ທ່ານຮູ້ບໍ່? ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ລັດຖະບານສະຫະລັດອາເມລິກາ…

ປັດຈຸບັນ, ເຟສບຸກຖືເປັນເຄື່ອງມີສື່ສານອີກອັນໜຶ່ງ ເພາະເປັນແອັບທີ່ຄົນເຮົາສາມາດບອກເລົ່າເລື່ອງລາວສ່ວນຕົວ ແລະ ສົນທະນາກັບຫຼາຍຄົນໃນໂລກອອນລາຍ ແຕ່ທ່ານຮູ້ບໍວ່າ ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານສະຫະລັດອາເມລິກາ ກໍເປັນປະເທດທີ່ຂໍໃຫ້ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ຫຼາຍທີ່ສຸດໃນໂລກ.

ແນ່ນອນວ່າ ບັນດາບໍລິສັດເຕັກໂນໂລຊີຍັກໃຫຍ່ ເຊັ່ນ: Google, Facebook ແລະ Twiter ເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄວ້ໃໃນປະລິມານມະຫາສານ ແລະ ຫາກຈະເວົ້າວ່າ ບໍລິສັດເຫຼົ່ານີ້ ມີຂໍ້ມູນຢູ່ໃນມືຖືຫຼາຍກວ່າລະບົບສອດແນມອື່ນໆຂອງລັດຖະບານກໍບໍ່ຜິດ.

ດ້ວຍເຫດນີ້, ຈຶ່ງບໍ່ແປກທີ່ລັດຖະບານ ຈະຂໍຄວາມຮ່ວມມືກັບບໍລິສັດເຕັກໂນໂລຊີ ສົ່ງມອບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໃຫ້ ທັງທີ່ຜູ້ໃຫ້ຂໍ້ມູນອາດຈະອະນຸຍາດພຽງໃຫ້ Google, Facebook ໃຊ້ຂໍ້ມູນຂອງຕົນເອງເພື່ອປະໂຫຍດໃນການໂຄສະນາເທົ່ານັ້ນ ແຕ່ອາດຈະບໍ່ຮູ້ວ່າສຸດທ້າຍແລ້ວ ລັດຖະບານກໍອາດຈະເຂົ້າເຖິງຂໍ້ມູນຂອງຕົນເອງເຊັ່ນກັນ.

President Donald Trump speaks during a Cabinet Meeting in the East Room of the White House, Tuesday, May 19, 2020, in Washington. (AP Photo/Evan Vucci)

ເພື່ອສະແດງຄວາມບໍລິສຸດໃຈກັບຜູ້ໃຊ້ ຫຼັງມີການເປີດເຜີຍວ່າ ທາງການສະຫະລັດມີໂຄງການເກັບຂໍ້ມູນຂອງຄົນອາເມລິກາຈາກສື່ງສັງຄົມອອນລາຍຕ່າງໆ Facebook ໄດ້ເປີດເຜີຍລາຍງານຄວາມໂປ່ງໃສໃນການສົ່ງຂໍ້ມູນຂອງຜູ້ໃຊ້ໃຫ້ລັດຖະບານນານາປະເທດ ຕັ້ງແຕ່ປີ 2013.

ຫຼ້າສຸດ ໃນປີ 2019 Facebook ເປີດເຜີຍໃຫ້ຮູ້ວ່າ ໃນໄລຍະກາງປີ 2019 ລັດຖະບານຂໍໃຫ້ Facebook ສົ່ງຂໍ້ມູນສ່ວນຕົວຂອງຜູ້ໃຊ້ຫຼາຍທີ່ສຸດ ນັບຕັ້ງແຕ່ມີການລາຍງານຄັ້ງທຳອິດໃນປີ 2013 ໂດຍເພື່ມຂຶ້ນ 16% ເປັນ 128,617 ຄັ້ງ ຫຼືເພີ່ມຈາກປີ 2013 ເຖິງ 364%.

ເຖິງຢ່າງໃດກໍຕາມ ທາງ Facebook ຢືນຢັນວ່າ ບໍ່ມີການອະນຸຍາດໃຫ້ລັດຖະບານເຂົ້າເຖິງປະຕູລັບ (Back Door) ຫຼືຊ່ອງທາງທີ່ສ້າງໄວ້ ເພື່ອໃຫ້ເຂົ້າເຖິງລະບົບ ຫຼືເຄື່ອງຄອມພິວເຕີໂດຍບໍ່ຕ້ອງຜ່ານຂະບວນການກວດສອບຂອງລະບົບ.

ແຫຼ່ງຂໍ້ມູນ: https://www.posttoday.com/world/631481

Comments