ກອງປະຊຸມພົບປະ ອົງການກາແດງລາວ ຮ່ວມກັບບັນດາສື່ມວນຊົນທຸກພາກສ່ວນ

ໃນວັນທີ 26 ສິງຫາ 2020 ທີ່ໂຮງແຮມເສດຖາປຣັດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ກ່ຽວກັບວຽກງານກາແດງ ແລະ ກົດໝາຍວ່າດ້ວຍກາແດງ ໃຫ້ແກ່ບັນດາສື່ມວນຊົນລາວອ້ອມຂ້າງສູນກາງ, ໂດຍການເປັນປະທານຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຫົວໜ້າອົງ ການສື່ມວນຊົນ ຈາກໜັງສືພິມ, ວິທະຍຸ, ໂທລະພາບ ແລະ ຂະແໜງການຈໍານວນໜຶ່ງເຂົ້າຮ່ວມ.

ທ່ານ ຄໍາຮຸ່ງ ເຮືອງວົງສີ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ຂອງພັກ ກໍຄືວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 70 ປີ(13/08/ 1950-13/08/2020) ດ້ວຍບັນຍາກາດຟົດຟື້ນ ແລະ ຖືໂອກາດສໍາຄັນນີ້ ສະແດງຄວາມຂອບໃຈຕໍ່ບັນດາສື່ມວນຊົນທຸກພາກສ່ວນ ທີ່ໄດ້ເອົາໃຈໃສ່ປະກອບສ່ວນໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານວຽກງານກາແດງ ແລະ ການເຄື່ອນໄຫວຂອງອົງການກາແດງ ຢ່າງຕັ້ງ ໜ້າເພື່ອປຸກລະດົມສັງຄົມ ກໍຄື ຊັ້ນຄົນຕ່າງໆ ໃນການບໍລິຈາກເລືອດ, ຊ່ວຍເຫລືອທາງດ້ານວັດຖຸ, ເຫື່ອແຮງ ແລະ ຈິດໃຈ ເຂົ້າໃນການຊ່ວຍເຫລືອບັນ ເທົາທຸກ ວຽກງານມະນຸດສະທໍາ ໃນໄລຍະຜ່ານມາຢ່າງມີປະສິດທິຜົນ.

ພ້ອມນີ້, ທ່ານປະທານອົງການກາແດງລາວ ຍັງໄດ້ຍົກໃຫ້ບົດບາດ ແລະ ຄວາມສໍາຄັນຂອງວຽກງານກາແດງ ທີ່ປະກອບມີໜ້າວຽກຕົ້ນຕໍ ຄື: ການຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ, ການບໍລິ ຈາກເລືອດ ແລະ ສະໜອງເລືອດໃຫ້ພຽງພໍ, ການສົ່ງເສີມສຸຂະພາບຂັ້ນພື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາຂົນຂວາຍແຫລ່ງທຶນ, ການສ້າງອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ ແລະ ວຽກງານການພົວພັນຮ່ວມມືກັບສາກົນ, ເຊິ່ງວຽກທັງໝົດນີ້ ລ້ວນແຕ່ໄດ້ປະຕິບັດຕາມ 7 ຫລັກການຂອງກາແດງສາກົນ ແລະ ການຄຸ້ມຄອງພາຍໃຕ້ກົດໝາຍວ່າດ້ວຍກາແດງລາວ. ຢ່າງໃດກໍຕາມໃນຕໍ່ໜ້ານີ້, ສື່ມວນຊົນທຸກຂະແໜງການ ຍັງແມ່ນກໍາລັງແຮງສໍາຄັນ ເພື່ອຊ່ວຍໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ຕໍ່ວຽກງານກາແດງຢ່າງເລິກເຊິ່ງ ແລະ ກວ້າງຂວາງ ກໍຄື ການສືບຕໍ່ເຂົ້າຮ່ວມບໍລິຈາກເລືອດ ແລະ ປະກອບສ່ວນຊ່ວຍເຫລືອໃນດ້ານຕ່າງໆ ໃນວຽກງານມະນຸດສະທໍາຫລາຍຂຶ້ນ.


ໃນໂອກາດນີ້, ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຍັງໄດ້ໃຫ້ກຽດມອບໃບຍ້ອງຍໍຂອງອົງການກາແດງລາວ ໃຫ້ແກ່ອົງການສື່ມວນຊົນຕ່າງໆ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານໂຄສະນາເຜີຍແຜ່ວຽກງານກາແດງ ແລະ ການເຄື່ອນໄຫວຂອງອົງການກາແດງລາ

ແຫຼ່ງຂໍ້ມູນ:​ ຂປລ

Comments