ປະເທດຈິນຍັງຄົງປະເຊີນວິກິດນໍ້າຖ້ວມຄັ້ງໃຫຍ່ຢ່າງຕໍ່ເນື່ອງ ພົບວ່າ 4 ເຂື່ອນຕ້ອງເລັ່ງລະບາຍນໍ້າ ແລະ ອ່າງເກັບນໍ້າ 200 ແຫ່ງເກີນບັນຈຸແລ້ວ…

ກະຊວງຊັບພະຍາກອນນໍ້າຂອງປະເທດຈີນ ລາຍງານສະຖານະການນໍ້າຖ້ວມວ່າ: ລະດັບນໍ້າໃນແມ່ນໍ້າຫຼາຍສາຍເພີ່ມສູງກວ່າລະດັບແຈ້ງເຕືອນມາຕັ້ງແຕ່ຕົ້ນເດືອນກໍລະກົດ ເຊິ່ງເປັນຜົນມາຈາກການປ່ຽນແປງຂອງສະພາບອາກາດ ແລະ ໄດ້ສ້າງຄວາມເສຍຫາຍທາງດ້ານເສດຖະກິດຫຼາຍກວ່າ 60 ພັນລ້ານຢວນ.

ຂະນະນີ້ມີເຂື່ອນຈໍານວນ 4 ແຫ່ງ ທີ່ຕ້ອງເລັ່ງລະບາຍນໍ້າຢ່າງຮີບດ່ວນ ລວມທັງຍັງມີອ່າງເກັບນໍ້າອີກຈໍານວນ 200 ແຫ່ງ ທີ່ມີລະດັບນໍ້າສູງເກີນກວ່າລະດັບນໍ້າທີ່ເກັບໄວ້ເຊັ່ນດຽວກັນ.

ສະຖານະການນໍ້າຖ້ວມໃນຄັ້ງນີ້,  ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 33 ລ້ານຄົນໃນ 80 ເມືອງ, ມີບ້ານເຮືອນເສຍຫາຍກວ່າ 2.4 ແສນຫຼັງຄາເຮືອນ, ມີຜູ້ບາດເຈັບ 220 ກວ່າຄົນ, ເສຍຊີວິດ 273 ຄົນ ແລະ ມີຄົນສູນຫາຍ 80 ຄົນ, ມີປະຊາຊົນທີ່ອົບພະຍົບອອກຈາກພື້ນທີ່ຫຼາຍກວ່າ 1.7 ລ້ານຄົນ.

ລະດັບນໍ້າທີ່ຖ້ວມສູງໃນເຂດພໍຫຍາງຂອງມວນທົນຈຽງຊີເຮັດໃຫ້ລະດັບນໍ້າໃນທະເລສາບພໍຫຍາງ ເຊິ່ງເປັນທະເລນໍ້າຈືດທີ່ໃຫຍ່ທີ່ສຸດຂອງປະເທດຈີນເພີ່ມຂຶ້ນມາ ຢູ່ທີ 22.52 ແມັດ ສູງກວ່າລະດັບການເຕືອນໄພ  19.50 ແມັດ ຕັ້ງແຕ່ວັນທີ 11 ກໍລະກົດທີ່ຜ່ານມາ.

ສ່ວນຢູ່ທີ່ເມືອງອູ່ຮັ່ນ ປະຊາກອນປະມານ 11 ລ້ານຄົນກຳລັງປະເຊີນກັບອຸທົກກະໄພເປັນຄັ້ງທີ 7 ນັບຕັ້ງແຕ່ເດືອນ ມິຖຸນາ ທີ່ຜ່ານມາ ຫຼັງຈາກທີ່ຕ້ອງປະເຊີນກັບໂຄວິດ-19.

 

 

 

Comments