ຮ່ວມກັນປະກອບສ່ວນ ເພີ່ມຈໍານວນ ສັດນໍ້າ-ສັດປ່າ ໃຫ້ອຸດົມສົມບູນ ດ້ານຊີວະນາໆພັນ…

ການປົກປັກຮັກສາສັດນໍ້າ-ສັດປ່າ ມັນແມ່ນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນ ຊຶ່ງໃນມື້ນີ້ ກໍ່ຄືກັນກັບທຸກປີຜ່ານມາ, ການນໍາພັກ-ລັດ ແລະ ປວງຊົນລາວທັງຊາດ ກໍ່ໄດ້ຮ່ວມໃຈກັນປ່ອຍສັດນໍ້າ, ໂດຍສະເພາະ ແມ່ນປາຊະນິດພັນຕ່າງໆ ແລະ ສັດປະເພດອື່ນໆ ທີ່ໄດ້ຈາກການເພາະພັນ, ຢຶດໄດ້ຈາກການຄ້າ-ຂາຍທີ່ຜິດກົດໝາຍ ຄືນສູ່ທຳມະຊາດ ເພື່ອເພີ່ມຈໍານວນຂອງສັດນໍ້າ ແລະ ສັດປ່າ ສ້າງຄວາມອຸດົມສົມບູນທາງດ້ານຊະນິດພັນ ທີ່ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດ ໃຫ້ໄດ້ຮັບການປົກປັກຮັກສາ ແລະ ຊົມໃຊ້ຢ່າງຍືນຍົງ ຊຶ່ງປີນີ້ ຕາມແຜນຂອງກະຊວງກະສິກຳ ແລະ ປ່າໄມ້ ແມ່ນຈະປ່ອຍປາໃຫ້ໄດ້ 55 ລ້ານໂຕ ລົງສູ່ແຫລ່ງນໍ້າທຳມະຊາດ, ໜອງ, ບຶງ, ອ່າງເກັບນໍ້າຕ່າງໆ ໃນຂອບເຂດທົ່ວປະເທດ.
ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືສຳຄັນຕໍ່ວຽກງານປົກປັກຮັກຊັບ ພະຍາກອນ ທຳມະຊາດ, ໂດຍສະເພາະຕໍ່ວຽກງານປົກປັກຮັກສາ ແລະ ອະນຸລັກສັດນໍ້າ ແລະ ສັດປາ ເພື່ອໃຫ້ທຳມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ. ການກຳນົດເອົາວັນທີ 13 ກໍລະກົດ ເປັນວັນອະນຸລັກສັດນໍ້າ ແລະ ສັດປ່າ ຂອງ ສປປ ລາວ ກໍເພື່ອເປັນການຈົດຈຳລໍ້າລຶກຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ຊຶ່ງວັນດັ່ງກ່າວແມ່ນວັນເກີດຂອງເພິ່ນ, ເພື່ອເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ກໍຄືລູກຫລານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຮັກ ແລະ ຫວງແຫນສັດນໍ້າ-ສັດປ່າ ແລະ ທັງເປັນການປຸກລະດົມທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນໍ້າ ແລະ ສັດປ່າ, ແນໃສ່ເຮັດໃຫ້ປະຊາກອນສັດນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່າແຮງໃນການຄໍ້າປະກັນດ້ານສະບຽງອາຫານ, ໂພຊະນາການ ກໍຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ທັງເປັນການສືບສານຮີດຄອງປະເພນີໃນໄລຍະເຂົ້າພັນສາໃຫ້ມີຄວາມ ໝາຍຄວາມສຳຄັນຍິ່ງໆຂຶ້ນ.
ໄປຄຽງຄູ່ກັບການປ່ອຍປາ ແລະ ສັດປະເພດຕ່າງໆສູ່ແຫລ່ງນໍ້າທໍາມະຊາດໃນລະດູການປີນີ້, ກໍ່ມີຄວາມຈໍາເປັນທີ່ ຂະແໜງການລັດ ທີ່ກ່ຽວຂ້ອງຂັ້ນຕ່າງໆ ຕ້ອງໄດ້ສືບຕໍ່ຕິດຕາມ, ກວດກາ ແລະ ປຸກລະດົມຂົນຂວາຍປະຊາຊົນໃຫ້ຕື່ນຕົວສະໝັກໃຈເປັນແບບຢ່າງໃນການມອບອາວຸດລ່າສັດ ແລະ ເຄື່ອງມືຫາປາແບບດັບສູນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ສືບຕໍ່ໂຄສະນາຢ່າງຕໍ່ເນື່ອງດ້ວຍຫລາຍຮູບຫລາຍສີຫ້າມບໍ່ໃຫ້ມີການຈັບ, ຊື້-ຂາຍ, ສັດນໍ້າ ແລະ ລ່າສັດປ່າ ປະເພດຫວງຫ້າມ ຫລື ບັນຊີ I ແລະ ປະເພດຄຸ້ມຄອງ ຫລື ບັນຊີ II ໃນທຸກລະດູການຢ່າງເດັດຂາດ; ບໍ່ນຳເອົາສັດນ້້ຳ, ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ, ສິ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດອອກຈາກຖິ່ນທີ່ຢູ່ອາໄສ ຫລື ແຫລ່ງ ກຳເນີດມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ; ບໍ່ຄວນລ່າສັດນ້ຳ, ສັດປ່າປະເພດທົ່ວໄປ ຫລື ບັນຊີ III ໃນສະຖານທີ່ຫວງຫ້າມ, ເຂດອະນຸລັກພັນສັດ, ເຂດວັງສະຫງວນ ໂດຍສະເພາະໃນໄລຍະເຂົ້າ ພັນສາ; ບຸກລຸກ ທຳລາຍເຂດອະນຸລັກພັນສັດ, ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫລ່ງອາຫານຂອງສັດນ້ຳ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມ; ບໍ່ໃຫ້ມີການຈັບຈອງ, ຍ້າຍ, ປ່ຽນແປງ ຫລື ທຳລາຍ ເຄື່ອງໝາຍເຂດແດນວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ. ພ້ອມດຽວກັນກໍ່ປຸກລະດົມຢ່າງແຂງແຮງ ຫ້າມບໍ່ໃຫ້ມີການຫາປາໃນໄລຍະລະດູປາໄຂ່ ຫລື ໄລຍະເຂົ້າພັນສາ ຢູ່ຕາມເຂດທີ່ປາຂຶ້ນໄຂ່ ເປັນຕົ້ນແມ່ນເຂດວັງສະຫງວນຕ່າງໆ ຫລື ຕັນທາງເດີນຂອງປາຂຶ້ນໄປໄຂ່ຕາມຫ້ວຍ ແລະ ສາຍນ້ຳ ດ້ວຍວິທີການຕ່າງໆ ທີ່ເປັນການລະເມີດລະບຽບກົດໝາຍກ່ຽວກັບ ສັດນໍ້າ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ.
ການປົກປັກຮັກສາສັດນໍ້າ-ສັດປ່າ ມັນແມ່ນພັນທະ ແລະ ໜ້າທີ່ຂອງທຸກຄົນ; ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນ ເຂົ້າຮ່ວມປ່ອຍປາ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ, ກໍ່ຄືແຫລ່ງນໍ້າຕ່າງໆໃນທົ່ວປະເທດ ແລະ ຮ່ວມມືກັນອະນຸລັກສັດນໍ້າ, ສັດປ່າ ໃຫ້ຢູ່ຄູ່ແຫລ່ງທຳມະຊາດຂອງມັນ, ສືບຕໍ່ແຜ່ຂະຫຍາຍພັນ ສ້າງຄວາມອຸດົມຮັ່ງມີດ້ານຊີວະນາໆພັນທັງ ບົກ ແລະ ແມ່ນໍ້າ ຢ່າງຍືນຍົງ.
ແຫຼ່ງຂໍ້ມູນ: ຂປລ

Comments