News

ປະເທດຈິນຍັງຄົງປະເຊີນວິກິດນໍ້າຖ້ວມຄັ້ງໃຫຍ່ຢ່າງຕໍ່ເນື່ອງ ພົບວ່າ 4 ເຂື່ອນຕ້ອງເລັ່ງລະບາຍນໍ້າ ແລະ ອ່າງເກັບນໍ້າ 200 ແຫ່ງເກີນບັນຈຸແລ້ວ…

ກະຊວງຊັບພະຍາກອນນໍ້າຂອງປະເທດຈີນ ລາຍງານສະຖານະການນໍ້າຖ້ວມວ່າ: ລະດັບນໍ້າໃນແມ່ນໍ້າຫຼາຍສາຍເພີ່ມສູງກວ່າລະດັບແຈ້ງເຕືອນມາຕັ້ງແຕ່ຕົ້ນເດືອນກໍລະກົດ ເຊິ່ງເປັນຜົນມາຈາກການປ່ຽນແປງຂອງສະພາບອາກາດ ແລະ ໄດ້ສ້າງຄວາມເສຍຫາຍທາງດ້ານເສດຖະກິດຫຼາຍກວ່າ 60 ພັນລ້ານຢວນ. ຂະນະນີ້ມີເຂື່ອນຈໍານວນ 4 ແຫ່ງ ທີ່ຕ້ອງເລັ່ງລະບາຍນໍ້າຢ່າງຮີບດ່ວນ ລວມທັງຍັງມີອ່າງເກັບນໍ້າອີກຈໍານວນ 200 ແຫ່ງ ທີ່ມີລະດັບນໍ້າສູງເກີນກວ່າລະດັບນໍ້າທີ່ເກັບໄວ້ເຊັ່ນດຽວກັນ. ສະຖານະການນໍ້າຖ້ວມໃນຄັ້ງນີ້,  ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 33 ລ້ານຄົນໃນ 80 ເມືອງ, ມີບ້ານເຮືອນເສຍຫາຍກວ່າ 2.4 ແສນຫຼັງຄາເຮືອນ, ມີຜູ້ບາດເຈັບ 220 ກວ່າຄົນ, ເສຍຊີວິດ 273 ຄົນ ແລະ ມີຄົນສູນຫາຍ 80 ຄົນ, ມີປະຊາຊົນທີ່ອົບພະຍົບອອກຈາກພື້ນທີ່ຫຼາຍກວ່າ 1.7 ລ້ານຄົນ. ລະດັບນໍ້າທີ່ຖ້ວມສູງໃນເຂດພໍຫຍາງຂອງມວນທົນຈຽງຊີເຮັດໃຫ້ລະດັບນໍ້າໃນທະເລສາບພໍຫຍາງ ເຊິ່ງເປັນທະເລນໍ້າຈືດທີ່ໃຫຍ່ທີ່ສຸດຂອງປະເທດຈີນເພີ່ມຂຶ້ນມາ ຢູ່ທີ 22.52 ແມັດ ສູງກວ່າລະດັບການເຕືອນໄພ  19.50 ແມັດ ຕັ້ງແຕ່ວັນທີ 11 ກໍລະກົດທີ່ຜ່ານມາ. ສ່ວນຢູ່ທີ່ເມືອງອູ່ຮັ່ນ ປະຊາກອນປະມານ 11 ລ້ານຄົນກຳລັງປະເຊີນກັບອຸທົກກະໄພເປັນຄັ້ງທີ 7 ນັບຕັ້ງແຕ່ເດືອນ ມິຖຸນາ ທີ່ຜ່ານມາ ຫຼັງຈາກທີ່ຕ້ອງປະເຊີນກັບໂຄວິດ-19.      

Read More »

ສະຫະລັດອາເມລິກາ ແບນແອັບ TikTok ອ້າງຕອບໂຕ້ຈີນທີ່ເປັນຕົ້ນເຫດໃຫ້ເກີດການແຜ່ລະບາດ Covid-19…

ປະທານາທິບໍດີສະຫະລັດອາເມລິກາ ໂດນັລ ທຣຳ ເປີດເຜີຍວ່າ ຝ່າຍບໍລິຫານຄະນະລັດຖະບານກຳລັງພິຈາລະນາຄຳສັ່ງຫ້າມແອັບ TikTok ທີ່ເປັນແອັບກ່ຽວກັບຄຣິບວີດີໂອສັ້ນໆ ດຳເນີນງານໃນແຜ່ນດິນຂອງສະຫະລັດອາເມລິກາ ໂດຍມີການຊີ້ແຈງວ່າເປັນມາດຕະການໜຶ່ງໃນການຕອບໂຕ້ຈີນທີ່ບໍ່ສາມາດຈັດການກັບການແຜ່ລະບາດຂອງ COVID-19 ຈົນກໍ່ໃຫ້ເກີດການລະບາດໄປທົ່ວໂລກ ແລະ ມີຜູ້ເສຍຊີວິດເປັນຈຳນວນຫຼວງຫຼາຍ.   ການຕັດສິນໃຈດັ່ງກ່າວ ຂອງປະທານາທິບໍດີສະຫະລັດອາເມລິກາ ເກີດຂຶ້ນຫຼັງຈາກທີ່ທ່ານ ໄມຄ໌ ປອມເປໂອ (Mike Pompeo) ລັດຖະມົນຕີວ່າການກະຊວງຕ່າງປະເທດ ສະຫະລັດອາເມລິກາ ເປີດເຜີຍວ່າ ກຳລັງພິຈາລະນາແບນ Application Social Media ຂອງຈີນ ໃນນັ້ນມີແອັບ TikTok ນຳ ເຖິງແມ່ນວ່າແອັບ TikTok ໃນສະຫະລັດອາເມລິກາ ໄດ້ວ່າຈ້າງ Kevin Mayer  ອະດີດຜູ້ບໍລິຫານບໍລິສັດ Walt Disney Co. ໃນຕຳແໜ່ງປະທານເຈົ້າໜ້າທີ່ບໍລິຫານ ໃນເດືອນທີ່ຜ່ານມາ.  ແຕ່ບໍລິສັດແມ່ເຊັ່ນ ByteDance ກໍຍັງເປັນບໍລິສັດຈາກຈີນ ໂດຍທ່ານ ໄມຄ໌ ປອມເປໂອ (Mike Pompeo)  ແນະນຳໃຫ້ປະຊາກອນໃນອາເມລິກາ ບໍ່ຄວນດາວໂຫຼດແອັບ TikTok ລົງໃນໂທລະສັບມືຖື ຍົກເວັ້ນແຕ່ການໃຫ້ຂໍ້ມູນສ່ວນຕົວຂອງພວກເຂົາຕົກຢູ່ໃນມືຂອງພັກຄອມມູນິດຈີນ, ໃນສະຫະລັດອາເມລິກາ ແອັບ TikTok ໄດ້ຮັບການດາວໂຫຼດຫຼາຍກ່ວາ 165 ລ້ານເທື່ອ. ໂດຍທາງ TikTok ໄດ້ປະຕິເສດຂໍ້ກ່າວຫາວ່າເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງສະຫະລັດອາເມລິກາ. ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156990103187610&width=500″ width=”500″ height=”585″ ...

Read More »

ມາຮູ້ຈັກກັບ ເງິນຢວນ Digital ແລະ ຄຳຖາມທີ່ຄາໃຈວ່າ ເປັນຫຍັງເງິນຢວນ Digital ອາດຈະຖືກໃຊ້ໃນໄວໆນີ້…

ສະກຸນເງິນຢວນ Digital ອາດຈະຖືກນຳໃຊ້ໃນອີກບໍ່ດົນ ເຊິ່ງເລື່ອງນີ້ເປັນປະເດັນໃຫຍ່ມາແຮງຫຼາຍ, ແຕ່ກໍມີຄຳຖາມສຳຄັນທີ່ຫຼາຍຄົນອາດຈະເບິ່ງຂ້າມຄື ຈີນພ້ອມທີ່ຈະໃຊ້ງານແທ້ໆແລ້ວບໍ ແລ້ວນອກຈາກນີ້ ມັນອາດຈະສົ່ງຜົນກະທົບຫຍັງແດ່. ສະກຸນເງິນຢວນ Digital ແມ່ນຫຍັງ? ຫາກອະທິບາຍແບບພາບລວມໃຫ້ເຂົ້າໃຈງ່າຍທີ່ສຸດຄື ມັນມີຮູບແບບຂອງການນຳເງິນສົດໃນກະເປົາຍ້າຍມາທີ່ໂລກ Online ເຊິ່ງມີຈຸດເດັ່ນຄືໃຊ້ຈ່າຍໄດ້ໃນແບບອອຟໄລນ໌ (Offline) ໂດຍບໍ່ຕ້ອງເຊື່ອມອິນເຕີເນັດສະເໝີໄປ, ສ່ວນແອັບສຳຄັນໃນການໃຊ້ງານເຊັ່ນ: Alipay ແລະ WeChatPay ເຊິ່ງເປັນ 2 ແອັບຫຼັກ ທີ່ຄົນຈີນໃຊ້ງານຢູ່ແລ້ວໃນມືຖືຂອງແຕ່ລະຄົນ ພ້ອມທັງແອັບເຫຼົ່ານີ້ໄດ້ຜູກມັດກັບບັນຊີທະນາຄານຂອງແຕ່ລະຄົນອີກດ້ວຍ. ສຳຫຼັບທີ່ມາຂອງສະກຸນເງິນຢວນ Digital ຖືກພັດທະນາໃນກຸ່ມວິໄຈດ້ານເງິນ Digital Currency Research Institute ເຊິ່ງເປັນການຮ່ວມກັນກໍ່ຕັ້ງໂດຍລັດຖະບານ ແລະ ເອກະຊົນ ຕັ້ງແຕ່ປີ 2017 ຜ່ານມາ, ໂດຍເງິນຢວນ Digital ທີ່ອອກແບບກັນມານັ້ນ ມີລັກສະນະເປັນ Central Bank Digital Currency (CBDC) ເຊິ່ງເປັນສະກຸນເງິນທີ່ຄວບຄຸມໂດຍທະນາຄານກາງຂອງຈີນນັ້ນເອງ. ສຳຫຼັບອັດຕາຄ່າເງິນ, ເງິນນີ້ຈະຖືກອອກແບບໃຫ້ຢູ່ໃນອັດຕາສ່ວນ 1:1 ນັ້ນໝາຍຄວາມວ່າ ທຸກການອອກເງິນ 100 ຢວນ Digital ຈະຕ້ອງມີເງິນເກັບໄວ້ໃນບັນຊີຂອງທະນາຄານກາງຂອງຈີນສະເໝີ. ພ້ອມກັນນັ້ນ ສິ່ງທີ່ເປັນຈຸດແຂງໂດຍຫຼັກເລີຍຄື ການທີ່ຊ່ວຍໃຫ້ສາມາດສ້າງທຸລະກິດທາງການເງິນໄດ້ໃນແບບ Offline ໝາຍຄວາມວ່າ ເຖິງແມ່ນວ່າມືຖືຂອງເຮົາຈະບໍ່ໄດ້ຕໍ່ສັນຍານອິນເຕີເນັດ ...

Read More »

ມາຮູ້ຈັກສັດນໍ້າ 5 ປະເພດຫວງຫ້າມ ຕາມກົດໝາຍຂອງລາວ…

ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດປ່າແຫ່ງຊາດ, ວັນດັ່ງກ່າວຂອງທຸກປີ ມີຂະບວນການປ່ອຍປາ ສູ່ແຫລ່ງທໍາມະຊາດ ແມ່ນໍ້າລໍາເຊ ກໍ່ຄືຫ້ວຍຮ່ອງໜອງບຶງ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແຫລ່ງນໍ້າ. ປີ 2020ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ມີແຜນຈະປ່ອຍປາລົງສູ່ແຫລ່ງທໍາມະຊາດ ບໍ່ໃຫ້ຫລຸດ 55 ລ້ານໂຕ. ບົດນີ້ ຈຶ່ງນໍາເອົາປາ 5 ຊະນິດ ໃນອັນດັບຕົ້ນ ທີ່ນອນຢູ່ໃນບັນຊີ I ສັດນໍ້າ ແລະ ສັດປ່າ ຫລື ສັດປະເພດຫວງຫ້າມ ຕາມມະຕິຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາບັນຊີລາຍຊື່ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫລື ບັນຊີI ແລະ ປະເພດຄຸ້ມຄອງ ຫລື ບັນຊີII ສະບັບ ເລກທີ 81/ນຍ, ລົງວັນທີ 13/8/2008 ຄື: 1.ປາປຶກ, ມີຊື່ທາງວິທະຍາສາດແມ່ນ Pangasianodon gigas 2. ປາໄຫລໄຟຟ້າ, ມີຊື່ວິທະຍາສາດ Anguilla marmorata ...

Read More »

ຮູ້ທັນ AI ເຂົ້າໃຈທຸລກະກິດທີປ່ຽນແປງໄປຜ່ານວົງການຖ່າຍຮູບ…

ລອງຄິດເຖິງຈິນຕະນາການ ທີ່ຢູ່ໆມື້ໜຶ່ງມີສິ່ງປະດິດຢ່າງກ້ອງຖ່າຍຮູບຂຶ້ນມາ ເກີດການຖົກຖຽງກັນວ່າຮູບຖ່າຍໄດ້ມາຜ່ານເລນສ໌ນັ້ນ ຍັງຖືວ່າເປັນຜົນງານສິລະປະຢູ່ ຫຼືບໍ ເພາະຮູບທີ່ໄດ້ມັນບໍ່ໄດ້ເກີດຈາກຜົນງານຝີມືຂອງຄົນແຕ່ຢ່າງດຽວ. ການເຂົ້າມາຂອງກ້ອງຖ່າຍຮູບ ເຮັດໃຫ້ຄົນທີ່ບໍ່ມີຝີມືໃນການແຕ້ມຮູບ, ລົງສີມີພາບທີ່ຕົນເອງຢາກໄດ້ ກ້ອງຖ່າຍຮູບ ຈຶ່ງຕອບໂຈດຕະຫຼາດໄດ້ຫຼາຍກ່ວາການບໍລິການຮັບຈ້າງແຕ້ມຮູບ ຢ່າງບໍ່ຕ້ອງສົງໄສ ເພາະບໍ່ຕ້ອງເພິ່ງຈິນຕະນາການ ພ້ອມທັງຍັງໄດ້ຮູບທີ່ຕ້ອງການ ແຕ່ການເຂົ້າມາຂອງກ້ອງຖ່າຍຮູບ Digital ເປັນເລື່ອງໃຫຍ່ກ່ວາການເຂົ້າມາຂອງການຖ່າຍຮູບຟີມອີກ ໂດຍສະເພາະເມື່ອກ້ອງຖ່າຍຮູບ Digital ກາຍເປັນ Function ສ່ວນໜຶ່ງຂອງ ​Smart Phone ເພາະບໍ່ແມ່ນແຕ່ຄົນສາມາດຖ່າຍຮູບຢູ່ໃສກໍໄດ້ ແຕ່ໄດ້ຮູບທີ່ຖ່າຍໄດ້ທັນໃຈ ເຮັດຊໍ້າໄດ້ ຕົກແຕ່ງໄດ້ເອງ ເກັບໄວ້ໃນຄຣາວ ພ້ອມທັງຍັງແຊຣ໌ໄປໃຫ້ໝູ່ເພື່ອນໃນເຄືອຂ່າຍຂອງເຮົາໄດ້. ສິ່ງທີ່ເວົ້າມານັ້ນ ເຮົາເກືອບຈະບໍ່ເສຍຕົ້ນທຶນຫຍັງເລີຍ ການໄດ້ຮູບຈາກກ້ອງຟີມ ທີ່ຕ້ອງໄປທີ່ຮ້ານເພື່ອລ້າງຮູບ ດຽວນີ້ຖ່ານຮູບຕອນໃດ ກໍບໍ່ຕ້ອງຈ້າງໃຜເຮັດ ຖ້າເປັັນເລືອງຂອງການແຊຣ໌ຮູບພາບ ຖ້າໂລກນີ້ມີແຕ່ຈິດຕະກອນ ຈິດຕະກອນຕ້ອງນນັ່ງແຕ້ມຮູບໃຫ້ຄືໆກັນ ແຕ່ໃນເມື່ອຕອນນີ້ Facebook ແລະ Google Photos ມີ AI ສຳຫຼັບ Facial Rcognition  ເຮັດໃຫ້ເຮົາໄດ້ພາບຈາກຄົນອື່ນ ທີ່ມີເຮົາຢູ່ໃນຮູບນຳໄດ້ໂດຍງ່າຍດາຍ ແລະ ສິ່ງເຫຼົ້່ານີ້ ຍັງບໍ່ນັບບົດບາດຂອງ AI ໃນການຖ່າຍຮູບໄດ້ຄົມຊັດຂຶ້ນ AI ໃນການຕັດຕໍ່ພາບໃນ Photoshop ແລະ ອື່ນໆ. ກິດຈະກຳຕ່າງໆທີ່ກ່ຽວກັບຮູບພາບນັ້ນກໍຍິ່ງມີຕົ້ນທຶນນ້ອຍເຂົ້າໄປຍ້ອນ AI ນັ້ນໝາຍຄວາມວ່າ ...

Read More »

ລັດວາງ 8 ຂໍ້ຫ້າມ ຄຸ້ມຄອງສັດນໍ້າ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການນໍາກັນ

ເພື່ອໃຫ້ການຄຸ້ມຄອງສັດນໍ້າ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນໍ້າ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ. ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ: ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນໍ້າ, ...

Read More »

ຍອດຜູ້ຕິດເຊື້ອ Covid-19 ໃນສະຫະລັດອາເມລິກາ ທະລຸ 65,000 ຄົນ ພາຍໃນມື້ດຽວ…

ສະຫະລັດອາເມລິກາ ພົບຜູ້ຕິດເຊື້ອ Covid-19 ສາຍພັນໃໝ່ເພີ່ມເຖິງ 65,551 ກໍລະນີ ໃນຮອບ 24 ຊົ່ວໂມງ ຂອງວັນທີ 9 ກໍລະກົດ 2020 ເຊິ່ງຖືວ່າເປັນສະຖິຕິລາຍວັນສູງສຸດຕັ້ງແຕ່ເກີດການແຜ່ລະບາດຂອງ  Covid-19 ໃນຂະນະທີ່ປະທານາທິບໍດິ ໂດນັລ ທຣຳ ຍັງອ້າງວ່າຕົວເລກທີ່ພຸ້ງຂຶ້ນເລື້ອຍໆ ເກີດຈາກການກວດທີ່ຫຼາຍຂຶ້ນ. ຈາກຖານຂໍ້ມູນຂອງມະຫາວິທະຍາໄລ ຈອນຮອບສກິນສ (Johns Hopkins) ໃນຕອນເຊົ້າຂອງ ວັນທີ 10 ກໍລະກົດ ເຊິ່ງເປັນປະເທດທີ່ໄດ້ຮັບຜົນກະທົບທີ່ສຸດ ຈາກ  Covid-19 ມີຍອດຕິດເຊື້ອສະສົມພຸ່ງຫຼາຍກວ່າ 3,11 ລ້ານຄົນ, ໃນຈຳນວນນີ້ ເສຍຊີວິດແລ້ວ 133,245 ຄົນ, ຈຳນວນຜູ້ຕິດເຊື້ອ ປະຈຳວັນສູງທີ່ສຸດໃນອາເມລິກາກ່ອນໜ້ານີ້ຄື 30,200 ຄົນ ເຊິ່ງເກີດຂຶ້ນໃນວັນທີ 7 ກໍລະກົດ ຜ່ານມາ, ຍອດຜູ້ຕິດເຊື້ອ  Covid-19 ໃນສະຫະລັດອາເມລິກາສູງຂຶ້ນເລື້ອຍໆ ໃນໄລຍະອາທິດທີ່ຜ່ານມາ, ໂດຍສະເພາະໃນລັດທາງໃຕ້ ແລະ ຕາເວັນຕົກ ເຊິ່ງເຮັດໃຫ້ຜູ້ຊ່ຽວຊານດ້ານສາທາລະນະສຸກ ກັງວົນວ່າອັດຕາການເສຍຊິວິດຈະເພີ່ມສູງຂຶ້ນໄປອີກ. ເວລາປະມານ 00:30 GMT ຜ່ານມາ ສະຫະລັດອາເມລິກາມີຜູ້ເສຍຊີວິດຈາກ Covid-19 ເພີ່ມຂຶ້ນເຖິງ 1,000 ໃນຮອບ ...

Read More »

ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ຮ່ວມກັບ Katalyst Partners ແລະ DOSMEP, ກະຊວງອຸດສາຫະກຳ ແລະການຄ້າ ລົງນາມຮ່ວມມືກັນ ເພື່ອຊ່ວຍພັດທະນາ ແລະ ສະໜັບສະໜູນທຸລະກິດ SME ລາວ ໃຫ້ເຕີບໃຫຍ່

ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ໄດ້ລົງນາມຮ່ວມມືກັນກັບຄູ່ຮ່ວມທຸລະກິດ ໃນການພັດທະນາຄວາມສາມາດໃຫ້ກັບຂະແໜງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຂະຫຍາຍຕົວ ແລະ ເຂົ້າເຖິງແຫຼ່ງທຶນຢ່າງມີປະສິດທິພາບ. ໂດຍການຮ່ວມມືກັນລະຫວ່າງ Katalyst Partners ແລະ ກົມສົ່ງເສີມວິສາຫະກກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະການຄ້າ ແລະ ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ປະກາດການລິເລີ່ມໃໝ່ – BizGrow ທີ່ມີຈຸດປະສົງເພື່ອສະໜັບສະໜູນ ທຸລະກິດຂະໜາດນ້ອຍຂອງລາວ ໃຫ້ເຕີບໃຫຍ່ຢ່າງມີຄວາມຮັບຜິດຊອບໂດຍຜ່ານ ໂຄງການການຝຶກອົບຮົມ ການສ້າງນະວັດຕະກຳໃໝ່ ໃຫ້ທຸລະກິດຂອງທ່ານກ້າວໄກ. ເຊິ່ງຈະຊ່ວຍໃຫ້ ຜູ້ປະກອບການໄດ້ທົບທວນຮູບແບບທຸລະກິດແລະ ເລືອກຮູບແບບລາຍໄດ້ຂອງຕົນເອງ. ທ່ານ ແອນໂທນີ ຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານ ເຈແປນລາວ ໄດ້ກ່າວວ່າ: ພວກເຮົາເຊື່ອໃນຄຳເວົ້າທີ່ວ່າ “ ກະແສນໍ້າທີ່ສູງຂຶ້ນຍົກເຮືອທຸກລຳໄດ້ ” ທະນາຄານ ມາຣູຮານ ເຈແປນລາວ ຈຳກັດແມ່ນຢູ່ໃນຕໍາແໜ່ງ ສ້າງກະແສນໍ້າໃຫ້ສູງຂື້ນເພື່ອຍົກເຮືອ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທຸກລໍາໃຫ້ສູງຂຶ້ນ ...

Read More »

ກອງທຶນການເງິນສາກົນ (IMF) ອອກຄຳແນະນຳ ປັບໂຄງສ້າງໜີ້ສິນເພີ່ມ…

ກອງ​ທຶນການ​ເງິນສາກົນ (IMF)​ ອອກ​ຄຳແນະນຳບັນດາປະ​ເທດລາ​ຍ​ໄດ້​ຕ່ຳ ປັບ​ໂຄງ​ສ້າງ​ໜີ້ີ້ ຫລັງ​ກູ້​ຢືມ​ເງິນມາ​ຈັດການ​ເສດຖະກິດທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໂຄ​ວິດ-19 ຫລຸດ​ຄວາມ​ສ່ຽງທີ່​ຈະ​ຜະ​ເຊີນກັບພາລະ​ໜີ້​ສິນ​ເພີ່ມ. ​ເມື່ອ​ພິຈາລະນາ ຈາກ​ປະ​ເທດທີ່​ມີ​ລາຍ​ໄດ້​ຕ່ຳ ປະມານ 400% ທີ່​ພົບ​ກັບໜີ້ີ້ສິນ ຫລື ຄວາມ​ສ່ຽງ​ສູງ​ທີ່ຈະ​ພົບ​ບກັບ​ໜີ້​ສິນ​ນັ້ນ  ຈຶ່ງ​ມີ​ຄວາມ​ຈຳ​ເປັນ ​ໃນ​ການ​ປັບ​ໂຄງ​ສ້າງ​ໜີ້​ຄັ້ງ​ໃຫຍ່ ຫລັງ​ຈາກ ທ່ານ ນາງ ກິ​ຕາ ​ໂກ​ປີ​ນາ, ຫົວໜ້າ ນັກ​ເສດຖະສາດຂອງ​ກອງ​ທຶນການ​ເງິນ​ສາກົນ​ ກ່າວວ່າ: ກຸ່ມ​ຈີ 20 ​ແລະ ກຸ່ມ​ປາຣີສ ຄລັບ ທີ່​ເປັນ​ກຸ່ມ​ປະ​ເທດ​ເຈົ້າໜີ້ຈັດ​ກອງ​ປະຊຸມ​ລະດັບ​ສູງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ໜີ້ີ້, ກະ​ແສ​ເງິນ​ທຶນ ​ແລະ ການ​ເງິນ ທີ່​ກ່ຽວຂ້ອງ​ກັບເສດຖະກິດທີ່​ເກີດ​ຈາກ​ໂຄ​ວິດ-19. ນອກ​ຈາກນີ້, ລັດຖະມົນຕີ​ກະຊວງ​ການ​ເງິນ ຈີ 20 ​,ຜູ້ນຳ ​ໄອ​ເອັມ​ເອຟ ​ແລະ ທະນາຄານ​ໂລກ ລວມ​ເຖິງ ​ເຈົ້າໜ້າ​ທີ່​ພາກ​ເອກະ​ຊົນປຶກສາ​ຫາລືກັນ​ກ່ຽວ​ກັບທາງ​ເລືອກ​ຕ່າງໆ ​ໃນ​ການ​ຮັບ​ມມືກັບ​ກະ​ແສເງິນ​ທຶນ ​ໄຫລ​ອອກ​ຈາກຕະຫລາດ​ເກີດ​ໃໝ່, ບັນຫາ​ໜີ້​ສິນ ​ແລະ ວິທີທີ່​ດີ​ທີ່​ສຸດ ​ຄືການ​ສົ່ງ​​ເສີມການ​ຂະຫຍາຍຕົວທາງ​ເສດຖະກິດທີ່​ເຂັ້ມ​ແຂງ ​ແລະ​ ຍືນ​ຍົງ​ໃນ​ຕໍ່ໜ້າ. ແຫຼ່ງຂໍ້ມູນ: ຂປລ

Read More »

ນາຍົກລັດຖະມົນຕີ ເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ

 ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງ ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ເອົາ ໃຈໃສ່ຫລາຍບັນຫາເພື່ອຮັບປະກັນໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ. ທ່ານນາຍົກລັດຖະມົນຕີ ກ່າວໃນໂອກາດລົງເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ, ໃນວັນທີ 9 ກໍລະກົດ 2020 ເຊິ່ງໄດ້ສະແດງຄວາມຊົມເຊີຍເປັນພິເສດ ຕໍ່ບັນດາມາດຕະການໃນການປ້ອງກັນ, ແກ້ໄຂ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ຈົນໄດ້ຮັບໄຊຊະນະໃນເບື້ອງຕົ້ນ. ບັນຫາທີ່ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ປະກອບມີ: ການສ້າງຂະບວນການໃນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ແລະ ກອງປະຊຸມໃຫຍ່ ນະຄອນຫລວງວຽງຈັນ ຄັ້ງທີ VII ໂດຍຖືເອົາການສືບຕໍ່ຮັກສາໄດ້ຄວາມມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ ເປັນບັນຫາໃຫຍ່ ແລະ ບັນຫາສຳຄັນ, ລວມທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດທາງທ້ອງຖະໜົນ, ໄພສັງຄົມ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ເນັ້ນໃຫ້ມີການຊຸກຍູ້ສົ່ງເສີມຂະບວນການຜະລິດ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ກຸ້ມຢູ່ກຸ້ມກິນ ...

Read More »