກຽມໄວ້ກ່ອນຈະຮອດມື້ງານ (ຖ້າເປັນພຣະພຸດທະຮູບອົງໃຫຍ່ທີ່ບໍ່ສາມາດເຄື່ອນຍ້າຍໄດ້ ແມ່ນຈະບໍ່ໄດ້ນໍາໄປແຫ່ອ້ອມວັດ) ຈາກນັ້ນ ຊາວບ້ານກໍພາກັນມານັ່ງໂຮມກັນຢູ່ດ້ານໃດດ້ານໜຶ່ງຂອງຫໍ ເພື່ອຂໍຂະມາ ແລະ ບອກກ່າວໃຫ້ພຣະພຸດທະຮູບຮູ້ວ່າ: ຮອດຍາມປີໃໝ່ສົງການແລ້ວ ຈະໄດ້ມີການຫົດສົງພຣະພຸດທະຮູບ (ອາດຈະຕັ້ງເປັນກັນເທດ) ໂດຍແມ່ນພຣະສົງເປັນຜູ້ນໍາພາ

ຫຼັງຈາກທີ່ຂໍຂະມາສໍາເລັດແລ້ວ ມາຮອດຂັ້ນຕອນການສົງນໍ້າແມ່ນຈະໃຫ້ພຣະສົງ ສໍາມະເນນເປັນຜູ້ສົງກ່ອນຕາມລໍາດັບ ເມື່ອພຣະສົງ ສໍາມະເນນສົງແລ້ວໆ ຊາວບ້ານຈຶ່ງລຽນແຖວກັນເຂົ້າໄປສົງນໍ້າພຣະພຸດທະຮູບ ໂດຍຈະໃຫ້ຜູ້ຊາຍເປັນຄົນສົງກ່ອນ ແມ່ຍິງຈຶ່ງສົງຕາມຫຼັງ, ປະເພນີການສົງນໍ້າພຣະນີ້ ຈະຈັດຂຶ້ນທັງ 3 ມື້ຂອງບຸນປີໃໝ່ ເມື່ອຮອດມື້ທີ 3 ມື້ສຸດທ້າຍຂອງບຸນປີໃໝ່ລາວຫຼືເພິ່ນເອີ້ນວ່າ: ມື້ສັງຂານຂຶ້ນ (ແຮມຫ້າຄໍ່າເດືອນຫ້າ) ກໍຈະມີການນໍາພຣະພຸດທະຮູບນັ້ນມາແຫ່ອ້ອມວັດ 3 ຮອບແລ້ວຈຶ່ງນໍາໄປປະດິດສະຖານໄວ້ບ່ອນເກົ່າ.

ນອກຈາກສົງນ້ຳພະພຸດທະຮູບແລ້ວ ກໍມີການສົງນ້ຳພຣະສົງ ແລະ ສໍາມະເນນຕາມວັດຕ່າງໆອີກດ້ວຍ ໂດຍຈະມີພິທີການແຫ່ພຣະສົງ ສໍາມະເນນອ້ອມວັດ 3 ຮອບແລ້ວຈິ່ງທໍາພິທີຫົດສົງນໍ້າ ແຕ່ໃນປັດຈຸບັນບາງທ້ອງຖິ່ນອາດຈະແມ່ນ ສາລາວັດ ຫຼື ເຖົ້າແກ່ແນວໂຮມພາຍໃນບ້ານເປັນຜູ້ນໍາພາຂໍຂະມາ ພຣະສົງ ສໍາມະເນນ ເພື່ອທໍາການຫົດສົງນັ້ນເອງ.

ປະເພນີການສົງນໍ້າພຣະນີ້ ໄດ້ສືບທອດກັນມາແຕ່ສະໄໝບູຮານ ຈາກເລື່ອງຂອງ ພຣະຍາ ກະບິນລະພົມ ທີ່ໄດ້ສັ່ງເສຍໄວ້ກ່ອນຕາຍວ່າ: ເມື່ອຮອດຍາມບຸນປີໃໝ່ລາວ, ບຸນສົງການໃຫ້ລູກສາວທັງ 7 ຜັດປ່ຽນກັນໄປຫົດສົງ ພຣະສຽນ ຫຼື ຫົວຂອງຕົວເອງ ດັ່ງນັ້ນຄົນລາວຊາວພຸດທັງຫຼາຍຈຶ່ງໄດ້ຈັດພິທີການຫົດສົງນໍ້າພຣະສືບທອດກັນມາ. ບໍ່ພຽງແຕ່ການຫົດສົງພຣະເທົ່ານັ້ນ ໃນໄລຍະປີໃໝ່ນີ້ ບາງຄົນກໍມີການໄປຫົດສົງພໍ່ແມ່ ຜູ້ຫຼັກຜູ້ໃຫຍ່ ອັນເປັນທີ່ເຄົາລົບນັບຖືເຊັ່ນດຽວກັນ.

ໂດຍ: ຄູບາ ບຸນຈັນ ທິດບຸນໂຍ ວັດ ຫົວນາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

Comments