ລັດວາງ 8 ຂໍ້ຫ້າມ ຄຸ້ມຄອງສັດນໍ້າ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການນໍາກັນ

ເພື່ອໃຫ້ການຄຸ້ມຄອງສັດນໍ້າ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນໍ້າ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ.

ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ: ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນໍ້າ, ໜອງ ແລະ ສາຍນໍ້າທຳມະຊາດ ພ້ອມທັງມີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່, ກຳນົດເຂດວັງສະຫງວນໄປຄວບຄູ່ກັບການອອກລະບຽບການຄຸ້ມຄອງ, ວາງມາດຕະການຫ້າມລ່າສັດປ່າ, ຫາປາໃນລະດູວາງໄຂ່ ຫຼືການຂະຫຍາຍພັນຂອງສັດນໍ້າ ແລະ ສັດປ່າ ຕິດພັນກັບການສະກັດກັ້ນການຄ້າຂາຍສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ແລະ ອື່ນໆ ອັນໄດ້ປະກອບສ່ວນເຂົ້າໃນການອະນຸຮັກ, ປົກປັກຮັກສາ ແລະ ນຳໃຊ້ສັດນໍ້າ ແລະ ສັດປ່າ ຕາມທິດຍືນຍົງ.

Restoring tropical rainforests - News - Cardiff University

ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງແຜ່ຫຼາຍ ເຊັ່ນ: ການນໍາໃຊ້ອາວຸດ ແລະ ເຄື່ອງມືແບບດັບສູນເຂົ້າໃນການລ່າເນື້ອ, ຫາປາ, ຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ( ບັນຊີ I ) ແລະ ປະເພດຄຸ້ມຄອງ ( ບັນຊີ II ).

ເພື່ອແກ້ໄຂປາກົດການຫຍໍ້ທໍ້ດັ່ງກ່າວ, ທັງເປັນການຊຸກຍູ້, ສົ່ງເສີມ ແລະ ປູກຈິດສຳນຶກ ກ່ຽວກັບການອະນຸຮັກ, ປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ໃຫ້ເປັນຂະບວນຂອງທົ່ວປວງຊົນນັ້ນ, ລັດຖະມົນຕີ ກະຊວງ ກປ ອອກຄໍາສັ່ງ ຄື: ໃຫ້ພະແນກ ກປ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງວຽກສໍາຄັນ ຄື:

1 ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວຂ້ອງ ໃຫ້ພະນັກງານ – ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງດ້ວຍຫຼາຍຮູບການ, ບ່ອນທີ່ມີເງື່ອນໄຂ ກໍໃຫ້ມີການປະກວດຮູບແຕ້ມ, ແຂ່ງຂັນແຕ່ງກາບກອນ, ບົດເພງ, ບົດລໍາ, ບົດເລື່ອງສັ້ນ, ຈັດວາງສະແດງຮູບພາບ, ແຈກຢາຍຄູ່ມື ແລະ ເອກະສານ ກ່ຽວກັບການຂະຫຍາຍພັນປາ ແລະ ວຽກງານອະນຸຮັກສັດນໍ້າ ແລະ ສັດປ່າ, ຈັດຕັ້ງເຜີຍແຜ່ໃຫ້ຄວາມຮູ້ພື້ນຖານ ກ່ຽວກັບການເພາະລ້ຽງປາແກ່ປະຊາຊົນ ແລະ ກຸ່ມລ້ຽງປາ.

ພ້ອມກັນນັ້ນ, ກໍໃຫ້ຄັດເລືອກບຸກຄົນ ຫຼື ການຈັດຕັ້ງທີ່ເຄື່ອນໄຫວດີເດັ່ນໃນການປະກອບສ່ວນເຂົ້າໃນການອະນຸຮັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເພື່ອຍ້ອງຍໍ ຫຼື ປະຕິບັດນະໂຍບາຍສົ່ງເສີມຕາມລະບຽບການ; ຈັດກິດຈະກຳຕ່າງໆຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ ເພື່ອຈັດພິທີປ່ອຍປາລົງໃສ່ອ່າງເກັບນໍ້າ, ເຂື່ອນໄຟຟ້ານໍ້າຕົກ, ຫ້ວຍ, ໜອງ, ບຶງ…

ປ່ອຍສັດປ່າທີ່ໄດ້ມາຈາກການເພາະພັນ ຫຼື ຢຶດຈາກການຄ້າ – ຂາຍທີ່ຜິດກົດໝາຍ ຄືນສູ່ທຳມະຊາດ ເຊັ່ນ: ປ່ອຍເຂົ້າໃນປ່າສະຫງວນ ຫຼື ເຂດອື່ນທີ່ເຫັນວ່າມີ ຄວາມປອດໄພໃຫ້ສາມາດອອກແມ່ແຜ່ລູກໄດ້ຢ່າງເປັນປົກກະຕິ; ສືບຕໍ່ຕິດຕາມ, ກວດກາ ແລະ ປຸກລະດົມຂົນຂວາຍປະຊາຊົນໃຫ້ຕື່ນຕົວສະໝັກໃຈເປັນແບບຢ່າງ ໃນການມອບອາວຸດລ່າສັດ ແລະ ເຄື່ອງມືຫາປາແບບດັບສູນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.

อยากสุขภาพดีขอแค่ออกไปดูนกบ้างก็พอ กับงานวิจัยที่บอกคุณได้ว่า “ชม ...

2 ພ້ອມທັງຫ້າມບຸກຄົນ, ຄອບຄົວ ແລະ ການຈັດຕັ້ງມີການກະທໍາ ດັ່ງນີ້:

ຈັບ, ຊື້ – ຂາຍ, ສັດນໍ້າ ແລະ ລ່າສັດປ່າປະເພດຫວງຫ້າມ ( ບັນຊີ I ) ແລະ ປະເພດຄຸ້ມຄອງ ( ບັນຊີ II ) ໃນທຸກລະດູການຢ່າງເດັດຂາດ.

ນຳເອົາສັດນໍ້າ, ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ, ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນທີ່ຢູ່ອາໄສ ຫຼື ແຫຼ່ງກຳເນີດມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ.

ລ່າສັດນໍ້າ, ສັດປ່າປະເພດທົ່ວໄປ ( ບັນຊີ II ) ໃນສະຖານທີ່ຫວງຫ້າມ, ເຂດອະນຸຮັກພັນສັດ, ເຂດວັງສະຫງວນ ໂດຍສະເພາະໄລຍະລະດູປາວາງໄຂ່ ຫຼື ເຂົ້າພັນສາ.

ບຸກລຸກທຳລາຍເຂດອະນຸຮັກພັນສັດ, ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ทำไมเราไม่สามารถเลี้ยงปลาทะเลในน้ำจืดได้ - สถานแสดงพันธุ์สัตว์น้ำ ...

3 ສໍາລັບການຈັດຕັ້ງພິທີ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ນີ້, ໃຫ້ອີງໃສ່ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ່ ບົນພື້ນຖານປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ, ບ່ອນທີ່ມີເງື່ອນໄຂກໍໃຫ້ເລີ່ມລົງມືແຕ່ດຽວນີ້ ໂດຍບໍ່ໃຫ້ລໍຖ້າວັນທີ 13 ກໍລະກົດ ແລະ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຈົນຮອດທ້າຍເດືອນກັນຍາ, ສຳລັບແນວພັນປາທີ່ຈະນໍາມາປ່ອຍແມ່ນໃຫ້ເລັ່ງໃສ່ແນວພັນປາພື້ນເມືອງ ໂດຍສະເພາະພວກປາກິນພືດ, ສ່ວນແນວພັນປາຕ່າງປະເທດ ແມ່ນໃຫ້ປ່ອຍສະເພາະຢູ່ແຫຼ່ງນ້ຳປິດ ເຊັ່ນ: ໜອງປາຊຸມຊົນ, ອ່າງເກັບນໍ້າຂະໜາດນ້ອຍ ຫຼື ໜອງບໍລິເວນໃດໜຶ່ງ ເພື່ອຫຼີກລຽງການດັບສູນພັນປາພື້ນເມືອງຂອງລາວເຮົາ.

ໃຫ້ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້, ກົມກວດ ກາປ່າໄມ້ ແລະ ພະແນກ ກປ ແຂວງ, ນວ ເປີດບັ້ນເຜີຍແຜ່ຄໍາສັ່ງສະບັບນີ້ໃຫ້ແກ່ສັງຄົມ, ກຸ່ມເປົ້າໝາຍ ແລະ ຜູ້ປະກອບການໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ຜ່ານການຈັດຕັ້ງປະຕິບັດຕົວຈິງມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດ ເພື່ອແກ້ໄຂຢ່າງທັນການ.

ຂໍ້ມູນ: ເສດຖະກິດການຄ້າ

Comments