ພາຍຸເຮີຣິເຄນ Laura ຮ້າຍແຮງທີ່ສຸດໃນປີນີ້

ສູນພາຍຸເຮີຣິເຄນແຫ່ງຊາດກ່າວວ່າ "ພາຍຸເຮີຣິເຄນ Laura ອັນຕະລາຍຮ້າຍແຮງທີ່ສຸດໄດ້ເກີດຂື້ນໃນຕອນເຊົ້າວັນທີ 27 ສິງຫານີ້ ໃກ້ກັບເມືອງ Cameron, ລັດ Louisiana, ເຊິ່ງເຮັດໃຫ້ເກີດພາຍຸຮຸນແຮງ, ລົມພັດແຮງແລະ ນໍ້າຖ້ວມກະທັນຫັນ".

ພາຍຸໜ່ວຍນີ້ ໄດ້ພັດເຂົ້າມາເປັນພາຍຸເຮີຣິເຄນປະເພດ 4 ໃນຂະນະທີ່ມັນພັດເຂົ້າໄປຫາແຄມຝັ່ງລັດ Louisiana ແລະ Texas ແລະ ກຳ ລັງຈະກາຍມາເປັນປະເພດ 5 ໂດຍເປັນປະເພດທີ່ມີພະລັງທີ່ສຸດຂອງສູນພະຍຸເຮີລິເຄນ ເມື່ອມັນພັດເຂົ້າສູ່ພື້ນດິນ. ແຕ່ຄາດວ່າມັນຈະຜ່ອນລົງເມື່ອມັນເຄື່ອນເຂົ້າໄປໃນເຂດນໍ້າ. 

ກຳລັງລົມມີຄວາມແຮງເຖິງ 150 mph (ໄມຕໍ່ຊົ່ວໂມງ) ເຊິ່ງມັນອາດຈະກາຍເປັນປະເພດ 5 ຢູ່ທີ່ຄວາມແຮງ 157 mph. ແຕ່ວ່າໃນເວລາ 3 ໂມງເຊົ້າຜ່ານມາ ໄດ້ມີລົມແຮງສູງສຸດ 140 mph ທາງທິດຕາເວັນຕົກສຽງໃຕ້ຂອງ Lake Charles, Louisiana ແລະ ທິດຕາເວັນອອກຂອງ Port Arthur, Texas ເຊິ່ງປັດຈຸບັນ ມັນກຳລັງເຄື່ອນໄປທາງທິດເໜືອ. 

ຄາດວ່າຈະເປັນພະຍຸເຮີລິເຄນທີ່ແຮງທີ່ສຸດທີ່ຈະພັດເຂົ້າສະຫະລັດອາເມລິກາໃນປີນີ້ ສົ່ງຜົນໃຫ້ປະຊາຊົນ ຫຼາຍກວ່າເຄິ່ງລ້ານຄົນໄດ້ຖືກສັ່ງໃຫ້ອົບພະຍົບ.

ແຫຼ່ງຂໍ້ມູນ:​ https://www.cbsnews.com

Comments