ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ຮ່ວມກັບ Katalyst Partners ແລະ DOSMEP, ກະຊວງອຸດສາຫະກຳ ແລະການຄ້າ ລົງນາມຮ່ວມມືກັນ ເພື່ອຊ່ວຍພັດທະນາ ແລະ ສະໜັບສະໜູນທຸລະກິດ SME ລາວ ໃຫ້ເຕີບໃຫຍ່

ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ໄດ້ລົງນາມຮ່ວມມືກັນກັບຄູ່ຮ່ວມທຸລະກິດ ໃນການພັດທະນາຄວາມສາມາດໃຫ້ກັບຂະແໜງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຂະຫຍາຍຕົວ ແລະ ເຂົ້າເຖິງແຫຼ່ງທຶນຢ່າງມີປະສິດທິພາບ.

ໂດຍການຮ່ວມມືກັນລະຫວ່າງ Katalyst Partners ແລະ ກົມສົ່ງເສີມວິສາຫະກກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະການຄ້າ ແລະ ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ປະກາດການລິເລີ່ມໃໝ່ – BizGrow ທີ່ມີຈຸດປະສົງເພື່ອສະໜັບສະໜູນ ທຸລະກິດຂະໜາດນ້ອຍຂອງລາວ ໃຫ້ເຕີບໃຫຍ່ຢ່າງມີຄວາມຮັບຜິດຊອບໂດຍຜ່ານ ໂຄງການການຝຶກອົບຮົມ ການສ້າງນະວັດຕະກຳໃໝ່ ໃຫ້ທຸລະກິດຂອງທ່ານກ້າວໄກ. ເຊິ່ງຈະຊ່ວຍໃຫ້ ຜູ້ປະກອບການໄດ້ທົບທວນຮູບແບບທຸລະກິດແລະ ເລືອກຮູບແບບລາຍໄດ້ຂອງຕົນເອງ.

ທ່ານ ແອນໂທນີ ຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານ ເຈແປນລາວ ໄດ້ກ່າວວ່າ: ພວກເຮົາເຊື່ອໃນຄຳເວົ້າທີ່ວ່າ “ ກະແສນໍ້າທີ່ສູງຂຶ້ນຍົກເຮືອທຸກລຳໄດ້ ” ທະນາຄານ ມາຣູຮານ ເຈແປນລາວ ຈຳກັດແມ່ນຢູ່ໃນຕໍາແໜ່ງ ສ້າງກະແສນໍ້າໃຫ້ສູງຂື້ນເພື່ອຍົກເຮືອ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທຸກລໍາໃຫ້ສູງຂຶ້ນ ໂດຍການສ້າງໂຄງການ ການຝຶກອົບຮົມ ການສ້າງນະວັດຕະກຳໃໝ່ໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນເປັນຄັ້ງທຳອິດໃນ ສປປລາວ. ໂຄງການເຝຶກອົບຮົບນີ້ໄດ້ສ້າງຂຶ້ນມາເປັນພິເສດເພື່ອຊ່ວຍຜູ້ປະກອບການຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີຄວາມກະຕືລືລົ້ນໃຫ້ເຕີບໃຫຍ່ຂະຫຍາຍໂຕ, ປະດິດສ້າງ ແລະ ຈິນຕະນາການທຸລະກິດຂອງຕົນເອງຄືນໃໝ່ ໃນສະພາບການທີ່ທ້າທາຍໃນປະຈຸບັນ ເຊິ່ງພວກເຮົາຈະປະສົມປະສານເອົາເຄື່ອງມືທີ່ມີປະສິດທິພາບເຂົ້າກັບຄວາມຊ່ຽວຊານລະດັບມືອາຊາຊີບທາງດ້ານທຸລະກິດ ແລະ ການຄ້າ ແລະ ທີມງານຜູ້ທີ່ເຕັມປ່ຽມໄປດ້ວຍແຮງບັນດານໃຈ ແລະ ປະສົບການຈິງ ພວກເຮົາພ້ອມທີ່ຈະຊ່ວຍ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ປະສົບຜົນສຳເລັດ.

ເຮົາຈະຄັດເລືອກຜູ້ປະກອບການທີ່ຫຼົງໄຫຼກັບມັນແທ້ໆ 25 ທ່ານທີ່ເປັນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີຄວາມປາຖະຫນາແຮງກ້າທີ່ຈະປະສົບຜົນສຳເລັດເພື່ອຮ່ວມໃນໂຄງການນະວັດຕະກຳນີ້.

ຟຣີ! ສຳລັບຜູ້ສະໝັກທີ່ຖືກເລືອກ, ບໍ່ມີຄ່າທຳນຽມໃດໆ. ເຮົາຕ້ອງການພຽງຄວາມຫຼົງໄຫຼ ແລະ ປາຖະໜາທີ່ຈະປະສົບຜົນສຳເລັດຂອງທ່ານ.

ສະໝັກແບບໃດ?

  1. ສົ່ງ 1 ໜ້າA4 (ພາສາລາວ ຫຼື ພາສາອັງກິດ) ຫຼື ວີດີໂອສັ້ນ 3 ນາທີ ບອກກ່ຽວກັບ 3Ps ຂອງທຸລະກິດທ່ານ:

– ແນະນຳຕົວເອງ

– ເປົ້າໝາຍ (Purpose)

– ແຜນການ (Plan)

– ລຳດັບຄວາມສຳຄັນ (Priority)

  1. ສົ່ງມາທີ່ ອີເມລ [email protected] / [email protected] ກ່ອນ 5ໂມງແລງ, ຂອງວັນທີ 15/07/2020.
  2. ຜູ້ສະໝັກທີ່ໄດ້ຮັບການຄັດເລືອກຈະໄດ້ຮັບການແຈ້ງກັບໄປເພື່ອໃຫ້ມານຳສະເໜີຕໍ່ໜ້າກຳມະການເຖິງແນວຄິດ 3Ps / ໂຄງຮ່າງທຸລະກິດຂອງທ່ານ ໃນວັນທີ່ 17/07/2020 ທີ່ສຳນັກງານໃຫຍ່, ທະນາຄານ ມາຣູຮານ ເຈແປນລາວ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
  3. ຜູ້ປະກອບການ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງ 25 ທ່ານສຸດທ້າຍຈະໄດ້ຮັບການຄັດເລືອກໃຫ້ເຂົ້າຮ່ວມການຝຶກອົບຮົມ BizGrow ໃນວັນທີ 22/07/2020 ທີ່ ໂຮງແຮມ Crowne Plaza, ນະຄອນຫຼວງວຽງຈັນ
  4. ແລະໄດ້ຮັບການໃຫ້ຄຳປຶກສາ, ຄລີນິກ ແລະ ການສ້າງເຄືອຂ່າຍ ເປັນເວລາ 3 ເດືອນ.
  5. ງານປິດ “ການສຳເລັດອົບຮົມ” ສຸດທ້າຍ ຫຼັງຈາກ 3 ເດືອນ.

ພວກເຮົາລໍຖ້າທີ່ຈະໄດ້ພົບທ່ານ!

Biz = ວິສາຫະກິດຂະໜາດນ້ອຍຂອງລາວ

G = ການເຕີບໂຕ (ພ້ອມກັນ)

R = ທຸລະກິດທີ່ມີຄວາມຮັບຜິດຊອບ

O = (ເພື່ອເປັນ) ທີ່ໂດດເດັ່ນ

W = (ຜ່ານນະວັດຕະກຳ) ການຝຶກອົບຮົມ (& ໃຫ້ຄຳປຶກສາ)

Maruhan Japan Bank Lao inked another collaboration to help MSME sector develop its capacity in growing their businesses and get access to funding efficiently.

Together with Katalyst Partners and DOSMEP, Ministry of Industry & Commerce, MARUHAN Japan Bank Lao announced its new initiative—BizGrow that’s aims to support Laotians’ Small Businesses to grow responsibly through workshop and mentoring program that will help them to revisit their business model and revenue options.

As the Chief Executive Officer of MARUHAN Japan Bank Lao, Mr. Anthony Chin, believes in a saying that “A rising tide lifts all boats” MJBL is positioned to create a rising tide to lift all SME boats by creating the 1st ever small business mentoring program in Lao PDR. Tailor made specially to help passionate micro entrepreneurs to grow, innovate & re-imagine their businesses in the current challenging climate combining powerful tools with professional and commercial expertise and a team of passionate builders, we will help MSMEs.

25 passionate entrepreneurs will be selected in the MSME sector with a desire to succeed, to participate in this innovative program.

It’s free for selected applicants, no fees required. We only need your passion & desire to succeed.

How to apply?

  1. Submit a 1-page (in Lao Language or English Language) or a 3-minute video to list your 3Ps:

– Purpose

– Plan

– Priority

  1. Email to [email protected] / [email protected] by 5pm, 15/07/2020
  2. Shortlisted applicants will be notified to pitch your 3Ps / business concept on 17/07/2020 at HQ, Maruhan Japan Bank Lao, Ban Phonxay, Vientiane
  3. Final 25 SMEs will be selected to attend the BizGrow workshop on 22/07/2020 at Crowne Plaza Hotel, Vientiane
  4. Plus 3 months of mentoring, clinics & networking
  5. Final ‘graduating’ workshop after 3 months

Biz = Lao small Businesses

G = Growing (together)

R = Responsibility

O = (to be) Outstanding

W = (via our innovative) Workshop (& mentoring)

Comments