ນະຄອນຫຼວງພະບາງ ຂາດງົບປະມານໃນການບູລະນະອາຄານ, ວັດ, ເຮືອນ ທີ່ຂຶ້ນບັນຊີເປັນມໍລະດົກໂລກ

ຫ້ອງການມໍລະດົກໂລກນະຄອນຫລວງພະບາງ ແຈ້ງໃຫ້ຮູ້ວ່າ: ການຄຸ້ມຄອງມໍລະດົກໂລກຫລວງພະບາງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ໂດຍສະເພາະແມ່ນ ອາຄານ, ວັດທີ່ໂດດເດັ່ນ ແລະ ເຮືອນເກົ່າແກ່ຈຳນວນໜຶ່ງ ທີ່ໄດ້ຂຶ້ນບັນຊີເປັນມໍລະດົກໂລກໄດ້ເປ່ເພ ແລະ ຊຸດໂຊມ ຍ້ອນເຈົ້າຂອງເຮືອນ ແລະ ພາກສ່ວນທີ່ກ່ຽວຂ້ອງຂາດເຂີນງົບປະມານໃນການບູລະນະສ້ອມແປງ. ນອກຈາກນີ້,​ ເຂດສະຫງວນ ທີ່ນອນໃນເຂດປ້ອງກັນມໍລະດົກບາງຈຸດຖືກບຸກລຸກ ແລະ ໜອງນໍ້າທີ່ຂຶ້ນບັນຊີມໍລະດົກໂລກ ຈໍານວນໜຶ່ງຂາດການບົວລະບັດຮັກສາເຮັດໃຫ້ໜອງຈໍານວນໜຶ່ງຖືກຖົມ ແລະ ຈຳນວນໜຶ່ງຖືກປະປ່ອຍ.

ທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກ ນະຄອນຫຼວງພະບາງ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ທາງພາກສ່ວນທີ່ກ່ຽວຂ້ອງຈະຈັດກອງປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບການຈັດເກັບລາຍຮັບເຂົ້າໃສ່ກອງທຶນ ເພື່ອບູລະນະ ບັນດາອາຄານ, ວັດ ແລະ ເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກ.

ນອກນັ້ນຈະສືບຕໍ່ສຶກສາອົບຮົມ ແລະ ໂຄສະນາ ກ່ຽວກັບວຽກງານມໍລະດົກໂລກໃຫ້ແກ່ປະຊາຊົນ, ພະສົງ ແລະ ພະແນກການອ້ອມຂ້າງແຂວງ, ຈະສືບຕໍ່ຄຸ້ມຄອງການປຸກສ້າງສ້ອມແປງ ໃຫ້ສອດຄ່ອງຕາມລະບຽບການ, ພ້ອມທັງສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງເຂດປ້ອງກັນ, ຂຶ້ນແຜນສໍາຫຼວດອອກແບບເພື່ອບູລະນະອາຄານທີ່ເກົ່າແກ່, ປັບປຸງເຂດສົດຊື່ນ, ທາງຍ່າງ, ທາງຮ່ອມ ແລະ ສວນສາທາລະນະ ຕາມແຜນພັດທະນາ ຂອງຫ້ອງການມໍລະດົກໂລກ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments