ຮູ້ທັນ AI ເຂົ້າໃຈທຸລກະກິດທີປ່ຽນແປງໄປຜ່ານວົງການຖ່າຍຮູບ…

ລອງຄິດເຖິງຈິນຕະນາການ ທີ່ຢູ່ໆມື້ໜຶ່ງມີສິ່ງປະດິດຢ່າງກ້ອງຖ່າຍຮູບຂຶ້ນມາ ເກີດການຖົກຖຽງກັນວ່າຮູບຖ່າຍໄດ້ມາຜ່ານເລນສ໌ນັ້ນ ຍັງຖືວ່າເປັນຜົນງານສິລະປະຢູ່ ຫຼືບໍ ເພາະຮູບທີ່ໄດ້ມັນບໍ່ໄດ້ເກີດຈາກຜົນງານຝີມືຂອງຄົນແຕ່ຢ່າງດຽວ.

ການເຂົ້າມາຂອງກ້ອງຖ່າຍຮູບ ເຮັດໃຫ້ຄົນທີ່ບໍ່ມີຝີມືໃນການແຕ້ມຮູບ, ລົງສີມີພາບທີ່ຕົນເອງຢາກໄດ້ ກ້ອງຖ່າຍຮູບ ຈຶ່ງຕອບໂຈດຕະຫຼາດໄດ້ຫຼາຍກ່ວາການບໍລິການຮັບຈ້າງແຕ້ມຮູບ ຢ່າງບໍ່ຕ້ອງສົງໄສ ເພາະບໍ່ຕ້ອງເພິ່ງຈິນຕະນາການ ພ້ອມທັງຍັງໄດ້ຮູບທີ່ຕ້ອງການ ແຕ່ການເຂົ້າມາຂອງກ້ອງຖ່າຍຮູບ Digital ເປັນເລື່ອງໃຫຍ່ກ່ວາການເຂົ້າມາຂອງການຖ່າຍຮູບຟີມອີກ

ໂດຍສະເພາະເມື່ອກ້ອງຖ່າຍຮູບ Digital ກາຍເປັນ Function ສ່ວນໜຶ່ງຂອງ ​Smart Phone ເພາະບໍ່ແມ່ນແຕ່ຄົນສາມາດຖ່າຍຮູບຢູ່ໃສກໍໄດ້ ແຕ່ໄດ້ຮູບທີ່ຖ່າຍໄດ້ທັນໃຈ ເຮັດຊໍ້າໄດ້ ຕົກແຕ່ງໄດ້ເອງ ເກັບໄວ້ໃນຄຣາວ ພ້ອມທັງຍັງແຊຣ໌ໄປໃຫ້ໝູ່ເພື່ອນໃນເຄືອຂ່າຍຂອງເຮົາໄດ້. ສິ່ງທີ່ເວົ້າມານັ້ນ ເຮົາເກືອບຈະບໍ່ເສຍຕົ້ນທຶນຫຍັງເລີຍ ການໄດ້ຮູບຈາກກ້ອງຟີມ ທີ່ຕ້ອງໄປທີ່ຮ້ານເພື່ອລ້າງຮູບ ດຽວນີ້ຖ່ານຮູບຕອນໃດ ກໍບໍ່ຕ້ອງຈ້າງໃຜເຮັດ ຖ້າເປັັນເລືອງຂອງການແຊຣ໌ຮູບພາບ ຖ້າໂລກນີ້ມີແຕ່ຈິດຕະກອນ ຈິດຕະກອນຕ້ອງນນັ່ງແຕ້ມຮູບໃຫ້ຄືໆກັນ

ແຕ່ໃນເມື່ອຕອນນີ້ Facebook ແລະ Google Photos ມີ AI ສຳຫຼັບ Facial Rcognition  ເຮັດໃຫ້ເຮົາໄດ້ພາບຈາກຄົນອື່ນ ທີ່ມີເຮົາຢູ່ໃນຮູບນຳໄດ້ໂດຍງ່າຍດາຍ ແລະ ສິ່ງເຫຼົ້່ານີ້ ຍັງບໍ່ນັບບົດບາດຂອງ AI ໃນການຖ່າຍຮູບໄດ້ຄົມຊັດຂຶ້ນ AI ໃນການຕັດຕໍ່ພາບໃນ Photoshop ແລະ ອື່ນໆ.

ກິດຈະກຳຕ່າງໆທີ່ກ່ຽວກັບຮູບພາບນັ້ນກໍຍິ່ງມີຕົ້ນທຶນນ້ອຍເຂົ້າໄປຍ້ອນ AI ນັ້ນໝາຍຄວາມວ່າ ການເຮັດໃຫ້ກິດຈະກຳແຕ່ລະຢ່າງເປັນ Digital ຫຼື Digitalization ນັ້ນ ມັນນຳໄປສູ່ທຸລະກິດໃໝ່ໆ ທີ່ບໍ່ຄາດວ່າທຸລະກິດນັ້ນຈະມີຫຼາຍຄູ່ແຂ່ງຂອງທຸລະກິດເກົ່າ ເຊັ່ນ:  Social Media ທັງຫຼາຍທີ່ມີ Function ໃນການແຊຣ໌ພາບໄດ້ ບໍ່ຄືກັບກ້ອງຟີມ Kodak ເປັນຕົວຢ່າງທີຊັດເຈນ Kodak ຈຶ່ງບໍ່ໄດ້ພ່າຍແພ້ໃຫ້ກັບຄູ່ແຂ່ງຢ່າງ  Fuji, ແຕ່ບໍ່ຊະນະຍ້ອນບໍ່ສາມາດປັບຕົວກັບ Digitalization.

 

Comments