ຕາມແຫລ່ງຂ່າວຈາກ ຊິນຮວາຂອງຈີນ, ວັນທີ 27 ສິງຫານີ້, ຈີນ ຈະເປີດຂົວຂ້າມທະເລຍາວ ທີ່ສຸດໃນໂລກ ທ້າຍປີນີ້ ມີຄວາມຍາວ 88,4 ກິໂລແມັດ ເພື່ອເປີດນຳໃຊ້ ເປັນຂົວລົດແລ່ນ ແລະ ຂົວລົດໄຟ ເດີນທາງຂ້າມຊ່ອງແຄບ ຜີງຖານ ຢູ່ລະຫວ່າງ ການທົດລອງ ກຳລັງຮັບນ້ຳໜັກ ຂອງເສົາເຂັມ ໂດຍຂົວແຫ່ງນິ້ ເປັນສ່ວນສຳຄັນ ຂອງທາງລົດໄຟ ຝູໂຈວ-ຜີງຖານ ໃນມົນທົນ ຝູ້ຈຽນ ທາງຕາເວັນອອກຂອງຈີນ.

ເມື່ອສ້າງສຳເລັດ ຂົວແຫ່ງນີ້ ຈະມີຄວາມຍາວທີ່ສຸດ ໃນໂລກ ແລະ ຊ່ວຍຫລຸດໄລຍະ ເວລາເດີນທາງ ເມືອງຝູໂຈວ ຂອງມົນທົນຝູຈຽນ ກັບເກາະຜີງຖານ ທີ່ຢູ່ຫ່າງຈາກ ເຂດບໍລິຫານພິເສດ ໃຕ້ຫວັນ ຂອງຈີນ ປະມານ 126 ກິໂລແມັດ.

ແຫຼ່ງຂໍ້ມູນ: