News

ອັບເດດ ວັນທີ 9 ກໍລະກົດ ເສັັ້ນທາງພູເກົ້່າຫຼັກ ຍັງຜ່ານບໍ່ໄດ້….

ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2020 ຍັງບໍ່ສາມາດຜ່ານໄດ້ ເນື່ອງຈາກເຫດດິນເຈື່ອນທັບຕັນທາງໃນວັນທີ 4 ກໍລະກົດ ຜ່ານມາ. ດິນເຈື່ອນເຮັດໃຫ້ເສັ້ນທາງມີຕົມເປັນວົງກ້ວາງ ທີ່ຕ້ອງໃຊ້ເວລາໃນການຊ້ອມແປງ. ດັ່ງນັ້ນ, ຈຶ່ງແຈ້ງຂ່າວໃຫ້ທຸກຄົນ ທີ່ຈະເດີນທາງເສັ້ນນີ້ ໃຫ້ຫຼີກລ້ຽງກ່ອນ ເພື່ອຄວາມປອດໄພ ແລະ ບໍ່ເສຍເວລາ.

Read More »

ຈະປະກາດ!!! ປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ໃນວັນທີ 13 ກໍລະກົດ ນີ້…

ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະຮ່ວມກັບອົງການປົກຄອງແຂວງສະຫວັນນະເຂດ ຈັດພິທີປະກາດເຂດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໃນວັນທີ 13 ກໍລະກົດ 2020 ນີ້ ເຊີ່ງກົງກັບວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ທີ່ສູນອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ເມືອງຊົນນະບູລີ ແຂວງສະຫວັນນະເຂດ ນັບແຕ່ປີ 2002 ຈົນມາຮອດປີ 2016 ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ໄດ້ໃຫ້ທຶນຊ່ວຍເຫລືອເພື່ອອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ຄຽງຄູ່ກັນນີ້ ໄດ້ສົມທົບກັບປະຊາຊົນ 16 ບ້ານພາຍໃນ 5 ເມືອງທີ່ກ່ຽວ ຂ້ອງໃນການປົກປັກຮັກສາເຂດປ່າໂຄກທີ່ເປັນຖິ່ນຢູ່ອາໃສຂອງໂອງ-ມັ່ງ ເຮັດໃຫ້ມາຮອດປັດຈຸບັນ ຈໍານວນໂອງ-ມັ່ງ ໄດ້ເພີ່ມຂຶ້ນເປັນເກືອບ 200 ໂຕ. ນອກຈາກນີ້ ໃນເຂດປ່າດັ່ງກ່າວ ຍັງມີນົກ 278 ຊະນິດ, ສັດລ້ຽງລູກດ້ວຍນໍ້ານົມ 67 ຊະ ນິດ, ສັດເລືອຄານ 47 ຊະນິດ, ສັດເຄີ່ງບົກ-ເຄີ່ງນໍ້າ 38 ຊະນິດ ແລະ ປາ 9 ຊະນິດ, ສ່ວນຕົ້ນໄມ້ ແລະ ພືດຊະນິດຕ່າງໆ ລວມມີ ...

Read More »

ໃນ 6 ເດືອນຕົ້ນປີ 2020ທີ່ຜ່ານມາ, ລັດວິສາຫະກິດ ໄຟຟ້າລາວ ສາມາດສ້າງລາຍຮັບໄດ້ເຖິງ 3.321 ຕື້ກີບ

ທ່ານ ຈັນທະ​ບູນ ສຸກ​ອາ​ລຸນ ຜູ້​ວ່າການ ອໍາ​ນວຍ​ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ ການຈັດຕັ້ງ​ປະຕິບັດ​ວຽກ​ງານ ປະຈຳ 6 ເດືອນ​ຕົ້ນ​ປີ​ວ່າ: ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2020 ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໄດ້​ມີ​ການ​ຮັບ​ຊື້​ພະລັງງານ​ຈາກ​ແຫຼ່ງ​ຜະລິດ​ພາຍ​ໃນ ລວມ​ທັງ​ນໍາ​ເຂົ້າ ແລະ ຜະລິດ​ເອງ ເທົ່າ​ກັບ 5.638 ລ້ານ kWh, ເປັນເງິນ 2.956 ຕື້​ກີບ, ທຽບໃສ່​ແຜນການເປັນ​ພະລັງງານເທົ່າ​ກັບ 91,11% ແລະ ເປັນ​ເງິນເທົ່າ​ກັບ 96,46% ລາຄາ​ສະເລ່ຍ ຊື້​ພະລັງງານ​ທັງ​ໝົດ ເທົ່າ​ກັບ 524,37 ກີບ/kWh. ໃນ​ນັ້ນ ພະລັງງານ​ທີ່ໄຟຟ້າ​ລາວ ຜະລິດ​ເອງ ຈໍາ​ນວນ 87 ລ້ານ kWh, ກວມ​ເອົາ​ 1,5% ຂອງ​ພະລັງງານ​ທັງ​ໝົດ, ຊື້​ຈາກ ຜ-ຟຟລ ຈໍາ​ນວນ 878 ລ້ານ kWh, ກວມ​ເອົາ​ 15,6%. ຊື້ ຈາກ IPP&SPP ຈໍາ​ນວນ 2.986 ...

Read More »

ເຈົ້າໜ້າທີ່ແຂວງຄຳມ່ວນ ທໍາລາຍເຄື່ອງໃນສັດເກືອບ 2 ໂຕນ ທີ່ລັກລອບນໍາເຂົ້າແຖມປົນເປື້ອນສານເຄມີ…

ຍັງມີໃຫ້ເຫັນມາເລື້ອຍໆສໍາລັບການລັກລອບນໍາເຂົ້າສິນຄ້າແບບບໍ່ຖືກຕ້ອງ ເຖິງແມ່ນວ່າຜ່ານມາພາກສ່ວນກ່ຽວຂ້ອງຈະມີການຄຸມເຂັ້ມກວດຍຶດທໍາລາຍຖິ້ມມາແລ້ວຈໍານວນບໍ່ໜ້ອຍ ແຕ່ກໍ່ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຝ່າຝືນເຮັດສິ່ງຜິດລະບຽບກົດໝາຍຢູ່, ຫຼ້າສຸດພົບຢູ່ຄໍາມ່ວນເປັນເຄື່ອງໃນສັດເກືອບ 2ໂຕນ ເຊິ່ງເຈົ້າໜ້າທີ່ກໍ່ສາມາດຍຶດໄດ້ ແລະ ນໍາໄປທໍາລາຍຖິ້ມ. ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ໃນເວລາ 9:00 ໂມງ ຂອງວັນທີ 7 ກໍລະກົດ 2020 ມີພົນລະເມືອງດີທ່ານໜຶ່ງແຈ້ງຕໍ່ເຈົ້າໜ້າທີ່ວ່າມີການລັກລອບນຳເຂົ້າສິນຄ້າປະເພດເຄື່ອງໃນສັດ ແບບບໍ່ຖືກຕ້ອງຕາມກົດໝາຍ ທາງເຈົ້າໜ້າທີ່ກໍ່ໄດ້ລົງເຄື່ອນໄຫວຕິດຕາມລົດໝາຍເລກທະບຽນຕາມການແຈ້ງຂອງພົນລະເມືອງດີ, ເມື່ອກວດກາລົດຄັນດັ່ງກ່າວກໍ່ໄດ້ພົບເຫັນສິນຄ້າປະເພດຕັບໝູ ແລະ ເຄື່ອງໃນງົວ, ຄວາຍ ທີ່ຊຸກເຊື່ອງຢູ່ພື້ນລົດ ເຊິ່ງມີທັງໝົດຈຳນວນ 22 ແກັດ, ນ້ຳໜັກ 1.870 ກິໂລກຼາມ ລວມມີມູນຄ່າ 28 ລ້ານກວ່າກີບ. ຕາມການກວດກາຂອງເຈົ້າໜ້າທີ່ເຫັນວ່າສິນຄ້າ ປະເພດດັ່ງກ່າວແມ່ນມີສານເຈືອປົນເປັນຈຳນວນຫຼາຍ ສະນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ຍຶດ ພ້ອມນຳເອົາສິນຄ້າດັ່ງກ່າວໄປທຳລາຍ ທີ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 8 ກໍລະກົດ 2020 ໂດຍມີເຈົ້າໜ້າທີ່ຈາກຂະແໜງ ການຕ່າງໆຂອງແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ. ແຫຼ່ງຂໍ້ມູນ: Khammouane News

Read More »

ປີ 2020 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ 55 ລ້ານໂຕ ລົງສູ່ແມ່ນ້ຳທຳມະຊາດ…

ປີ 2020 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ໜອງ, ບຶງ, ອ່າງເກັບນ້ຳ ບໍ່ໃຫ້ຫລຸດ 55 ລ້ານໂຕ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ແມ່ນ້ຳສາຍຕ່າງໆ ແລະ ລະບົບນິເວດ. ໃນຂະນະທີ່ປີຜ່ານມາ ໄດ້ປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ອ່າງເກັບນ້ຳ, ບຶງ ແລະ ໜອງ ຫຼາຍກວ່າ 50 ລ້ານໂຕ. ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 9 ກໍລະກົດນີ້ວ່າ: ວັນທີ 13 ກໍລະກົດ ທຸກປີເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ເປັນວັນທີ່ມີຄວາມໝາຍທາງປະຫວັດສາດຄື: ວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນໃຫ້ມີສະຕິຮັກ ແລະ ຫວງແຫນສັດນ້ຳ-ສັດປ່າ ແລະ ອື່ນໆ. ສຳລັບປີນີ້, ໄດ້ຊຸກຍູ້ພະນັກງານວິຊາການປະຈຳບັນດາສະຖານີຜະລິດລູກປາຂອງລັດ, ເອກະຊົນ ແລະ ຄອບຄົວຜະລິດລູກປາ ເພື່ອຕອບສະໜອງໃຫ້ແກ່ການປ່ອຍປາຢ່າງພຽງພໍ ແລະຕາມແຜນແລ້ວ, ໃນທົ່ວປະເທດຈະປ່ອຍປາລົງແມ່ນໍ້າທໍາມະຊາດບໍ່ໃຫ້ຫລຸດ ...

Read More »

ສະຫະປະຊາຊາດ ຄາດການວ່າ ໂລກຂອງເຮົາຈະຮ້ອນຂື້ນອີກ ໃນ 5 ປີທາງໜ້າ…

 ອົງການ ອຸຕຸນີຍົມ ວິທະຍາໂລກ ຫລື WMO ເປັນໜ່ວຍງານ ຂອງສະຫະປະຊາຊາດ ຄາດວ່າສະພາບອາກາດ ໃນໄລຍະ 5 ປີ ຕໍ່ໜ້າ ໂລກຈະມີອຸນຫະພູມເພີ່ມຂຶ້ນສູງກວ່າລະດັບ ກ່ອນຍຸກອຸດສາຫະກຳຢ່າງໜ້ອຍ 1 ອົງສາ ໃນທຸກໆ 5 ປີ ຖັດໄປ ແລະ ອາດຈະເພີ່ມຂຶ້ນເຖິງ 20% ໃນປີໃດປີໜຶ່ງ.   ໃນຊຸມປີຜ່ານມາ, ສະພາບອາກາດ ແມ່ນຮ້ອນຂຶ້ນຫລາຍທີ່ສຸດ ແລະ ຄາດວ່າ ໃນລະຫວ່າງ ປີ2020-2024 ອຸນຫະພູມໃນໂລກຈະເພີ່ມຂຶ້ນຈາກ 0,91 ຫາ 1,59 ອົງສາ. ນອກຈາກນີ້, ທ່ານເລຂາ WMO ຍັງກ່າວວ່າ ຜົນການສຳຫລວດໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມທ້າທາຍອັນຍິ່ງໃຫຍ່ ໃນການບັນລຸເປົ້າໝາຍຂໍ້ຕົກລົງປາຣີ ວ່າດ້ວຍການປ່ຽນແປງສະພາບພູມອາກາດທີ່ກຳນົດໄວ້ເພື່ອຄວບຄຸມບໍ່ໃຫ້ໂລກມີອຸນຫະພູມເພີ່ມຂຶ້ນສູງກວ່າລະດັບຍຸກກ່ອນອຸດສາຫະກຳ ເກີນ 2 ອົງສາ. ແຫຼ່ງຂໍ້ມູນ: ຂປລ

Read More »

ນາຍົກລັດຖະມົນຕີ ລົງຢ້ຽມຢາມສວນຜັກ ກຸ່ມປູກຜັກອິນຊີ…

ວັນທີ 9 ກໍລະກົດ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຊຸກຍູ້ກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໂດຍທ່ານ ນາຍົກ ໄດ້ສະແດງຄວາມຊົມເຊີຍຕໍ່ກຸ່ມປູກຜັກດັ່ງກ່າວ ທີ່ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານທົ່ງມັ່ງ ຫລາຍກວ່າ 20 ຄອບຄົວ. ທ່ານນາງ ຄຳມອນ ຫລວງລາດ ຫົວໜ້າກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ໄດ້ຂຶ້ນລາຍໂດຍຫຍໍ້ໃຫ້ຮູ້ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເຊິ່ງກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ຍັງຂາດທຶນໝູນວຽນ, ທຶນສ້າງພື້ນຖານໂຄງລ່າງ, ຂາດພື້້ນທີ່ທຳການຜະລິດ, ຍາມແລ້ງນໍ້າບໍ່ພຽງພໍ, ຄວາມຮູ້ດ້ານວິຊາການຢູ່ໃນຂີດຈຳກັດ. ນອກນັ້ນ ເງິນກູ້ຍັງມີດອກເບ້ຍສູງ ໃນໄລຍະສັ້ນ ນຳອີກ.    

Read More »

ການປຸກສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ສໍາເລັດພຽງ 30-40%…

ຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ເມືອງສະຫນາມໄຊ, ແຂວງອັດຕະປື ວັນທີ 23 ກໍລະກົດ 2018 ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ກັບປະຊາຊົນພາຍໃນພື້ນທີ່ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 71 ຄົນ, ປະຊາຊົນ 6 ບ້ານໄດ້ຮັບຜົນກະທົບ 100% ແລະ ອີກ 13 ບ້ານໄດ້ຮັບຜົນກະທົບໃນລະດັບເບົາ ຫາ ປານກາງ. ປັດຈຸບັນ, ການປຸກສ້າງເຮືອນຖາວອນໃຫ້ປະຊາຊົນຜູ້ປະສົບໄພພິບັດ ເຊິ່ງມີແຜນສ້າງທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນເຮືອນຈຳນວນ 102 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອັດຕະປື ແລະ ໄດ້ໄປເບິ່ງຕົວຈິງສະຖານທີ່ກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດດັ່ງກ່າວ ທີ່ເມືອງສະຫນາມໄຊ ເມື່ອບໍ່ດົນມານີ້ວ່າ: ສາເຫດທີ່ເຮັດໃຫ້ການກໍ່ສ້າງມີຄວາມຫລ້າຊ້າ ເນື່ອງຈາກຫລາຍປັດໄຈ ເປັນຕົ້ນແມ່ນ: ແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງມັກອີກແບບໜຶ່ງ ...

Read More »

ມາເບິ່ງວ່າ ໜັງສືຜ່ານແດນ (Passport) ປະເທດໃດໄປໄດ້ຫຼາຍປະເທດທີ່ສຸດໃນໂລກໂດຍບໍ່ຈຳເປັນຕ້ອງຂໍວີຊາ…

ການຈັດອັນດັບ ໜັງສືຜ່ານແດນ (Passport) ທີ່ສາມາເດີນທາງໄປໄດ້ຫຼາຍປະເທດໂດຍບໍ່ຕ້ອງຂໍວີຊາ ລວມມີ 66 ອັນດັບ. ມາຮູ້ຈັກ ອັນດັບທີ 1 ຫາ ອັນດັບທີ 5 ຂອງໜັງສືຜ່ານແດນທີ່ສາມາດໄປໄດ້ຫຼາຍປະເທດທີ່ສຸດໃນໂລກ ລວມມີດັ່ງລຸ່ມນີ້: ອັນດັບ 1 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 117 ປະເທດທົ່ວໂລກ ລວມມີໜັງສືຜ່ານແດນຂອງ 2 ປະເທດຄື: – ປະເທດຍີ່ປຸ່ນ (JAPAN) – ປະເທດນິວຊີແລນ NEW ZEALAND   ອັນດັບ ທີ 2 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 116 ປະເທດທົ່ວໂລກ ລວມໜັງສືຜ່ານແດນຂອງມີ 6 ປະເທດຄື: – ປະເທດຟິນແລນ (FINLAND) – ປະເທດອອສເຕຣຍ (AUSTRIA) – ປະເທດລັກເຊມເບີກ ຊີຕີ (LUXEMBOURG) – ປະເທດເກົາຫຼີໃຕ້ (SOUTH KOREA) – ປະເທດຊະວິດເຊີແລນ (SWITZERLAND) – ປະເທດໄອຣ໌ແລນ (IRELAND) – ປະເທດອົດສະຕາລີ ...

Read More »

ຖືກຍົກລະດັບທຽບເທົ່າກັບສາກົນ!!! ໂຄງການກໍ່ສ້າງທາງດ່ວນ ວຽງຈັນ – ວັງວຽງ ເປັນໃບໜ້າໃໝ່ຂອງການພັດທະນາ ສປປ ລາວ…

ເມື່ອວັນທີ 6 ກໍລະກົດ ຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຢ້ຽມຢາມຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ໂດຍການຕ້ອນຮັບຂອງປະທານກຸ່ມບໍລິສັດກໍ່ສ້າງ – ລົງທຶນ ແລະ ຖືຫຸ້ນຈຳກັດ ແຂວງຢູນນານ ສປ ຈີນ ( ຜູ້ລົງທຶນ ). 65 ບ້ານ 4 ເມືອງ ຂອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງເປັນໄລຍະທີ 1 ມີຄວາມຍາວປະມານ 109 ກິໂລແມັດ ມູນຄ່າລົງທຶນປະມານ 1,3 ຕື້ໂດລາສະຫະລັດ, ການອອກແບບອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ 4 ຄອງລົດແລ່ນ, ອຸມົງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງ ຄວາມຍາວປະມານ 2.400 ແມັດ, ຄວາມໄວອອກແບບ ...

Read More »