ຍີ່ປຸ່ນ ກຳນົດໃຫ້ວິຊາການຂຽນໂປຣແກຣມ ເປັນວິຊາພື້ນຖານຂອງນັກຮຽນຊັ້ນປະຖົມ.

ໃນຍຸກນີ້ ເປັນຍຸກທີ່ທຸກຢ່າງຜ່ານຄອມພິວເຕີ້, ໂທລະສັບ ຫຼື ເຕັກໂນໂລຊີຕ່າງໆ ໄດ້ຢ່າງງ່າຍດາຍ, ການເຕີບໂຕເຕັກໂນໂລຊີໃນອົງກອນຕ່າງໆ ເພີ່ມຂຶ້ນຢ່າງວ່ອງໄວ ດັ່ງນັ້ນ, ເລື່ອງການຂຽນໂປຣແກຣມ ຈຶ່ງຖືວ່າເປັນເລື່ອງຈຳເປັນຫຼາຍ.

ເຊິ່ງປະເທດເຈົ້າພໍ່ເຕັກໂນໂລຊີ ຄືກັບປະເທດຍີ່ປຸ່ນກໍເລັ່ງເຫັນເຖິງຄວາມສຳຄັນຂອງເລື່ອງນີ້ ລ່າສຸດກະຊວງສຶກສາ ຂອງປະເທດຍີ່ປຸ່ນໄດ້ມີການປະກາດໃຫ້ ການຂຽນໂປຣແກຣມ ເປັນວິຊາພື້ນຖານທີ່ຕ້ອງມີສອນໃນໂຮງຮຽນຊັ້ນປະຖົມສຶກສາ ຈະມີການສອນຕັ້ງແຕ່ປະຖົມ ປ 5 ແລະ ເລີ່ມໃຊ້ຫຼັກສູດໃໝ່ນີ້ໃນເດືອນເມສາ 2020

ແຕ່ກ່ອນນັ້ນ ຫຼັກສູດນັກຮຽນຊັ້ນປະຖົມຍີ່ປຸ່ນມີວິຊາໂປຣແກຣມມິ່ງພື້ນຖານຢູ່ແລ້ວ ເຊັ່ນ: ການຂຽນໂປຣແກຣມແຕ້ມຮູບສີ່ຫຼຽມຕ່າງໆໃນໜ້າຈໍ ແລະ ຂຽນໂປຣແກຣມສັ່ງໃຫ້ຫຼອດໄຟ LED ຮຸ່ງໄດ້.

ການປ່ຽນແປງນີ້ກໍເພື່ອໃຫ້ຄົນລຸ້ນໃໝ່ມີທັກສະດ້ານໄອທີ ຮອງຮັບການຂາດແຮງງານດ້ານນີ້ໃນອະນາຄົດ ແລະ ສອນວິທີຄິດແບບຕັກກະໃຫ້ກັບເດັກນ້ອຍເຖິງວ່າໃຫຍ່ມາຈະບໍ່ໄດ້ໄປເຮັດວຽກດ້ານສາຍໄອທີ.

ໂດຍເປົ້າໝາຍຂອງຫຼັກສູດໃໝ່ນີ້ ກໍຄືຕ້ອງເປັນການປູພື້ນຖານ ແລະ ກຽມຄົນລຸ້ນໃໝ່ມີທັກສະດ້່ານໄອທີ ເພື່ອແກ້ໄຂບັນຫາການຂາດແຮງງານດ້ານໄອທີ ທີ່ຄາດວ່າຈະຂາດແຮງກວ່າ 290.000 ຄົນໃນປີ 2020 ແລະ ເພີ່ມເປັນ 590.000 ຄົນໃນປີ 2030.

ທີ່ມາ:  asia.nikkei.com/Economy/Coding-will-be-mandatory-in-Japan-s-primary-schools-from-2020

Comments