Bank Governors and Finance Ministers pose for the International Monetary Fund's Governors official photograph at the IMF Headquarters during the 2019 IMF/World Bank Spring Meetings April 13, 2019 in Washington, DC. IMF Staff Photograph/Stephen Jaffe

ກອງທຶນການເງິນສາກົນ (IMF) ອອກຄຳແນະນຳ ປັບໂຄງສ້າງໜີ້ສິນເພີ່ມ…

ກອງ​ທຶນການ​ເງິນສາກົນ (IMF)​ ອອກ​ຄຳແນະນຳບັນດາປະ​ເທດລາ​ຍ​ໄດ້​ຕ່ຳ ປັບ​ໂຄງ​ສ້າງ​ໜີ້ີ້ ຫລັງ​ກູ້​ຢືມ​ເງິນມາ​ຈັດການ​ເສດຖະກິດທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໂຄ​ວິດ-19 ຫລຸດ​ຄວາມ​ສ່ຽງທີ່​ຈະ​ຜະ​ເຊີນກັບພາລະ​ໜີ້​ສິນ​ເພີ່ມ. ​ເມື່ອ​ພິຈາລະນາ ຈາກ​ປະ​ເທດທີ່​ມີ​ລາຍ​ໄດ້​ຕ່ຳ ປະມານ 400% ທີ່​ພົບ​ກັບໜີ້ີ້ສິນ ຫລື ຄວາມ​ສ່ຽງ​ສູງ​ທີ່ຈະ​ພົບ​ບກັບ​ໜີ້​ສິນ​ນັ້ນ  ຈຶ່ງ​ມີ​ຄວາມ​ຈຳ​ເປັນ ​ໃນ​ການ​ປັບ​ໂຄງ​ສ້າງ​ໜີ້​ຄັ້ງ​ໃຫຍ່ ຫລັງ​ຈາກ ທ່ານ ນາງ ກິ​ຕາ ​ໂກ​ປີ​ນາ, ຫົວໜ້າ ນັກ​ເສດຖະສາດຂອງ​ກອງ​ທຶນການ​ເງິນ​ສາກົນ​ ກ່າວວ່າ: ກຸ່ມ​ຈີ 20 ​ແລະ ກຸ່ມ​ປາຣີສ ຄລັບ ທີ່​ເປັນ​ກຸ່ມ​ປະ​ເທດ​ເຈົ້າໜີ້ຈັດ​ກອງ​ປະຊຸມ​ລະດັບ​ສູງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ໜີ້ີ້, ກະ​ແສ​ເງິນ​ທຶນ ​ແລະ ການ​ເງິນ ທີ່​ກ່ຽວຂ້ອງ​ກັບເສດຖະກິດທີ່​ເກີດ​ຈາກ​ໂຄ​ວິດ-19.

ນອກ​ຈາກນີ້, ລັດຖະມົນຕີ​ກະຊວງ​ການ​ເງິນ ຈີ 20 ​,ຜູ້ນຳ ​ໄອ​ເອັມ​ເອຟ ​ແລະ ທະນາຄານ​ໂລກ ລວມ​ເຖິງ ​ເຈົ້າໜ້າ​ທີ່​ພາກ​ເອກະ​ຊົນປຶກສາ​ຫາລືກັນ​ກ່ຽວ​ກັບທາງ​ເລືອກ​ຕ່າງໆ ​ໃນ​ການ​ຮັບ​ມມືກັບ​ກະ​ແສເງິນ​ທຶນ ​ໄຫລ​ອອກ​ຈາກຕະຫລາດ​ເກີດ​ໃໝ່, ບັນຫາ​ໜີ້​ສິນ ​ແລະ ວິທີທີ່​ດີ​ທີ່​ສຸດ ​ຄືການ​ສົ່ງ​​ເສີມການ​ຂະຫຍາຍຕົວທາງ​ເສດຖະກິດທີ່​ເຂັ້ມ​ແຂງ ​ແລະ​ ຍືນ​ຍົງ​ໃນ​ຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂປລ

Comments