ສະຫະລັດອາເມລິກາ ແບນແອັບ TikTok ອ້າງຕອບໂຕ້ຈີນທີ່ເປັນຕົ້ນເຫດໃຫ້ເກີດການແຜ່ລະບາດ Covid-19…

ປະທານາທິບໍດີສະຫະລັດອາເມລິກາ ໂດນັລ ທຣຳ ເປີດເຜີຍວ່າ ຝ່າຍບໍລິຫານຄະນະລັດຖະບານກຳລັງພິຈາລະນາຄຳສັ່ງຫ້າມແອັບ TikTok ທີ່ເປັນແອັບກ່ຽວກັບຄຣິບວີດີໂອສັ້ນໆ ດຳເນີນງານໃນແຜ່ນດິນຂອງສະຫະລັດອາເມລິກາ ໂດຍມີການຊີ້ແຈງວ່າເປັນມາດຕະການໜຶ່ງໃນການຕອບໂຕ້ຈີນທີ່ບໍ່ສາມາດຈັດການກັບການແຜ່ລະບາດຂອງ COVID-19 ຈົນກໍ່ໃຫ້ເກີດການລະບາດໄປທົ່ວໂລກ ແລະ ມີຜູ້ເສຍຊີວິດເປັນຈຳນວນຫຼວງຫຼາຍ.
 
ການຕັດສິນໃຈດັ່ງກ່າວ ຂອງປະທານາທິບໍດີສະຫະລັດອາເມລິກາ ເກີດຂຶ້ນຫຼັງຈາກທີ່ທ່ານ ໄມຄ໌ ປອມເປໂອ (Mike Pompeo) ລັດຖະມົນຕີວ່າການກະຊວງຕ່າງປະເທດ ສະຫະລັດອາເມລິກາ ເປີດເຜີຍວ່າ ກຳລັງພິຈາລະນາແບນ Application Social Media ຂອງຈີນ ໃນນັ້ນມີແອັບ TikTok ນຳ ເຖິງແມ່ນວ່າແອັບ TikTok ໃນສະຫະລັດອາເມລິກາ ໄດ້ວ່າຈ້າງ Kevin Mayer  ອະດີດຜູ້ບໍລິຫານບໍລິສັດ Walt Disney Co. ໃນຕຳແໜ່ງປະທານເຈົ້າໜ້າທີ່ບໍລິຫານ ໃນເດືອນທີ່ຜ່ານມາ. 

ແຕ່ບໍລິສັດແມ່ເຊັ່ນ ByteDance ກໍຍັງເປັນບໍລິສັດຈາກຈີນ ໂດຍທ່ານ ໄມຄ໌ ປອມເປໂອ (Mike Pompeo)  ແນະນຳໃຫ້ປະຊາກອນໃນອາເມລິກາ ບໍ່ຄວນດາວໂຫຼດແອັບ TikTok ລົງໃນໂທລະສັບມືຖື ຍົກເວັ້ນແຕ່ການໃຫ້ຂໍ້ມູນສ່ວນຕົວຂອງພວກເຂົາຕົກຢູ່ໃນມືຂອງພັກຄອມມູນິດຈີນ, ໃນສະຫະລັດອາເມລິກາ ແອັບ TikTok ໄດ້ຮັບການດາວໂຫຼດຫຼາຍກ່ວາ 165 ລ້ານເທື່ອ. ໂດຍທາງ TikTok ໄດ້ປະຕິເສດຂໍ້ກ່າວຫາວ່າເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງສະຫະລັດອາເມລິກາ.

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156990103187610&width=500″ width=”500″ height=”585″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Comments