ມາຮູ້ຈັກກັບ ເງິນຢວນ Digital ແລະ ຄຳຖາມທີ່ຄາໃຈວ່າ ເປັນຫຍັງເງິນຢວນ Digital ອາດຈະຖືກໃຊ້ໃນໄວໆນີ້…

ສະກຸນເງິນຢວນ Digital ອາດຈະຖືກນຳໃຊ້ໃນອີກບໍ່ດົນ ເຊິ່ງເລື່ອງນີ້ເປັນປະເດັນໃຫຍ່ມາແຮງຫຼາຍ, ແຕ່ກໍມີຄຳຖາມສຳຄັນທີ່ຫຼາຍຄົນອາດຈະເບິ່ງຂ້າມຄື ຈີນພ້ອມທີ່ຈະໃຊ້ງານແທ້ໆແລ້ວບໍ ແລ້ວນອກຈາກນີ້ ມັນອາດຈະສົ່ງຜົນກະທົບຫຍັງແດ່.

ສະກຸນເງິນຢວນ Digital ແມ່ນຫຍັງ?

ຫາກອະທິບາຍແບບພາບລວມໃຫ້ເຂົ້າໃຈງ່າຍທີ່ສຸດຄື ມັນມີຮູບແບບຂອງການນຳເງິນສົດໃນກະເປົາຍ້າຍມາທີ່ໂລກ Online ເຊິ່ງມີຈຸດເດັ່ນຄືໃຊ້ຈ່າຍໄດ້ໃນແບບອອຟໄລນ໌ (Offline) ໂດຍບໍ່ຕ້ອງເຊື່ອມອິນເຕີເນັດສະເໝີໄປ, ສ່ວນແອັບສຳຄັນໃນການໃຊ້ງານເຊັ່ນ: Alipay ແລະ WeChatPay ເຊິ່ງເປັນ 2 ແອັບຫຼັກ ທີ່ຄົນຈີນໃຊ້ງານຢູ່ແລ້ວໃນມືຖືຂອງແຕ່ລະຄົນ ພ້ອມທັງແອັບເຫຼົ່ານີ້ໄດ້ຜູກມັດກັບບັນຊີທະນາຄານຂອງແຕ່ລະຄົນອີກດ້ວຍ. ສຳຫຼັບທີ່ມາຂອງສະກຸນເງິນຢວນ Digital ຖືກພັດທະນາໃນກຸ່ມວິໄຈດ້ານເງິນ Digital Currency Research Institute ເຊິ່ງເປັນການຮ່ວມກັນກໍ່ຕັ້ງໂດຍລັດຖະບານ ແລະ ເອກະຊົນ ຕັ້ງແຕ່ປີ 2017 ຜ່ານມາ, ໂດຍເງິນຢວນ Digital ທີ່ອອກແບບກັນມານັ້ນ ມີລັກສະນະເປັນ Central Bank Digital Currency (CBDC) ເຊິ່ງເປັນສະກຸນເງິນທີ່ຄວບຄຸມໂດຍທະນາຄານກາງຂອງຈີນນັ້ນເອງ.

ສຳຫຼັບອັດຕາຄ່າເງິນ, ເງິນນີ້ຈະຖືກອອກແບບໃຫ້ຢູ່ໃນອັດຕາສ່ວນ 1:1 ນັ້ນໝາຍຄວາມວ່າ ທຸກການອອກເງິນ 100 ຢວນ Digital ຈະຕ້ອງມີເງິນເກັບໄວ້ໃນບັນຊີຂອງທະນາຄານກາງຂອງຈີນສະເໝີ. ພ້ອມກັນນັ້ນ ສິ່ງທີ່ເປັນຈຸດແຂງໂດຍຫຼັກເລີຍຄື ການທີ່ຊ່ວຍໃຫ້ສາມາດສ້າງທຸລະກິດທາງການເງິນໄດ້ໃນແບບ Offline ໝາຍຄວາມວ່າ ເຖິງແມ່ນວ່າມືຖືຂອງເຮົາຈະບໍ່ໄດ້ຕໍ່ສັນຍານອິນເຕີເນັດ ກໍຍັງສາມາດໃຊ້ງານໄດ້ຢູ່ ເພາະຈະມີການໃຊ້ງານເຕັກໂນໂລຊີ Near Field Communication (NFC) ເພື່ອຈັບຄູ່ອຸປະກອນ ແລະ ຮັບສົ່ງຂໍ້ມູນທຸລະກິດການເງິນ. ມີຂໍ້ມູນຈາກການສຳຫຼວດປີ 2019 ທີ່ພົບວ່າ ຄົນຈີນໃນເມືອງໃຫຍ່ສາມາດພົກພາເງິນສົດບໍ່ຫຼາຍ ແລ້ວສາມາດໃຊ້ຊີວິດໄດ້ ແລະ ຂໍພຽງມີໂທລະສັບມືຖື ກໍສາມາດເຮັດທຸລະກຳທາງການເງິນຕ່າງໆໃນຊີວິດປະຈຳວັນໄດ້ເລີຍ.

ແຕ່ເຖິງຢ່າງໃດກໍຕາມ ສະກຸນເງິນຢວນ Digital ຍັງຢູ່ໃນສະຫວ່າງການທົດສອບສຳຫຼັບເມືອງສຳຄັນເຊັ່ນ:​ຊູໂຈ, ເສີງຕູ, ເຊີນເຈີ້ນ ແລະ ສົງອັນ, ໂດຍພາບລວມ ຈີນບໍ່ໄດ້ພະຍາຍາມສ້າງສະກຸນເງິນໃໝ່ຂຶ້ນມາ ແຕ່ເປັນການພັດທະນາໂຄງສ້າງຂອງລະບົບການຊຳລະເງິນໃໝ່ທີ່ລັດຖະບານ ກວດສອບເສັ້ນທາງການເງິນໄດ້ງ່າຍຂຶ້ນໃນໂລກ Digital, ໂດຍສະເພາະຕອນນີ້ຫຼັງຈາກສະຖານະການ Covid-19 ໄດ້ເຮັດໃຫ້ຫຼາຍທຸລະກິດໃຫ້ຄວາມສຳຄັນກັບຊ່ອງທາງ Digital ຫຼາຍກ່ວາເກົ່າອີກ. ດັ່ງນັ້ນ, ເຮົາຈະໄດ້ເຫັນການປ່ຽນແປງອີກຮອບຂອງຈີນໃນໄວໆນີ້ ເຊິ່ງພວກເຂົາອາດຈະບໍ່ພົກພາເງິນສົດຕິດຕົວແລ້ວ.

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156980344362610&width=500″ width=”500″ height=”633″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

 

Comments