ເກີດນ້ຳຖ້ວມກະທັນຫັ່ນ ຢູ່ອັບການິດສະຖານ ເສຍຊີວິດຫຼາຍກວ່າ 100 ຄົນ

ສຳນັກຂ່າວ BBC ລາຍງານວ່າ: ວັນທີ 26 ສິງຫາ 2020 ທີ່ຜ່ານມາ, ເກີດຝົນຕົກໜັກເປັນເວລາຫລາຍວັນ ເຮັດໃຫ້ນ້ຳຖ້ວມ ຢູ່ເມືອງເອກຂອງ ແຂວງ ພາວັນ (Parwan) ທາງພາກເໜືອ ນະຄອນຫລວງ ກາບູນ ຂອງປະເທດອັບການິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 100 ຄົນ ແລະ ມີຜູ້ບາດເຈັບຫຼາຍກວ່າ 10 ຄົນ, ຮືອນຊານປະຊາຊົນ 500 ຫລັງຄາ ໄດ້ຮັບຜົນກະທົບຢ່າງໜັກ.

ປັດຈຸບັນ ໜ້ວຍກູ້ໄພ ພວມເລັ່ງໃຫ້ການ ຊ່ວຍເຫລືອກັບຜູ້ທີ່ປະສົບເຄາະຮ້າຍ ໃນຄັ້ງນີ້ຢ່າງຮີບດ່ວນ.

ແຫຼ່ງຂໍ້ມູນ: FM 90

Comments