ຂ່າວ ພາຍໃນປະເທດ

ສສຊ ເປັນຫວ່ງຕໍ່ການຄຸ້ມຄອງເງິນກູ້ສັງລວມທັງໝົດເກືອບ 60% ຂອງລັດຖະບານ…

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ທີ່ດໍາເນີນ ໃນວັນທີ 29 ຕຸລາ 2020 ນີ້, ຕາມວາລະການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃສ່ຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາສົກປີ 2020 ແລະ ທິດທາງແຜນການປະຈໍາປີ 2021. ພາຍຫລັງເຫັນວ່າແຜນງົບປະມານສົກ ປີ 2020 ຈະບັນລຸໄດ້ປະມານ 22.725 ກວ່າຕື້ກີບ ຕາມແຜນການດັດແກ້ ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2021 ລັດຖະບານໄດ້ວາງຄາດໝາຍໄວ້ ຄື: ດ້ານລາຍຮັບທັງໝົດແມ່ນ 27.292 ຕື້ກີບ, ດ້ານລາຍຈ່າຍ ຈໍານວນ 31.470 ຕື້ກີບ ແລະ ຕ້ອງຮັກສາລະດັບການຂາດດຸນບໍ່ໃຫ້ເກີນ 3% ຂອງ GDP. ໂດຍຕົວເລກຄາດໝາຍນີ້, ສສຊ ສ່ວນຫລາຍເຫັນເປັນເອກະພາບກັນວ່າ ຢູ່ໃນລະດັບທີ່ເໝາະສົມກັບເງື່ອນໄຂສະພາບເສດຖະກິດຕົວຈິງຢູ່ປະເທດເຮົາ. ຂະນະດຽວກັນ, ກໍສະເໜີໃຫ້ລັດຖະບານ ຕ້ອງມີມາດຕະການຈັດຕັ້ງປະຕິບັດການເກັບລາຍຮັບທີ່ຮັດກຸມ ແລະ ເຂັ້ມງວດ, ພ້ອມທັງເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ເພື່ອອັດຊ່ອງຫວ່າງການສວຍໂອກາດທຸກຮູບແບບ ຂອງພະນັກງານທີ່ພົວພັນໃນຂົງເຂດເສດຖະກິດ-ການເງິນ ລວມທັງຜູ້ປະກອບການຕ່າງໆ ເພື່ອແນໃສ່ໃຫ້ບັນລຸຄາດໝາຍແຜນການຈັດເກັບງົບປະມານປະຈໍາສົກປີ 2021 ທີ່ໄດ້ວາງໄວ້. ທ່ານ ...

Read More »

ສະພາບແວດລ້ອມທີ່ເອື້ອອຳນວຍ ຂອງລາວ ສາມາດດຶງດູດນັກລົງທຶນໄດ້ຫຼາຍຂຶ້ນ…

ບັນດາທ່ານເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ບັນດາປະ ເທດຂົງເຂດລຸ່ມແມ່ນ້ຳຂອງ ໄດ້ຈັດເວທີປຶກສາຫາລືວຽກງານທຸລະກິດ ໃນຂົງເຂດອິນໂດ-ປາຊີຟິກ ແບບທາງໄກ ໃນລະຫວ່າງ ວັນທີ 28-29 ຕຸລາ ທີ່ນະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມ. ສຳລັບຢູ່ ສປປ ລາວ ນຳໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສ.ອາເມລິການ ປະຈຳ ສປປ ລາວ ກໍໄດ້ຈັດກອງປະຊຸມ ການດຳເນີນທຸລະກິດໃນພາກພື້ນອິນໂດ-ປາຊີຟິກ ປະຈຳ ປີ 2020 ຂຶ້ນໃນວັນທີ 29 ຕຸລາ 2020 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ ແລະ ພາກສ່ວນທີ່ບໍ່ຫວັງຜົນກຳໄລ ເພື່ອວິເຄາະໂອກາດດ້ານການຄ້າ ແລະ ການລົງທຶນສາກົນ ໃນໄລຍະຫລັງເກີດວິກິດພະຍາດລະບາດໂຄວິດ-19 ໃນ ສປປ ລາວ ໃຫ້ນັກທຸ ລະກິດອາເມລິການ ແລະ ສາກົນ. ໂອກາດດຽວກັນນີ້, ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ສ.ອາເມລິການ ໄດ້ໃຫ້ບູລິມະສິດສູງກ່ຽວກັບ ການລົງທຶນທີ່ມີຄຸນນະພາບສູງໃນພາກພື້ນອິນໂດ-ປາຊີຟິກ ...

Read More »

ລັດຖະບານ ຊີ້ແຈງຂໍ້ຫຍຸ້ງຍາກແຜນງົບປະມານປີ 2020 ອາດກະທົບຮອດ 2021

ໃນວັນທີ 29 ຕຸລາ 2020 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງບາງບັນຫາຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ຢູ່ກອງປະຊຸມສະພາສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ສະພາບໂດຍລວມຂອງການຈັດຕັ້ງປະຕິບັດງົບປະມານປີ 2020 ຢູ່ປະເທດພວກເຮົານີ້ ແມ່ນມີຄວາມຫຍຸ້ງຍາກຫລາຍ, ຍ້ອນຜົນກະທົບມາຈາກສະພາບພາຍໃນປະເທດ ແລະ ສາກົນລວມເຖິງການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແຜນງົບປະມານ ໂດຍສະເພາະແມ່ນພາກລາຍຮັບ ແມ່ນຫລຸດລົງຫລາຍສົມຄວນ ທຽບເທົ່າກັບສະພາບໃນປີ 2017 ແລະ ມາຮອດປັດຈຸບັນ ກໍຍັງບໍ່ສາມາດຮູ້ໄດ້ວ່າສະພາບການຫຍຸ້ງຍາກນີ້ ຈະຫລຸດຜ່ອນລົງເມື່ອໃດ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຂຶ້ນແຜນງົບປະມານແຫ່ງລັດໃນສົກປີ 2021. ຢ່າງໃດກໍຕາມ, ລັດຖະບານຈະພະຍາຍາມສູ້ຊົນໃຫ້ເກັບລາຍຮັບ ໃຫ້ໄດ້ຕາມແຜນດັດແກ້ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ມາຮອດວັນທີ 26 ຕຸລາ 2020 ເຫັນວ່າສາມາດເກັບລາຍຮັບເຂົ້າງົບປະມານໄດ້ຫລາຍກວ່າ 68% ຂອງຕົວເລກລາຍຮັບທັງໝົດ, ໃນນີ້ ລາຍຮັບພາຍໃນປະຕິບັດໄດ້ກວ່າ 74% ແລ້ວ. ສ່ວນເວລາທີ່ຍັງເຫລືອອີກປະມານ 2 ເດືອນສຸດທ້າຍກໍຈະເລັ່ງຈັດເກັບໃຫ້ໄດ້ຕາມແຜນຫລືໃກ້ຄຽງແຜນການວາງໄວ້. ສ່ວນບັນຫາການປັບປຸງກົດໝາຍ ກ່ຽວກັບການເກັບລາຍຮັບຈໍານວນໜຶ່ງ ໃນໄລຍະຜ່ານມານັ້ນ, ໂດຍສະເພາະແມ່ນກົດໝາຍອາກອນ ກໍເພື່ອແນ່ໃສ່ຂະຫຍາຍຖານລາຍໃຫ້ຮັບເພີ່ມຂຶ້ນ, ແຕ່ໃນຕົວຈິງແລ້ວກໍເຫັນວ່າການຈັດຕັ້ງປະຕິບັດ ບໍ່ທັນໄດ້ຮັບຜົນດີ ...

Read More »

​ການ​ແກ້​ໄຂ​ໜີ້​ສິນ ຂອງລັດຖະບານ​ມີ​ລັກ​ສະ​ນະ​ຊໍາ​ເຮື້ອ ແລະ ສະສົມມາຫຼາຍປີ…

ທ່ານ ສອນ​ໄຊ ສີ​ພັນດອນ ຮອງ​ນາຍົກລັດຖະມົນຕີ ລັດ ຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII, ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ (2016-2020) ແລະ ທິດ​ທາງ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ແລະ ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ (2021-2025) ຕໍ່​ກອງ​ປະຊຸມ​ສະໄໝສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 27 ຕຸລາ​ຜ່ານ​ມາໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020) ທີ່​ໄດ້​ກໍາ​ນົດ 3 ເປົ້າ​ໝາຍ​ໃຫຍ່ (ດ້ານ​ເສດຖະກິດ, ດ້ານ​ສັງຄົມ ແລະ ດ້ານ​ສິ່ງແວດລ້ອມ). ສະເພາະ​ດ້ານ​ເສດຖະກິດ ໃນ 5 ປີຜ່ານມາ ມີ​ການ​ເຕີບ​ໂຕສະເລ່ຍ ປະມານ 5,8% ຕໍ່​ປີ, ຫຼຸດ​ຄາດໝາຍ​ທີ່​ກໍາ​ນົດ​ໄວ້ (ມະຕິ​ສະພາ 7,2%) ແລະ ...

Read More »

ຄາດໝາຍ​ດ້ານ​ເສດຖະກິດບໍ່ບັນລຸ​ ຍ້ອນການແກ້ໄຂບັນຫາຂອງລັດຖະບານທີ່​ຄຸມ​ເຄືອ​​ຍາວ​ນານ..

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ວັນ​ທີ 28 ຕຸລານີ້ ພາຍ​ ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ໄດ້​ພ້ອມ​ກັນ​ປະ ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ບົດ​ ລາຍ​ງານ​ຂອງ​ລັດຖະບານ ໂດຍ​ ສະເພາະບົດ​ລາຍ​ງານ​ການ ຈັດຕັ້ງ​ປະຕິບັດແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ ແລະ ແຜນ​ເງິນຕາ ປະ​ຈໍາ​ປີ 2020 ແລະ ທິດ​ທາງ​ແຜນການ ປະຈຳ​ປີ 2021 ພ້ອມ​ທັງ​ສະເໜີ​ໃຫ້​ລັດຖະບານ​ແກ້​ໄຂ​ຫຼາຍ​ບັນ​ຫາ. ທ່ານ ນາງ ສຸວັນ​ເພັງ ບຸບ ຜາ​ນຸ​ວົງ ສສຊ ເຂດ​ເລືອກ​ຕັ້ງ​ທີ 13 ແຂວງ​ສະຫວັນ​ນະ​ເຂດ ໄດ້​ມີ​ຄຳ​ເຫັນ ໃນ​ການຈັດຕັ້ງ​ປະຕິບັດ​ບາງ​ຄາດໝາຍ​ຂອງ​ການ​ພັດທະນາ​ເສດຖະກິດ – ສັງຄົມ ທີ່​ສ່ວນ​ໃຫຍ່​ບໍ່​ບັນລຸ ພ້ອມ​ທັງ​ຕີ​ລາຄາ​ສາເຫດ ການ​ເບິ່ງ​ບັນຫາ​ດ້ວຍ​ເຫດ​ດ້ວຍ​ຜົນ ເພື່ອ​ວາງ​ເປັນ​ຄາດໝາຍ ປີ 2021 ທີ່​ເປັນ​ປີ​ທໍາ​ອິດ​ຂອງ​ແຜນ​ພັດທະນາ​ເສດຖະກິດ – ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX. ຄາດໝາຍ​ທີ່​ບໍ່​ໄດ້​ສ່ວນ​ໃຫຍ່​ແມ່ນ​ໃນ​ຂົງເຂດ​ເສດຖະກິດ, ໃນ​ຂະນະ​ທີ່​ຂົງເຂດ​ວັດ​ທະ​ນະ​ທໍາ-​ສັງຄົມ ກໍ​ບໍ່​ບັນລຸ​ເປົ້າ​ໝາຍ ສະເພາະ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ໄດ້​ພຽງ 7%, ການ​ທີ່​ມີ​ບາງ​ຄາດໝາຍ​ບັນລຸ​ເປັນ​ພຽງ​ການ​ທີ່​ການ​ລົງທຶນ​ໂຄງການ​ໃຫຍ່​ຂອງ​ຕ່າງປະເທດ​ເທົ່າ​ນັ້ນ ...

Read More »

ເລີ່ມໂຄງການກໍ່ສ້າງຕະຫລາດປາກຊັນ ມູນຄ່າ 130 ຕື້ກີບ…

ວັນທີ 27 ຕຸລາ 2020 ນີ້ ຢູ່ໂຮງແຮມດອກຈໍາປາ ໂດຍປະຕິບັດຕາມບົດວິພາກເສດຖະກິດ, ເຕັກນິກທີ່ໄດ້ຜ່ານການຮັບຮອງຈາກຂະແໜງການກ່ຽວຂ້ອງ ແລະ ປະຕິບັດຢ່າງເຂັ້ມງວດ ແລະ ອີງຕາມຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 28/ຄລທ.ຂ ລົງວັນທີ 23 ຕຸລາ 2020 ວ່າດ້ວຍການອະນຸຍາດໃຫ້ ບໍລິສັດ ວີເອັນແອລ ສຳປະທານພັດທະນາໂຄງການກໍ່ສ້າງຕະຫລາດປາກຊັນ ຊຶ່ງໄດ້ຈັດໃຫ້ມີພິທີລົງນາມໃນສັນຍາ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສິງ ທໍາມະວົງ ອະດີດນາຍົກລັດຖະມົນຕີ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ. ມີບັນດາຫົວໜ້າພະແນກການ, ຂະແໜງການທີ່ກຽ່ວຂ້ອງ ແລະ ບໍລິສັດເຂົ້າຮ່ວມ. ໂຄງການກໍ່ສ້າງຕະຫລາດ ແຫ່ງນີ້ໄດ້ມີຈຸດປະສົງເພື່ອ ການພັດທະນາສຳປະທານການກໍ່ສ້າງ ແລະ ຜ່ານການຄັດເລືອກ ຕີລາຄາປະເມີນແບບວິທະຍາສາດຂອງຄະນະກຳມະການ ເຫັນວ່າບໍລິສັດ ວິເອັນແອລ (VNL) ມີມາດຖານເງື່ອນໄຂຄົບຖ້ວນ, ສະນັ້ນ ທາງແຂວງ ຈຶ່ງໄດ້ເຫັນດີອະນຸມັດໃຫ້ບໍລິສັດ ດັ່ງກ່າວ ເຂົ້າມາສຶກສາສຳຫລວດ ແລະ ອອກແບບໂຄງການກໍ່ສ້າງ ໃຫ້ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ...

Read More »

ມາເບິ່ງ…!! ແນວຄິດການພັດທະນາຂອງ ສປ ຈີນ ມີຄຸນນະພາບສູງຂຶ້ນສູ່ລະດັບໃໝ່…

ປະເທດໃດໜຶ່ງຄັດເລືອກແນວຄິດການພັດທະນາແບບໃດ, ກໍຈະມີສະພາບການພັດທະນາແບບນັ້ນ. ກ່ອນໜ້ານີ້ 5 ປີ, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ສະເໜີແນວຄິດການພັດທະນາຄື: ການພັດທະນາດ້ວຍການປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດປະຕູສູ່ພາຍນອກແລະແບ່ງປັນກັນ, ເຊິ່ງເປັນການໃຫ້ທິດຊີ້ນຳທາງທິດສະດີ ແລະ ການເຄື່ອນໄຫວແກ່ການພັດທະນາດ້ວຍຄຸນນະພາບສູງ. ໃນໄລຍະ 5 ປີຜ່ານມາ, ການລົງທຶນດ້ານການຄົ້ນຄວ້າເພື່ອການພັດທະນາຂອງຈີນໄດ້ເພີ່ມຂຶ້ນຈາກ 2,06% ຂອງ GDP ຂອງຈີນເປັນ 2,23%, ທຶນຄົ້ນຄວ້າພື້ນຖານເພີ່ມຂຶ້ນເກືອບໜຶ່ງເທົ່າ, ດັດຊະນີປະດິດສ້າງໃໝ່ລະດັບໂລກໄດ້ຫຍັບຂຶ້ນຈາກອັນດັບທີ 29 ເປັນອັນດັບທີ 14. ໃນໄລຍະ 5 ປີຜ່ານມາ, ຊາວກະສິກອນຫຼາຍກວ່າ 100 ລ້ານຄົນໄດ້ກາຍເປັນຊາວເມືອງໃໝ່; ຮອດທ້າຍປີ 2019, ລະດັບການຫັນເປັນຕົວເມືອງຂອງປະຊາກອນຈີນໄດ້ຖືກຍົກສູງຂຶ້ນເປັນ 60,6%, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015 ເພີ່ມຂຶ້ນ 4,5%; ເງື່ອນໄຂການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ, ການພັດທະນາແບບປະສານສົມທົບລະຫວ່າງຕົວເມືອງແລະຊົນນະບົດກັນໄດ້ເກີດມີສະພາບການໃໝ່. ໃນໄລຍະ 5 ປີຜ່ານມາ, ການພັດທະນາແບບສີຂຽວຂອງຈີນໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ປີ 2019, ການສິ້ນເປືອງໃຊ້ພະລັງງານຕໍ່ຫົວໜ່ວຍ GDP ທຽບໃສ່ປີ 2015 ໄດ້ຫຼຸດລົງ ...

Read More »

9 ເດືອນມູນຄ່າການລົງທຶນຢູ່ ສປປ ລາວ ປະຕິ ບັດໄດ້ 12,98 ຕື້ໂດລາ…

ໃນໄລຍະ 9 ເດືອນຂອງປີ 2020 ມູນຄ່າການລົງທຶນຢູ່ສປປ ລາວ ປະຕິ ບັດໄດ້ 12,98 ຕື້ໂດລາສະຫະລັດ ຂະນະທີ່ການກໍ່ສ້າງ 2 ໂຄງການໃຫຍ່ຄືບໜ້າຢ່າງຕໍ່ເນື່ອງ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫລວງວຽງຈັນວ່າ: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ດໍາເນີນໄປພາຍໃຕ້ນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19. ຮອດທ້າຍເດືອນກັນຍາ ປີ 2020 ມູນຄ່າການລົງທຶນ (ທຶນຈົດທະ ບຽນ) ປະຕິບັດໄດ້ 12,98 ຕື້ໂດລາສະຫະລັດ, ທຶນນໍາເຂົົ້າຕົວຈິງ ປະມານ 3,37 ຕື້ໂດລາສະຫະລັດ ຫຼື ປະມານ 31.185,98 ຕື້ກີບ ເທົ່າກັບປະ ມານ 156% ...

Read More »

ສສຊ ແຂວງຊຽງຂວາງສະເໜີໃຫ້ປະຕິຮູບການສຶກສາ ດ້ວຍການຫັນໄປສູ່ການສຶກສາແບບດີຈີຕອນ…

ໃນໂອກາດມີຄຳເຫັນຕໍ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຫໍປະຊຸມສະພາແຫ່ງຊາດ ຫລັກ6 ນະຄອນຫລວງວຽງຈັນ ຕອນເຊົ້າວັນທີ 28 ຕຸລາ 2020 ທ່ານ ວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະແຜນເງິນຕາ ປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021 ຂອງລັດຖະບານ. ທ່ານ ວິໄລສຸກ ພິມມະສອນ ປະກອບຄໍາເຫັນວ່າ: ຈາກສະພາບການລະບາດຂອງພະຍາດໂຄວິດ19 ທີ່ເກີດຂຶ້ນ ໃນແງ່ໜຶ່ງກໍເປັນໂອກາດ, ເປັນເງື່ອນໄຂໃຫ້ແກ່ການດໍາລົງ, ການຜະລິດປົກກະຕິແບບໃໝ່, ດ້ວຍການເປັນເຈົ້າການ ແລະເພິ່ງຕົນເອງ ຂ້າພະເຈົ້າຂໍຍ້ອງຍໍ, ຊົມເຊີຍມາດຕະການທີ່ເຂັ້ມງວດຂອງລັດຖະບານ ທີ່ໄດ້ຄວບຄຸມການລະບາດຂອງພະຍາດນີ້ໄດ້ຢ່າງທັນການ, ທັງເປັນໂອກາດດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ 5ປີ ເທື່ອທີ 9 ຂອງລັດຖະບານເຮົາມີການຂະຫຍາຍຕົວ, ແຕ່ຂ້າພະເຈົ້າເຫັນດີ ໃນ 6 ຫົວຂໍ້ທີ່ທ່ານນາຍົກລັດຖະມົນຕີໄດ້ສະເໜີໄປນັ້ນ ເຊິ່ງໄດ້ມີການປັບປຸງເຖິງ 7ຄັ້ງແລ້ວ, ຖ້າທຽບໃສ່ກ່ານພັດທະນາໃນຍຸກ 4.0 ແລ້ວ ລັດຖະບານເຮົາກໍຄວນເອົາເຂົ້າຄົ້ນຄວ້າພິຈາລະນາ ເຊິ່ງຂ້າພະເຈົ້າໃສ່ຊື່ວ່າ ແຜນພັດທະນາເສດຖະກິດ-ສັງຄົມດີຈີຕອນ, ດ້ວຍການຊຸກຍູ້ ສົ່ງເສີມ ຂະບວນການປະຕິວັດອຸດສາຫະກໍາ4.0 ...

Read More »

ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 284 ຕື້ກວ່າກີບ…

ການຈັດເກັບລາຍຮັບຢູ່ດ່ານ ພາສີສາກົນ ຂົວມິດຕະພາບນໍ້າເຫືອງ ແຂວງໄຊຍະບູລີ ໃນໄລຍະ 9 ເດືອນຕົ້ນປີ 2020 ຜ່ານມາ ເຖິງວ່າຈະພົບກັບສິ່ງທ້າທາຍຫລາຍປະການກໍຕາມ ເປັນຕົ້ນແມ່ນ ການລະບາດຂອງພະຍາດ ໂຄວິດ-19 ອັນໄດ້ສົ່ງຜົນກະທົບ ຕໍ່ການຈັດເກັບລາຍຮັບເຂົ້າງົບປະມານ, ແຕ່ດ້ວຍຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ຂອງຄະນະດ່ານພາສີ ເຮັດໃຫ້ການເກັບລາຍຮັບສາມາດປະຕິບັດໄດ້ 284,16 ຕື້ກວ່າກີບ, ເທົ່າກັບ 101,49% ຂອງແຜນການ, ໃນນັ້ນລາຍຮັບ 93,47% ແມ່ນໄດ້ມາຈາກນໍ້າມັນເຊື້ອໄຟ. ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ໄຊຍະບູລີ-ຈັງຫວັດ ເລີຍ ໃຫ້ຮູ້ວ່າ: ຜົນສຳເລັດດັ່ງກ່າວ ຍ້ອນສະພາບພາຍໃນດ່ານມີຄວາມສະຫງົບ, ການບໍລິການມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນໄດ້ດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າບາງຊະນິດມີການເພີ່ມຂຶ້ນ, ສ່ວນລາຍຮັບທີ່ສາມາດປະຕິບັດໄດ້ 284,16 ຕື້ກວ່າກີບ ແມ່ນໄດ້ມາຈາກພາກສ່ວນພາສີ ດ້ 153,25 ຕື້ກວ່າກີບ ປະກອບມີ ຄ່າຊັກພິເສດ 87,86 ລ້ານກີບ, ພາສີຂາເຂົ້າ 29,6 ຕື້ກີບ, ຄ່າທໍານຽມຕ່າງໆ 1,65 ຕື້ກີບ, ຄ່າທໍານຽມຄັງແຮ 121,9 ...

Read More »