ມາຮູ້ຈັກສັດນໍ້າ 5 ປະເພດຫວງຫ້າມ ຕາມກົດໝາຍຂອງລາວ…

ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດປ່າແຫ່ງຊາດ, ວັນດັ່ງກ່າວຂອງທຸກປີ ມີຂະບວນການປ່ອຍປາ ສູ່ແຫລ່ງທໍາມະຊາດ ແມ່ນໍ້າລໍາເຊ ກໍ່ຄືຫ້ວຍຮ່ອງໜອງບຶງ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແຫລ່ງນໍ້າ. ປີ 2020ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ມີແຜນຈະປ່ອຍປາລົງສູ່ແຫລ່ງທໍາມະຊາດ ບໍ່ໃຫ້ຫລຸດ 55 ລ້ານໂຕ.
ບົດນີ້ ຈຶ່ງນໍາເອົາປາ 5 ຊະນິດ ໃນອັນດັບຕົ້ນ ທີ່ນອນຢູ່ໃນບັນຊີ I ສັດນໍ້າ ແລະ ສັດປ່າ ຫລື ສັດປະເພດຫວງຫ້າມ ຕາມມະຕິຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາບັນຊີລາຍຊື່ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫລື ບັນຊີI ແລະ ປະເພດຄຸ້ມຄອງ ຫລື ບັນຊີII ສະບັບ ເລກທີ 81/ນຍ, ລົງວັນທີ 13/8/2008 ຄື:
1.ປາປຶກ, ມີຊື່ທາງວິທະຍາສາດແມ່ນ Pangasianodon gigas
Mekong Giant Catfish (Pangasianodon Gigas) - YouTube
2. ປາໄຫລໄຟຟ້າ, ມີຊື່ວິທະຍາສາດ Anguilla marmorata
Giant mottled eel - Wikipedia
3. ປາ ກວາງ, ຊື່ວິທະຍາສາດ Boesemani microlepis
Boesemania - Wikipedia
4. ປາເລີມ ຊື່ວິທະຍາສາດ Pangasuis sanitwongsei
Pangasius sanitwongsei – AquaFood
 5. ປາເສືອ, ມີຊື່ວິທະຍາສາດ Systormus partipentasona.
ປາເສືອ / Mekong tiger perch | Pha Khao Lao
ສັດນໍ້າ ແລະ ສັດປ່າ ໃນບັນຊີ I ເປັນສັດປະເພດຫວງຫ້າມ ຕາມກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ, ສັດປະເພດນີ້ເປັນສັດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສຳຄັນເປັນພິເສດຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດຈໍາພວກນີ້ ຕ້ອງໄດ້ຮັບການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນໍາໃຊ້ນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.
ມາດຕາ 24 ການລ່າສັດນໍ້າ ແລະ ສັດປ່າ ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ກໍານົດໄວ້ແຈ້ງຄື: ສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ ທີ່ໄດ້ກໍານົດໄວ້ໃນບັນຊີI ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າ ຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີຈໍາເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນ,ແຕ່ຕ້ອງໄດ້ຮັບອະນະຍາດຈາກລັດຖະບານ. ຖ້າວ່າສັດ ກໍ່ຄວາມເສຍຫາຍຢ່າງຫລວງຫລາຍຕໍ່ຊັບສິນຂອງບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ລາຍງານຕໍ່ອົງການປົກຄອງເມືອງ, ເທດສະບານ, ເພື່ອພິຈາລະນາແກ້ໄຂ. ສໍາລັບສັດທີ່ກໍາລັງທໍາລາຍ, ກໍ່ກວນອາລະວາດຄົນ ຫລື ເປັນໄພອັນຕະລາຍ ຕໍ່ຊີວິດຂອງຄົນ ຕ້ອງແກ້ໄຂຢ່າງທັນການແລ້ວຈຶ່ງລາຍງານຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ.
ລະດູການປ່ອຍປີນີ້ ຈະຄຶກຄື້ນບໍ່ໜ້ອຍກວ່າທຸກປີທີ່ຜ່ານມາ, ນອກຈາກຂະບວນການຂອງພາກລັດແລ້ວ, ທຸກທ່ານທີ່ມີເງື່ອນໄຂ ກໍ່ຄົງຈະປະກອບສ່ວນເພີ່ມຄວາມອຸດົມສົມບູນດ້ານຊີວະນາໆພັນໃຫ້ບັນດາແມ່ນໍ້າລໍາເຊ, ຫ້ວຍຮ່ອງຄອງບຶງ…ປະການໜຶ່ງ ກໍ່ຄືບໍ່ຫາ ບໍ່ລ່າສັດນໍ້າໃນລະດູແຜ່ພັນ ແລະສຳຄັນກວ່ານັ້ນຄື ສັດຫວງຫ້າມ ແມ່ນເດັດຂາດຕ້ອງພ້ອມກັນເອົາໃຈໃສ່ອະນຸລັກ ແລະ ປະກອບສ່ວນໃນຂະບວນການອັນທີ່ເປັນປະໂຫຍດເພື່ອໃຫ້ພວກມັນໄດ້ແຜ່ພັນຫລາຍຂຶ້ນຕື່ມ.
ຮິບໂຮມໂດຍ: ເປີດເຜີຍ

Comments