ຕາມແຫລ່ງຂ່າວຈາກ ຢ່າງກຸ້ງ, ວັນທີ 26 ສິງຫານີ້, ລັດຖະບານ ມຽນມາ ລາຍງານສະຖິຕິ ຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ເພີ່ມຂຶ້ນ ຢ່າງວ່ອງໄວ 504 ຄົນແລ້ວ.ໃນນີ້ ພຽງ 5ວັນມີຜູ້ຕິດເຊື້ອລາຍໃໝ່ ເກືອບ 100 ຄົນ.
ປັດຈຸບັນນີ້ ປິ່ນປົວດີແລ້ວ 341 ຄົນ ແລະ ເສຍຊີວິດ ຢ່າງໜ້ອຍ 6 ຄົນ ໂດຍສະຖານະການ ໃນລັດຍະໄຂ່ ວິກິດທີ່ສຸດ ພົບຜູ້ຕິດເຊື້ອ ຕໍ່ເນື່ອງ. ຫຼ້າສຸດ ມີການຢືນຢັນ ພົບຜູ້ຕິດເຊື້ອ 30 ຄົນ ເປັນສະຖິຕິ ລາຍວັນ ສູງທີ່ສຸດ ນັບແຕ່ເດືອນມີນາ ເປັນຕົ້ນມາ.ໃນນີ້ 29 ຄົນ ຮັບເຊື້ອຢູ່ພາຍໃນປະເທດ ແລະ ອີກ 1 ຄົນ ເດີນທາງ ມາຈາກ ສະຫາລັດອາເມລິກາ.
ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?