ຕາມແຫລ່ງຂ່າວຈາກ ນີວຢອກ,ວັນທີ 27ສິງຫານີ້, ຜົນການສຶກສາຂອງສະຫະປະຊາຊາດ(ສປຊ)ວ່າ: ມີເດັກນ້ອຍ 463 ລ້ານຄົນ ທົ່ວໂລກຂາດແຄນອຸປະກອນການຮຽນ ເພື່ອໃຊ້ໃນການຮຽນແບບປົກກະຕິ ຫຼັງຈາກ ໂຮງຮຽນປິດໄລຍະ ໂຄວິດ-19 ແຜ່ລະບາດ ພາຍຫລັງ ທ່ານ ນາງ ເຮັນ ເຣຍຕາ ໂຟຣ, ຜູ້ອຳນວຍການ ບໍລິຫານ ກອງທຶນເພື່ອເດັກແຫ່ງ ສປຊ ຖະແຫລງວ່າ: ມີເດັກຫລາຍຄົນ ໄດ້ຮັບຜົນກະທົບຈາກການຮຽນ ມາເປັນເວລາຍາວນານຫລາຍເດືອນ ທີ່ຖືເປັນສະຖານະການສຸກເສີນທາງການສຶກສາທົ່ວໂລກ ແລະ ອາດສົ່ງຜົນ ກະທົບຕໍ່ເສດຖະກິດ ແລະ ສັງຄົມ ໃນອີກຫລາຍສິບປີຕໍ່ໜ້າ.

ຄວາມແຕກຕ່າງກັນ ທາງພູມສາດສ້າງໃຫ້ເກີດຄວາມແຕກຕ່າງ ໃນການເຂົ້າເຖິງການຮຽນທາງໄກຂອງເດັກນ້ອຍ ໃນທະວີບອາຟຣິກາ ແລະ ບາງພື້ນທີ່ຂອງທະວີບອາຊີຫລາຍກວ່າໃນທະວີບ ເອີຣົບ.

ທັງນີ້ ສປຊ ໄດ້ເກັບຂໍ້ມູນ ເຮັດການສຶກສາຈາກ 100 ປະເທດ ທົ່ວໂລກ ໂດຍປະເມີນຈາກ ການເຂົ້າເຖິງອິນເຕີເນັດ, ໂທລະພາບ ແລະ ວິທະຍຸສາທາລະນະ. ນອກຈາກນີ້, ຍັງເຕືອນລັດຖະບານ ປະເທດຕ່າງໆ ໃຫ້ຄວາມສຳຄັນເຖິງຄວາມປອດໄພເປັນອັນດັບແຖວໜ້າ ໃນການຕັດສິນໃຈ ເປີດໂຮງຮຽນອີກຄັ້ງ ລວມທັງການສອນໃນຫ້ອງຮຽນອີກດ້ວຍ ຫຼັງຈາກຫລາຍປະເທດ ເລີ່ມຫລຸດຜ່ອນມາດຕະການເຂົ້ມງວດຕ່າງໆແລ້ວ.

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?