ຍອດຜູ້ຕິດເຊື້ອ Covid-19 ໃນສະຫະລັດອາເມລິກາ ທະລຸ 65,000 ຄົນ ພາຍໃນມື້ດຽວ…

ສະຫະລັດອາເມລິກາ ພົບຜູ້ຕິດເຊື້ອ Covid-19 ສາຍພັນໃໝ່ເພີ່ມເຖິງ 65,551 ກໍລະນີ ໃນຮອບ 24 ຊົ່ວໂມງ ຂອງວັນທີ 9 ກໍລະກົດ 2020 ເຊິ່ງຖືວ່າເປັນສະຖິຕິລາຍວັນສູງສຸດຕັ້ງແຕ່ເກີດການແຜ່ລະບາດຂອງ  Covid-19 ໃນຂະນະທີ່ປະທານາທິບໍດິ ໂດນັລ ທຣຳ ຍັງອ້າງວ່າຕົວເລກທີ່ພຸ້ງຂຶ້ນເລື້ອຍໆ ເກີດຈາກການກວດທີ່ຫຼາຍຂຶ້ນ.

ຈາກຖານຂໍ້ມູນຂອງມະຫາວິທະຍາໄລ ຈອນຮອບສກິນສ (Johns Hopkins) ໃນຕອນເຊົ້າຂອງ ວັນທີ 10 ກໍລະກົດ ເຊິ່ງເປັນປະເທດທີ່ໄດ້ຮັບຜົນກະທົບທີ່ສຸດ ຈາກ  Covid-19 ມີຍອດຕິດເຊື້ອສະສົມພຸ່ງຫຼາຍກວ່າ 3,11 ລ້ານຄົນ, ໃນຈຳນວນນີ້ ເສຍຊີວິດແລ້ວ 133,245 ຄົນ, ຈຳນວນຜູ້ຕິດເຊື້ອ ປະຈຳວັນສູງທີ່ສຸດໃນອາເມລິກາກ່ອນໜ້ານີ້ຄື 30,200 ຄົນ ເຊິ່ງເກີດຂຶ້ນໃນວັນທີ 7 ກໍລະກົດ ຜ່ານມາ, ຍອດຜູ້ຕິດເຊື້ອ  Covid-19
ໃນສະຫະລັດອາເມລິກາສູງຂຶ້ນເລື້ອຍໆ ໃນໄລຍະອາທິດທີ່ຜ່ານມາ, ໂດຍສະເພາະໃນລັດທາງໃຕ້ ແລະ ຕາເວັນຕົກ ເຊິ່ງເຮັດໃຫ້ຜູ້ຊ່ຽວຊານດ້ານສາທາລະນະສຸກ ກັງວົນວ່າອັດຕາການເສຍຊິວິດຈະເພີ່ມສູງຂຶ້ນໄປອີກ. ເວລາປະມານ 00:30 GMT ຜ່ານມາ ສະຫະລັດອາເມລິກາມີຜູ້ເສຍຊີວິດຈາກ Covid-19 ເພີ່ມຂຶ້ນເຖິງ 1,000 ໃນຮອບ 24 ຊົ່ວໂມງ ຕາມການຮວບຮວມຂອງມະຫາວິທະຍາໄລ ຈອນຮອບສກິນສ (Johns Hopkins).

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMGRNEWS1%2Fposts%2F2772034003086440&width=500″ width=”500″ height=”732″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Comments