ສສຊ ເປັນຫວ່ງຕໍ່ການຄຸ້ມຄອງເງິນກູ້ສັງລວມທັງໝົດເກືອບ 60% ຂອງລັດຖະບານ…

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ທີ່ດໍາເນີນ ໃນວັນທີ 29 ຕຸລາ 2020 ນີ້, ຕາມວາລະການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃສ່ຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາສົກປີ 2020 ແລະ ທິດທາງແຜນການປະຈໍາປີ 2021. ພາຍຫລັງເຫັນວ່າແຜນງົບປະມານສົກ ປີ 2020 ຈະບັນລຸໄດ້ປະມານ 22.725 ກວ່າຕື້ກີບ ຕາມແຜນການດັດແກ້ ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2021 ລັດຖະບານໄດ້ວາງຄາດໝາຍໄວ້ ຄື: ດ້ານລາຍຮັບທັງໝົດແມ່ນ 27.292 ຕື້ກີບ, ດ້ານລາຍຈ່າຍ ຈໍານວນ 31.470 ຕື້ກີບ ແລະ ຕ້ອງຮັກສາລະດັບການຂາດດຸນບໍ່ໃຫ້ເກີນ 3% ຂອງ GDP. ໂດຍຕົວເລກຄາດໝາຍນີ້, ສສຊ ສ່ວນຫລາຍເຫັນເປັນເອກະພາບກັນວ່າ ຢູ່ໃນລະດັບທີ່ເໝາະສົມກັບເງື່ອນໄຂສະພາບເສດຖະກິດຕົວຈິງຢູ່ປະເທດເຮົາ.

ເສດຖະກິດ – ໜ້າ 48 – Laos daily news

ຂະນະດຽວກັນ, ກໍສະເໜີໃຫ້ລັດຖະບານ ຕ້ອງມີມາດຕະການຈັດຕັ້ງປະຕິບັດການເກັບລາຍຮັບທີ່ຮັດກຸມ ແລະ ເຂັ້ມງວດ, ພ້ອມທັງເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ເພື່ອອັດຊ່ອງຫວ່າງການສວຍໂອກາດທຸກຮູບແບບ ຂອງພະນັກງານທີ່ພົວພັນໃນຂົງເຂດເສດຖະກິດ-ການເງິນ ລວມທັງຜູ້ປະກອບການຕ່າງໆ ເພື່ອແນໃສ່ໃຫ້ບັນລຸຄາດໝາຍແຜນການຈັດເກັບງົບປະມານປະຈໍາສົກປີ 2021 ທີ່ໄດ້ວາງໄວ້.

Vientiane Mai Online - ຈີນ ສຸມ ໃສ່ ການ ເຮັດ ໃຫ້ ເສດຖະກິດ ມີ ຄວາມ  ໝັ້ນຄົງVientiane Mai Online

ທ່ານ ຄໍາຈັນ ໂສຕາປະເສີດ ສສຊ ເຂດທີ 18 ແຂວງໄຊສົມບູນ ມີຄໍາເຫັນວ່າ: ສໍາລັບເງິນກູ້ ໃນເອກະສານທີ່ລັດຖະບານໄດ້ແຈກຢາຍໃຫ້ສະມາຊິກສະພາແຫ່ງຊາດນີ້ ຂໍ້ ຂ ເອີ້ນວ່າການລົງທຶນຕ່າງປະເທດ ກູ້ຢືມເປັນໂຄງການ ຢູ່ໃນນີ້ແຜນການຂອງປີ 2020 ແມ່ນມີຈໍານວນ 5.000 ຕື້ ແລະ ປີ 2021 ມີ 3.986 ຕື້ ເທົ່າກັບ 2,18% ຂອງ GDP ແລະ ມາຮອດປັດຈຸບັນ ບັນດາເງິນກູ້ສັງລວມໄດ້ທັງໝົດເກືອບ 60% ຂອງ GDP ສະນັ້ນ ບັນຫານີ້ ສສຊ ພວກເຮົາ ຈຶ່ງມີຄວາມເປັນຫວ່ງຕໍ່ການຄຸ້ມຄອງເງິນກູ້ດັ່ງກ່າວ, ຈຶ່ງຂໍໃຫ້ລັດຖະບານສັງລວມບົດຮຽນທີ່ຖອດຖອນໄດ້ ໃນການຄຸ້ມຄອງເງິນກູ້ຕ່າງໆ ລວມທັງທິດທາງແຜນການນໍາໃຊ້ບັນດາໜີ້ສິນທັງໝົດ ໃຫ້ມີປະສິດທິຜົນໃນຕໍ່ໜ້າ ເພື່ອຫລຸດຜ່ອນສະພາບໜີ້ເສຍຂອງບັນດາໂຄງການຕ່າງໆ.

ທາງລົດໄຟ ຄວາມໄວສູງ ຈາກພາກໃຕ້ຈີນ ຫາວຽງຈັນ ເສັດສິ້ນແລ້ວ 90 ເປີເຊັນ

ທ່ານ ນາງ ວັນເພັງ ແກ້ວນະຄອນ ສສຊ ແຂວງຊຽງຂວາງ ມີຄໍາເຫັນວ່າ: ຜ່ານມາ, ປະເທດເຮົາສູນເສຍລາຍຮັບເປັນຈໍານວນຫລາຍພັນຕື້ ຈາກການຍົກເວັ້ນພາສີອາກອນ ໃຫ້ແກ່ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ໂຄງການພັດທະນາຕ່າງໆ ຈຶ່ງຂໍໃຫ້ລັດຖະບານເບິ່ງຄືນ ບັນດາຫົວໜ່ວຍລາຍ ການສີນຄ້າຍົກເວັ້ນ ແລະ ປັບປຸງນິຕິກໍາທີ່ພົວພັນການຍົກເວັ້ນພາສີອາກອນຄືນໃໝ່ ເພື່ອຫລຸດຜ່ອນລາຍການຍົກເວັ້ນທີ່ບໍ່ເໝາະສົມ.

ທາງລົດໄຟ ລາວ – ຈີນ ມີຄວາມຄືບໜ້າຫຼາຍດ້ານ ຈະສຳເລັດຕາມເປົ້າໝາຍ | All in LAOS

ທ່ານ ສາຍທອງ ແກ້ວດວງດີ ສສຊ ເຂດ 1 ນະຄອນຫລວງວຽງຈັນ ມີຄໍາເຫັນວ່າ: ແຜນງົບ ປະມານປະຈໍາສົກປີ 2021 ທີ່ລັດຖະບານກໍານົດອອກມານີ້, ຖືວ່າເໝາະສົມ ແລະ ແທດເໝາະກັບເງື່ອນໄຂສະພາບຕົວຈິງຂອງປະເທດເຮົາ, ແຕ່ຂໍໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາການຈ່າຍອາກອນແບບມອບເໝົາແລ້ວ ຫັນໄປເສຍອາກອນມູນຄ່າເພີ່ມຕາມລະບຽບກົດໝາຍ, ເອົາໃຈໃສ່ເກັບກໍາຖານລາຍຮັບໃຫ້ຖືກຕ້ອງຕົວຈິງ, ສືບຕໍ່ປັບປຸງລັດວິສາຫະກິດໃຫ້ມີປະສິດທິຜົນ ນັບທາງດ້ານບໍລິຫານ ແລະ ນໍາໃຊ້ບຸກຄະລາກອນໃຫ້ຈໍາກັດແຕ່ມີປະສິດທິຜົນ.ນອກນີ້, ຍັງມີ ສສຊ ອີກຫລາຍເຂດ ໄດ້ສະເໜີໃຫ້ລັດຖະບານ ມີມາດຕະການຄຸ້ມຄອງການຈັດເກັບລາຍຮັບຈາກການສໍາປະທານທີ່ດິນ, ພາສີທີ່ດິນ ການຂາຍຫວຍ, ການເສຍຄ່າທາງ, ອາກອນຈາກໂຮງງານຜະລິດຢາສູບ ແລະ ແຫລ່ງຖານລາຍຮັບອື່ນໆ ໃຫ້ມີປະສິດທິຜົນ.

ແຫຼ່ງຂໍ້ມູນ: ຂປລ

Comments