ປັດຈຸບັນ Jeff Bezos ມີຊັບສິນຫຼາຍກ່ວາ 200 ຕື້ໂດລາສະຫະລັດ…

ທ່ານ Jeff Bezos ຜູ້ບໍລິຫານຂອງບໍລິສັດ Amazon ມີຊັບສິນຫຼາຍກວ່າ 202 ຕື້ໂດລາສະຫະລັດ, ອີງຕາມດັດຊະນີ Bloomberg Billionaires Index ລາວເປັນຄົນທຳອິດທີ່ມີມູນຄ່າຊັບສິນເກີນ 200 ຕື້ໂດລາສະຫະລັດ ແລະ ກາຍເປັນເສດຖີຄົນທຳອິດທີ່ລວຍທີ່ສຸດໃນໂລກ ຂອງປະຫວັດສາດທີ່ຜ່ານມາ ນັບແຕ່ປີ 2018 ເປັນຕົ້ນມາເມື່ອຄວາມຮັ່ງມີສ່ວນຕົວຂອງລາວ ໄດ້ເພີ່ມຂຶ້ນຫຼາຍກວ່າ 150 ຕື້ໂດລາສະຫະລັດ.

ປັດຈຸບັນ, ລາວມີຊັບສິນຫຼາຍກວ່າ Bill Gates ຈາກການເປັນຜູ້ຮ່ວມກໍ່ຕັ້ງ Microsoft ມູນຄ່າ 78 ພັນລ້ານໂດລາສະຫະລັດ ແລະ ຄວາມຮັ່ງມີສ່ວນຕົວຂອງລາວສ່ວນໃຫຍ່ແມ່ນຢູ່ໃນຫຸ້ນ Amazon ເຊິ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີຜ່ານມາ.

ຫຸ້ນ Amazon ໄດ້ສູງເຖິງລະດັບສູງສຸດໃນເດືອນເມສາຜ່ານມາ ຍ້ອນຄວາມຕ້ອງການທີ່ບໍ່ເຄີຍມີມາກ່ອນຈາກຜູ້ບໍລິໂພກ, ແລະ ຫຸ້ນດັ່ງກ່າວໄດ້ສືບຕໍ່ເພີ່ມຂື້ນເປັນມູນຄ່າຫຼາຍຮ້ອຍຕື້ ເຮັດໃຫ້ນັກລົງທຶນໄດ້ກຳໄລຫຼາຍກ່ວາ 86% ໃນປີນີ້.

ວັນທີ 26 ສິງຫາ ບໍລິສັດມີມູນຄ່າຫຼາຍກ່ວາ 1,7 ພັນຕື້ໂດລາສະຫະລັດ ເຊິ່ງເຮັດໃຫ້ມັນກາຍເປັນບໍລິສັດທີ່ມີມູນຄ່າຫຼາຍທີ່ສຸດ ອັນດັບ 2 ໃນສະຫະລັດອາເມລິກາ. ການແຜ່ລະບາດຂອງໂຄວິດ-19 ໄດ້ຊ່ວຍກະຕຸ້ນການເຕີບໂຕດັ່ງກ່າວ ຍ້ອນວ່າຜູ້ບໍລິໂພກຫັນໄປຫາຜູ້ຂາຍຍ່ອຍທາງອິນເຕີເນັດ ໃນການຊື້ສິ່ງທີ່ຈຳເປັນເຊັ່ນ: ໜ້າກາກອະນາໄມ ແລະ ຖົງມື ພ້ອມທັງເຄື່ອງດື່ມ.

ແຫຼ່ງຂໍ້ມູນ:​ https://www.cnbc.com

Comments